ຊົມເຊີຍ! ໄຊຊະນະ ມະນີຈັນ ນັກກິລາປິ່ງປ່ອງເຍົາວະຊົນລາວ ຄົນທຳອິດ ຄວ້າແຊ້ມປິ່ງປ່ອງເຍົາວະຊົນຊິງແຊ້ມລະດັບນານາຊາດ

ໄຊຊະນະ ມະນີຈັນ

ໄຊຊະນະ ມະນີຈັນ ນັກກິລາປິ່ງປ່ອງເຍົາວະຊົນຊາຍ ຈາກ ສປປ ລາວ ໄວ 10 ປີ ກາຍເປັນນັກກິລາປິ່ງປ່ອງເຍົາວະຊົນລາວຄົນທຳອິດ ສາມາດຄວ້າແຊ້ມປິ່ງປ່ອງເຍົາວະຊົນ-ໄວໜຸ່ມຊິງແຊ້ມລະດັບນານາຊາດ ລາຍການ WTT Youth Contender Doha 2023 ທີ່ນະຄອນຫຼວງໂດຮາ ປະເທດກາຕ້າ ໃນລະຫວ່າງວັນທີ 27-30 ມັງກອນ 2023 ຜ່ານມາ.

ໄຊຊະນະ ມະນີຈັນ ຫລື ນ້ອງເຄນໂດ້ ຈາກສະໂມສອນດາລາວອນ ລົງແຂ່ງ 2 ລາຍການຄື: ຮຸ່ນອາຍຸບໍ່ເກີນ 11 ປີ ແລະ ບໍ່ເກີນ 13 ປີ, ໂດຍ ໄຊຊະນະ ມະນີຈັນ ສາມາດຄວ້າແຊ້ມໃນຮຸ່ນອາຍຸບໍ່ເກີນ 11 ປີ ດ້ວຍຜົນງານຊະນະລວດແບບບໍ່ເສຍເກມ, ຮອບແບ່ງກຸ່ມ ຊະນະ Youssef ABOUAHMED ຈາກອີຢິບ 3-0 ເກມ: 11-8, 11-4, 11-5, ຊະນະ Hamad AL-ABDULLA ຈາກເຈົ້າພາບກາຕ້າ 3-0 ເກມ: 11-2, 11-4, 11-1 ແລະ ຊະນະ Hamad AL SULAITI ອີກໜຶ່ງນັກກິລາຈາກເຈົ້າພາບ 3-0 ເກມ: 11-9, 11-5, 13-11.

ໄຊຊະນະ ມະນີຈັນ

ມາໃນຮອບຮອງຊະນະເລີດ ຫຼື 4 ຄົນສຸດທ້າຍ ຊະນະ Rabeah AL-KUWARI ອີກໜຶ່ງນັກກິລາຈາກເຈົ້າພາບ 3-0 ເກມ: 11-2, 11-6, 11-8 ແລະ ຮອບຊິງຊະນະ Abinav PRASANNA ຈາກສະຫະລັດ ອາເມຣິກາ 3-0 ເກມ: 11-8, 11-6, 11-2 ຄວ້າແຊ້ມມາຄອງຢ່າງສະຫງ່າງາມ.

ໄຊຊະນະ ມະນີຈັນ

ອີກໜຶ່ງນັກກິລາລາວທີ່ເຂົ້າຮ່ວມແຂ່ງຂັນລາຍການນີ້ຄື: ທ້າວ ອານັນ ວົງສາ ຫລື ນ້ອງ ກອບປີ້ ໄວ 16 ປີ ຈາກສະໂມສອນ SV ລົງແຂ່ງໃນຮຸ່ນອາຍຸບໍ່ເກີນ 17 ປີ ຜົນງານກໍດີສົມຄວນ ຜ່ານຮອບແບ່ງກຸ່ມ ດ້ວຍຜົນງານ ຊະນະ 1 ເສຍ 2 ຮອບ 32 ຄົນ ຜ່ານນັກກິລາເຈົ້າພາບ 3-2 ເກມ, ແຕ່ມາຕົກຮອບ 16 ຄົນສຸດທ້າຍ ເສຍໃຫ້ນັກກິລາຈາກສາທາລະນະລັດເກົາຫຼີ 0-3 ເກມ: 6-11, 5-11, 5-11. ຈາກນັ້ນ ອານັນ ວົງສາ ລົງແຂ່ງໃນຮຸ່ນອາຍຸບໍ່ເກີນ 19 ປີ ຕົກຮອບແບ່ງກຸ່ມ ເສຍ 3 ນັດລວດ ແຕ່ຖືວ່າເສຍຄະແນນບໍ່ຂາດຫຼາຍ.

ໄຊຊະນະ ມະນີຈັນ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/