ຈາກອະດີດລັດຖະມົນຕີອັບການິສຖານສູ່ຄົນສົ່ງເຄື່ອງທີ່ເຢຍລະມັນ


ໃນວັນພະຫັດທີ່ຜ່ານມາ (26 ສິງຫາ 2021) ທາງສຳນັກຂ່າວໄດ້ພົບກັບ Sayed Sadaat, ອະດີດລັດຖະມົນຕີວ່າການສື່ສານຈາກປະເທດອັບການິສຖານ ກຳລັງສົ່ງເຄື່ອງຢູ່ໃນເຂດຕາເວັນຕົກຂອງ Leipzig, ປະເທດເຢຍລະມັນ ໂດຍຄາດຫວັງກັບອະນາຄົດທີ່ດີຂຶ້ນຂອງຕົນເອງ.

Sayed ໄດ້ຍ້າຍມາຢູ່ທີ່ເຢຍລະມັນຕັ້ງແຕ່ທ້າຍປີ 2020 ໂດຍທີ່ໄດ້ອອກຈາກວຽກຕັ້້ງແຕ່ປີ 2018. ສາເຫດຂອງການຍຸຕິບົດບາດການເປັນລັດຖະມົນຕີ ແມ່ນເກີດຈາກຄວາມຂັດແຍ້ງກັບກຸ່ມສະມາຊິກພັກ.​ ຫຼັງຈາກການເຮັດວຽກມາກວ່າ 2 ປີ, ອະດີດລັດຖະມົນຕີຄົນນີ້ຈຶ່ງໄດ້ຕັດສິນໃຈມາເລີ່ມຕົ້ນຊີວິດໃໝ່ທີ່ເຢຍລະມັນ ເຊິ່ງເປັນເວລາກ່ອນທີ່ອັບການິສຖານຈະຖືກກຸ່ມຕາລີບັນເຂົ້າຍຶດຄອງ.

ລາວຍັງເສີມອີກວ່າ ຄົນຈາກປະເທດບ້ານເກີດ ວິຈານໃນອາຊີບສົ່ງເຄື່ອງຂອງລາວ ເພາະລາວເປັນເຖິງອະດີດລັດຖະມົນຕີ, ແຕ່ສຳລັບ Sayed ນັ້ນ ວຽກກໍຄືວຽກ.

 “ຂ້ອຍຫວັງວ່ານັກການເມືອງຄົນອື່ນຈະເດີນຕາມເສັ້ນທາງຂອງຂ້ອຍ, ເຮັດວຽກກັບສາທາລະນະ ດີກວ່າທີ່ຈະມາຫຼົບລີ້”

ເລື່ອງຂອງ Sayed ໄດ້ຮັບຄວາມນິຍົມຫຼາຍຂຶ້ນ ຫຼັງຈາກທີ່ກຸ່ມຕາລີບັນຍຶດຄອງປະເທດ, ທັງຄອບຄົວ ແລະ ໝູ່ເພື່ອນຂອງລາວຕ່າງກໍພາກັນຢາກອອກຈາກປະເທດໂດຍຫວັງວ່າຈະສາມາດຂຶ້ນຍົນອົບພະຍົບໜີໄປໄດ້.

ຫຼັງຈາກການປະກາດຖອນກຳລັງຂອງສະຫະລັດອາເມຣິກາ ຈຳນວນຜູ້ຕ້ອງການລີ້ໄພໄປປະເທດເຢຍລະມັນກໍເພີ່ມຂຶ້ນຮອດ 130%.

Sayed ເລືອກມາປະເທດເຢຍລະມັນດ້ວຍຄວາມຫວັງຕໍ່ເສດຖະກິດທີ່ດີຂຶ້ນ ແລະ ບົດບາດໃນການນຳພາການນຳໃຊ້ເທັກໂນໂລຢີສື່ສານທາງໄກ ໄປຈົນຮອດພາກສ່ວນທາງຂໍ້ມູນເທັກໂນໂລຢີໃນໄລຍະຍາວ.

ແຕ່ການຫາວຽກທີ່ກົງກັບປະສົບການໃນເຢຍລະມັນກໍບໍ່ແມ່ນເລື່ອງງ່າຍ ໂດຍສະເພາະບັນຫາດ້ານກຳແພງຂອງພາສາແລ້ວ, ເຖິງແມ່ນວ່າ Sayed ຈະມີໃບປະກາດເທັກໂນໂລຢີສື່ສານທາງໄກ ໄປຈົນຮອດພາກສ່ວນທາງຂໍ້ມູນເທັກໂນໂລຢີ ແຕ່ລາວກໍບໍ່ສາມາດເວົ້າພາສາເຢຍລະມັນໄດ້ ໂອກາດຈຶ່ງໜ້ອຍຫຼາຍ.

“ພາສາແມ່ນສ່ວນທີ່ສຳຄັນທີ່ສຸດ” Sayed ກ່າວໄວ້. ທຸກມື້ລາວຈະໃຊ້ເວລາ 4 ຊົ່ວໂມງຮຽນພາສາເຢຍລະມັນຕໍ່ດ້ວຍການເຮັດວຽກສົ່ງເຄື່ອງ 6 ຊົ່ວໂມງ “ໄລຍະທຳອິດທີ່ເຮັດວຽກນັ້ນມັນທັງໜ້າຕື່ນເຕັ້ນ ແລະ ຍາກ” ລາວອະທິບາຍເຖິງຄວາມທ້າທາຍໃນການໃຊ້ລົດຖີບສົ່ງເຄື່ອງທົ່ວຕົວເມືອງ ກ່ອນຈະຖິ້ມທ້າຍວ່າ “ເມື່ອອອກໄປຫຼາຍເທົ່າໃດ ກໍໄດ້ເຈິຜູ້ຄົນຫຼາຍເທົ່ານັ້ນ ແລະ ເຈົ້າຈະໄດ້ຮຽນຮູ້ສິ່ງຕ່າງໆຫຼາຍຂຶ້ນ”

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/