ນັກກິລາລອຍນ້ຳຈາກບຣາຊິວ ອາຍຸ 19 ປີ ພິການແຂນທັງສອງເບື້ອງ ສູ້ສຸດກຳລັງຈົນໄດ້ຫຼຽນ


ນັກກິລາລອຍນ້ຳຈາກປະເທດບຣາຊິວ ອາຍຸ 19 ປີ ພິການແຂນທັງສອງເບື້ອງ ຕ້ອງໄດ້ຄາບແພເພື່ອໃຊ້ໃນການອອກຕົວໃນການແຂ່ງຂັນລອຍນ້ຳ ຈົນສຸດຄວາມສາມາດທີ່ຕົນມີ ໃນທີ່ສຸດກໍຄວ້າຫຼຽນເງິນໄປຄອບຄອງ.

ມະຫະກຳກິລາ Paralympics 2020 ທີ່ໄດ້ເລື່ອນມາຈັດປີ 2021 ເຊິ່ງຍີ່ປຸ່ນເປັນເຈົ້າພາບນີ້ ຄວາມແຕກຕ່າງຈະບໍ່ຄືຄັ້ງທີ່ຜ່ານມາ ເພາະເນື່ອງດ້ວຍສະພາບທົ່ວໂລກທີ່ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19, ການແຂ່ງຂັນກໍໄດ້ເລື່ອນ ຈັດງານກໍບໍ່ມີຜູ້ຄົນເຂົ້າຮັບຊົມດັ່ງທີ່ຜ່ານມາ.

ການແຂ່ງຂັນກິລາລອຍນ້ຳ ມີນັກກິລາຊື່ Gabriel Geraldo dos Santos Araujo ເປັນນັກກິລາປະເທດບຣາຊິວ ພິການແຂນທັງສອງເບື້ອງ, ແຕ່ສາມາດຄວ້າຫຼຽນເງິນມາໄດ້, ໃນການແຂ່ງຂັນປະເພດລອຍນໍ້າ Backstroke 100 ແມັດ, ຄລາສ S2 ສຳລັບຜູ້ພິການແຂນ ແລະ ຂາ. ການແຂ່ງຂັນໃນຮອບຊິງຊະນະເລີດ ໄດ້ເສຍປຽບໃຫ້ກັບຄູ່ແຂ່ງທີ່ໃຊ້ແຂນໃນການເຄື່ອນໄຫວໃນນ້ຳ ແຕ່ໃນຂະນະທີ່ Gabriel ບໍ່ມີແຂນທັງສອງເບື້ອງ ຕ້ອງໃຊ້ພຽງຂາໃນການເຄື່ອນໄຫວໄປທາງໜ້າ ຢ່າງຫ້າວຫັນຈົນສຸດຄວາມສາມາດ.

ການເສຍປຽບນີ້ກໍບໍ່ໄດ້ສົ່ງຜົນກະທົບຕໍ່ຜົນງານເລີຍ ເພາະເຂົາສາມາດລອຍນ້ຳເຂົ້າສູ່ເສັ້ນໄຊເປັນອັນດັບທີ 2 ເຮັດເວລາໄດ້ 2 ນາທີ 2.47 ວິນາທີ, ມີຈັງຫວະໜຶ່ງເກືອບຈະໄດ້ເຂົ້າເປັນອັນດັບໜຶ່ງ ແຕ່ຖືກຄູ່ແຂ່ງແຊງໄປກ່ອນ.

Gabriel ມີອາການ Phocomelia ຫຼື ພາວະແຂນຂາສັ້ນລົງກວ່າປົກກະຕິ ຕັ້ງແຕ່ກຳເນີດ ເຊິ່ງເປັນພາວະທີ່ເກີດຂຶ້ນໄດ້ຍາກຫຼາຍໃນໂລກໃບນີ້, ແຕ່ກໍເປັນເລື່ອງໂຊກດີຂອງເຂົາທີ່ຄູສອນພາລະສຶກສາໃນໂຮງຮຽນ ໄດ້ສົນໃຈໃນຕົວຂອງເຂົາ ຝຶກຝົນຫຼໍ່ໃນການລອຍນ້ຳຈົນສາມາດຜັນປ່ຽນພັດທະນາຄວາມເກັ່ງກ້າ ມາສູ່ການເປັນນັກກິລາຕົວແທນຂອງປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/