ສະຫະລັດອາເມລິກາ ທົດລອງຕັດຕໍ່ກຳມະພັນຍຸງເພື່ອໃຫ້ຍຸງມີລູກຍາກ


ປັດຈຸບັນ, ໄດ້ເກີດມີການແຜ່ລະບາດຂອງເຊື້ອພະຍາດ ໂດຍສະເພາະເເມ່ນພະຍາດອັກເສບປອດໂຄວິດ-19 ແຕ່ຫຼາຍທ່ານອາດຈະເບິ່ງຂ້າມເຊື້ອພະຍາດທີ່ເກີດຈາກສັດນ້ອຍໆຢ່າງເຊັ່ນ: ຍຸງ, ນັ້ນກໍຄື ໄຂ້ເລືອດອອກນັ້ນເອງ. ເຊື້ອພະຍາດນີ້ແມ່ນມີຄວາມຮຸນແຮງ ແລະ ແຜ່ລະບາດໄດ້ໄວ ໃນປະເທດຕ່າງໆໃນໂລກ ພ້ອມກັບສາມາດເຮັດໃຫ້ຄົນທີ່ຕິດເຊື້ອເສຍຊີວິດໄດ້ເຊັ່ນດຽວກັນ.

ຍ້ອນສະພາບການແນວນັ້ນ, ນັກວິໄຈຈາກສະຫະລັດອາເມລິກາ ທີ່ຮັບການສະໜັບສະໜູນໂດຍ ຫ້ອງປະຕິບັດການວິໄຈກອງທັບສະຫະລັດອາເມລິກາ ຮ່ວມກັບ ຫ້ອງການທົດລອງຂອງມະຫາວິທະຍາໄລ ແຄລິຟໍເນຍ (University of California) ແມ່ນກຳລັງພະຍາຍາມທົດລອງການໃຊ້ເຄື່ອງມືວິທະຍາສາດທີ່ສາມາດແກ້ໄຂກຳມະພັນເພື່ອເຮັດໃຫ້ຍຸງສາມາດມີລູກຍາກ ຈຶ່ງເປັນການເຮັດໃຫ້ ການແຜ່ກະຈາຍຂອງພະຍາດໄວຣັດຕ່າງໆທີ່ນຳໃຊ້ຍຸງເປັນພາຫະຊ້າລົງ.

ເມື່ອໄດ້ເຮັດການທົດລອງ, ນັກວິໄຈໄດ້ພົບວ່າ ເມື່ອພວກເຂົາເອົາຍຸງທຳມະດາເພດແມ່ ໄປປະໄວ້ຢູ່ໃນກ່ອງດຽວກັນກັບຍຸງທີ່ປ່ຽນກຳມະພັນແລ້ວໄລຍະໜຶ່ງ ແມ່ນຈະເຮັດໃຫ້ອັດຕາການຈະເລີນພັນຂອງຍຸງ ລົດລົງເຫຼືອພຽງແຕ່ 20% ເຊິ່ງເປັນຜົນສຳເລັດທີ່ໜ້າພໍໃຈຂອງນັກວິໄຈ.

ແນວໃດກໍຕາມ, ເຖິງແມ່ນວ່າຈະສາມາດລົດຄວາມສາມາດຂອງການຈະເລີນພັນຂອງຍຸງໄດ້ ແຕ່ກໍຍັງພົບວ່າ ຍຸງເພດແມ່ແມ່ນສາມາດປະສົມພັນກັບຍຸງເພດຜູ້ໄດ້ຫຼາຍກວ່າໜຶ່ງໂຕ ທາງນັກວິໄຈຈຶ່ງຈຳເປັນຕ້ອງປ່ອຍຍຸງທີ່ໄດ້ຮັບການປ່ຽນກຳມະພັນເປັນຈຳນວນຫຼາຍຖ້າຫາກຕ້ອງການກຳຈັດຍຸງໃນບໍລິເວນໃດໜຶ່ງ ເຊິ່ງອາດຈະເກີດຜົນກະທົບຕໍ່ປະຊາຊົນໃນບໍລິເວນດັ່ງກ່າວ. ນັກວິໄຈຈຶ່ງມີແຜນຈະດຳເນີນທົດລອງຕໍ່ໄປກ່ອນ ໂດຍທີ່ຫວັງວ່າໃນອະນາຄົດຈະສາມາດຄົ້ນພົບການລົດຈຳນວນຂອງຍຸງໄດ້ຢ່າງມີປະສິດທິພາບ ແລະ ປອດໄພຍິ່ງຂຶ້ນ.

ທີ່ມາ:

ພາບ: The Conversation, Time Magazine

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/