ການສົ່ງອອກລົດຍົນໄຟຟ້າ (EV) ຂອງຈີນໃນເດືອນເມສາພຸ່ງຂຶ້ນ 40% ດ້ວຍຍອດສະສົມປີນີ້ເກືອບ 9 ແສນຄັນ ທ່າມກາງຄວາມຕ້ອງການທີ່ເຕີບໂຕຢ່າງແຂງແຮງໃນອາຊີ, ເອີຣົບ ແລະ ລາຕິນອາເມຣິກາ ເຊິ່ງເປັນການຍູ້ດັນການຫັນປ່ຽນສູ່ພະລັງງານສະອາດ ແລະ ສ້າງແຮງກົດດັນຕໍ່ຄູ່ແຂ່ງໃນຕະຫຼາດໂລກ.
ສຳນັກຂ່າວບລູມເບີກ (Bloomberg) ລາຍງານໂດຍອ້າງອີງຂໍ້ມູນຈາກກົມພາສີຂອງຈີນ ລະບຸວ່າ ຍອດການສົ່ງອອກລົດ EV ຂອງຈີນໃນເດືອນເມສາ 2026 ບັນລຸເຖິງ 278.081 ຄັນ ເພີ່ມຂຶ້ນ 40% ເມື່ອທຽບໃສ່ປີຜ່ານມາ ແລະ ເມື່ອລວມຍອດສະສົມຕັ້ງແຕ່ຕົ້ນປີແມ່ນສູງເຖິງ 893.852 ຄັນ ເພີ່ມຂຶ້ນເຖິງ 48%.
ໃນນັ້ນ ປະເທດບຣາຊິນກາຍເປັນຕະຫຼາດທີ່ໂດດເດັ່ນ ແລະ ສຳຄັນທີ່ສຸດ ໂດຍມີຍອດນຳເຂົ້າລົດ EV ຈາກຈີນໃນເດືອນເມສາພຸ່ງຂຶ້ນເຖິງ 221% ແຕະລະດັບ 38.144 ຄັນ ແລະ ມີຍອດສະສົມຕັ້ງແຕ່ຕົ້ນປີເຕີບໂຕຢ່າງມະຫາສານເຖິງ 402% ຫຼື ຄິດເປັນ 113.027 ຄັນ ເຊິ່ງສູງທີ່ສຸດໃນບັນດາປະເທດປາຍທາງທັງໝົດ ສະທ້ອນໃຫ້ເຫັນເຖິງການຂະຫຍາຍຕົວຢ່າງກ້າວກະໂດດຂອງອຸດສາຫະກຳຍານຍົນໄຟຟ້າຈີນໃນເວທີສາກົນ.
ເມື່ອພິຈາລະນາເປັນລາຍພາກພື້ນ ພາກພື້ນອາຊີຍັງຄົງຮັກສາຕຳແໜ່ງຕະຫຼາດສົ່ງອອກລົດ EV ທີ່ໃຫຍ່ທີ່ສຸດຂອງຈີນ ດ້ວຍຍອດນຳເຂົ້າ 110.613 ຄັນ ເພີ່ມຂຶ້ນ 20%, ຖັດມາແມ່ນທະວີບເອີຣົບ ທີ່ນຳເຂົ້າ 83.813 ຄັນ ເພີ່ມຂຶ້ນ 36% ແລະ ພາກພື້ນລາຕິນອາເມຣິກາລວມທັງແຄຣິບບຽນ ທີ່ມີຍອດນຳເຂົ້າ 52.897 ຄັນ ພຸ່ງຂຶ້ນເຖິງ 80%.
ທີ່ໜ້າສົນໃຈແມ່ນ ຍອດການສົ່ງອອກໄປຍັງສະຫະພາບເອີຣົບ (EU) ຍັງຄົງເຕີບໂຕເພີ່ມຂຶ້ນ 41% ຫຼື ປະມານ 63.063 ຄັນ ແມ້ວ່າໃນປັດຈຸບັນພາກພື້ນເອີຣົບຈະເລີ່ມນຳໃຊ້ມາດຕະການທາງການຄ້າທີ່ເຂັ້ມງວດຂຶ້ນຕໍ່ກັບລົດ EV ຈາກຈີນກໍຕາມ.
ສຳລັບໃນພາກພື້ນອາຊີ, ປະເທດໄທມີຍອດນຳເຂົ້າລົດ EV ຈາກຈີນ 19.882 ຄັນ ເພີ່ມຂຶ້ນ 78%, ເກົາຫຼີໃຕ້ ພຸ່ງຂຶ້ນ 190% ຢູ່ທີ່ 18.319 ຄັນ, ແລະ ອິນເດຍ ນຳເຂົ້າ 11.776 ຄັນ ເພີ່ມຂຶ້ນ 73%.
ໃນຂະນະດຽວກັນ, ປະເທດໃນເອີຣົບຢ່າງ ສະຫະລາຊະອານາຈັກ ກໍມີຍອດນຳເຂົ້າ 15.154 ຄັນ ເພີ່ມຂຶ້ນ 30% ແລະ ເຢຍລະມັນ ເພີ່ມຂຶ້ນ 110% ແຕະລະດັບ 7.925 ຄັນ. ເຖິງຢ່າງໃດກໍຕາມ, ອິນໂດເນເຊຍ ເປັນໜຶ່ງໃນບໍ່ກີ່ປະເທດທີ່ມີຍອດນຳເຂົ້າຫຼຸດລົງ 10% ເຫຼືອພຽງ 7.205 ຄັນ.
ທັງນີ້, ຕົວເລກສະຖິຕິດັ່ງກ່າວແມ່ນກວມເອົາສະເພາະຍານພາຫະນະທີ່ຂັບເຄື່ອນດ້ວຍມໍເຕີໄຟຟ້າພຽງຢ່າງດຽວ (BEV) ພາຍໃຕ້ລະຫັດສາກົນ HS 870380 ເຊິ່ງເປັນຂໍ້ມູນທີ່ຈັດທຳຂຶ້ນໂດຍລະບົບ Bloomberg Automation ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຍານຍົນໄຟຟ້າຂອງຈີນກຳລັງສ້າງຜົນກະທົບຢ່າງຮຸນແຮງຕໍ່ຕ່ອງໂສ້ອຸປະທານຍານຍົນທົ່ວໂລກ ແລະ ກາຍເປັນຕົວຂັບເຄື່ອນຫຼັກໃນຕະຫຼາດລົດຍົນຍຸກໃໝ່.
#LaoXperts #ລົດຍົນໄຟຟ້າ #EVຈີນ #ສົ່ງອອກລົດEV #ເສດຖະກິດໂລກ #ພະລັງງານສະອາດ


