ຍີ່ປຸ່ນ ຢຸດການສັກວັກຊີນ ໂມເດີນາ 1.6 ລ້ານໂດສ ຫຼັງຈາກພົບສານປົນເປື້ອນ


ໃນວັນທີ 26 ສິງຫາ 2021 ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານຍີ່ປຸ່ນສັ່ງການລະງັບການສັກວັກຊີນຍີ່ຫໍ້ ໂມເດີນາ ຫຼັງຈາກມີລາຍງານຈາກເຈົ້າໜ້າທີ່ ແລະ ບໍລິສັດຜູ້ຜະລິດຢາວ່າ ມີວັກຊີນຈຳນວນ 1.63 ລ້ານ ທີ່ພົບສານປົນເປື້ອນໃນແກ້ວຂອງວັກຊີນທີ່ຍັງບໍ່ທັນໄດ້ໃຊ້.

ຫຼັງຈາກມີການພົບຄວາມຜິດປົກກະຕິໃນວັກຊີນດັ່ງກ່າວ, ບໍລິສັດຜູ້ຮັບຜິດຊອບຜະລິດຢາ ພ້ອມທັງການຈຳໜ່າຍ ແລະ ແຈກຢາຍວັກຊີນໂມເດີນາໃນຍີ່ປຸ່ນມີຊື່ວ່າ ບໍລິສັດ ທາເກດະ ຟາມາຊູຕິຄອນ (Takeda Pharmaceutical Co.) ຈຶ່ງໄດ້ແຈ້ງການດ່ວນຕໍ່ສູນສັກວັກຊີນຫຼາຍແຫ່ງ ພ້ອມກັບດຳເນີນການສືບສວນຫາສາເຫດກ່ຽວກັບເລື່ອງນີ້ຢ່າງຮີບດ່ວນ ແລະ ໄດ້ມີການສົ່ງລາຍລະອຽດໄປລາຍງານຕໍ່ສຳນັກງານໃຫຍ່ຂອງໂມເດີນາ ທີ່ລັດເເມສຊາຊູເຊັດ, ປະເທດສະຫະລັດອາເມຣິກາ.

ປັດຈຸບັນ, ປະຊາກອນຍີ່ປຸ່ນແມ່ນໄດ້ຮັບວັກຊີນແລ້ວ ທັງໝົດ 54,106,570ຄົນ ຫຼືປະມານ 43%. ການລາຍງານຜູ້ຕິດເຊື້ອສຳລັບຍີ່ປຸ່ນ ໃນວັນທີ 27 ສິງຫາ 2021 ແມ່ນມີຜູ້ຕິດເຊື້ອສະສົມທັງໝົດ 1,394,041ຄົນ, ເສຍຊີວິດສະສົມ 15,820ຄົນ.

ທີ່ມາ:

ພາບ: The Straits Times, Thairath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/