ດາວສະຖິດ ສີກະເສີມຄ່ຽມ ຜູ້ຄວ້າອັນດັບ 1 ໃນການແຂ່ງຂັນຣູບິກ ໂດຍໃຊ້ຄວາມໄວພຽງ 16 ວິນາທີ


ການແຂ່ງຂັນຣູບິກໃນວັນທີ 27 ມີນາ 2021 ທີ່ຜ່ານມາ ເປັນອີກກິດຈະກຳໜຶ່ງທີ່ສົ່ງເສີມໃຫ້ເຍົາວະຊົນໄວໜຸ່ມ ມີການພັດທະນາດ້ານທັກສະຂອງມັນສະໝອງ ເພາະຣູບິກເປັນອີກໜຶ່ງກິດຈະກຳ ທີ່ເປັນການເຝິກສະມາທິໄດ້ດີ ໂດຍສະເພາະຄົນທີ່ມີອາຍຸ 6 ປີຂຶ້ນໄປ ທີ່ເປັນໄວກຳລັງຮຽນຮູ້ ຮູ້ຈັກສີສັນໄດ້ຢ່າງຊັດເຈນ ພ້ອມທັງເຮັດໃຫ້ເດັກມີການພັດທະນາຮູ້ຈັກຄິດ ແລະ ມີຄວາມສະຫຼາດຂຶ້ນ. ສ່ວນຜູ້ໃຫຍ່ນັ້ນ ສາມາດເຮັດໃຫ້ມີສະມາທິດີຂຶ້ນ, ເປັນການເຝິກການແກ້ໄຂບັນຫາ, ລວມເຖິງການສ້າງປະສົບການໃໝ່ທີ່ເຮັດໃຫ້ເຮົາຫາທາງອອກ ຫຼື ແກ້ໄຂບັນຫາໄດ້ຈິງ.

ການຈັດການແຂ່ງຂັນຣູບິກນັ້ນ ແມ່ນມີຫຼາຍພາກສ່ວນ ເຊິ່ງຮ່ວມກັບ City Plex ທີ່ໃຫ້ການສະໜັບສະໜູນ ແລະ ມີຜູ້ເຂົ້າຮ່ວມການແຂ່ງຂັນມີ 13 ຄົນ, ການແຂ່ງຂັນແມ່ນມີຮອບດຽວ ໂດຍຈະບໍ່ມີຮອບທີ 1 ທີ​ 2 ຫຼື ທີ 3 ເຊິ່ງຈະຄັດເອົາຄົນທີ່ເຮັດໄວທີ່ສຸດ ແລະ ໃຊ້ເວລາໜ້ອຍທີ່ສຸດ ພ້ອມເຮັດໃຫ້ຖືກສີຕາມຣູບິກ.

ຜ່ານການແຂ່ງຂັນແມ່ນເຫັນວ່າ: ນ້ອງດາວສະຖິດ ສີກະເສີມຄ່ຽມ ສາມາດຄວ້າອັນດັບ 1 ຈາກການແຂ່ງຂັນຣູບິກ ເຊິ່ງເຮັດຄວາມໄວໄດ້ 16 ວິນາທີ, ນ້ອງມີຄວາມຮູ້ສຶກດີໃຈ ແລະ ເປັນກຽດ ທີ່ສາມາດຄວ້າຮາງວັນອັນດັບ 1 ໄປຄອງ ພ້ອມໄດ້ບອກໃຫ້ຮູ້ຕື່ມອີກວ່າທີ່ຜ່ານມາຕົນເອງໄດ້ເຝິກຊ້ອມ ເປັນເວລາ 2-3 ອາທິດ ເຊິ່ງຊ້ອມດ້ວຍຕົນເອງ ແລະ ເບິ່ງຈາກໃນຢູທູບ.

ນອກຈາກນີ້ ນ້ອງຍັງໄດ້ກ່າວອີກວ່າ: ຖ້າຫາກ City Plex ຈັດກິດຈະກຳນີ້ຂຶ້ນອີກ ກໍຢາກຈະເຊີນຊວນໝູ່ເພື່ອນ ທີ່ມັກ ແລະ ສົນໃຈໃນການຫຼິ້ນຣູບິກ ກໍສາມາດມາຮ່ວມມ່ວນຊື່ນນຳກັນໄດ້ ເພື່ອພັດທະນາເກັບກ່ຽວເອົາປະສົບການມາເພີ່ມເປັນຂອງຕົນເອງຂຶ້ນໃນຫຼາຍໆດ້ານ.

ພ້ອມກັນນີ້ ທ່ານ ນາງ ຈິນດາວັນ ຈັນດາລາ ຜູ້ຈັດການ City Plex ກັບຜູ້ໃຫ້ການສະໜັບສະໜູນແມ່ນຍັງຈະມີແຜນການ ໃຫ້ມີຫຼາຍກິດຈະກຳຂຶ້ນ ເພື່ອໃຫ້ໄວໜຸ່ມເຍົາວະຊົນທີ່ມັກຫຼິ້ນ ໃຫ້ໄດ້ມີຄວາມຊຳນິຊຳນານ ມີລະດັບທຽບເທົ່າພາກພື້ນ ແລະ ສາກົນ. ພ້ອມດຽວກັນນັ້ນ ຍັງສາມາດເຮັດໃຫ້ພວກເຂົາເຂົ້າຮ່ວມໄດ້ຫຼາຍລາຍການ ເພື່ອເປັນການພັດທະນາໃຫ້ເຂົ້າຮ່ວມແຂ່ງຂັນລະດັບສາກົນ.

ຂອບໃຈຂໍ້ມູນຈາກ:
Watch | Facebook
https://fb.watch/4zEZAZ3q8g/