ໂຮງແຮມດາວດອກງິ້ວຄຳ! ທີ່ມີເອກະລັກປົນລາວ-ຈີນ ມີມູນຄ່າລົງທຶນເຖິງ 200 ລ້ານໂດລາ

ໂຮງແຮມດາວດອກງິ້ວຄຳ

ພິທີເປີດໂຮງແຮມດາວດອກງິ້ວຄໍາ ເຊິ່ງຕັ້ງຢູ່ໃຈກາງເຂດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີເນື້ອທີ່ທັງໝົດ 110.000 ຕາແມັດ ມູນຄ່າການກໍ່ສ້າງ 200 ລ້ານໂດລາສະຫະລັດ.

ໃຫ້ກຽດເຂົ້າຮ່ວມໃນພິທີມີທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ພ້ອມດ້ວຍບັນດາການນໍາຂັ້ນສູງຈາກສູນກາງ, ທ້ອງຖິ່ນ ແລະ ແຂກຖືກເຊີນເຂົ້ນຮ່ວມ.

ໂຮງແຮມດາວດອກງິ້ວຄຳ

ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ກ່າວວ່າ: ໂຮງແຮມດາວດອກງິ້ວຄໍາ ເປັນໂຮງແຮມລະດັບ 5 ດາວຂະໜາດໃຫຍ່ຄົບວົງຈອນ ເຊິ່ງເປັນໜຶ່ງໃນໂຄງການທີ່ນອນຢູ່ໃນ 13 ກິດຈະການທີ່ທາງລັດຖະບານ ສປປ ລາວ ສົ່ງເສີມໃນສັນຍາ ສະບັບປັບປຸງ ປີ 2014 ເຊິ່ງໄດ້ເລີ່ມຕົ້ນການກໍ່ສ້າງນັບແຕ່ ປີ 2019 ເປັນຕົ້ນມາ ມາຮອດປັດຈຸບັນການກໍ່ສ້າງໄດ້ສໍາເລັດເປັນທີ່ຮຽບຮ້ອຍແລ້ວ.

ໂຮງແຮມດາວດອກງິ້ວຄຳ

ໂຮງແຮມດັ່ງກ່າວລວມມີທັງໝົດ 515 ຫ້ອງ ສາມາດຮອງຮັບແຂກໄດ້ເຖິງ 980 ຄົນ ເປັນໂຮງແຮມທີ່ໃຫຍ່ໂດດເດັ່ນ ເເລະ ສວຍງາມ ໂດຍການອອກເເບບປະສົມປະສານທີ່ເປັນເອກະລັກຊົນເຜົ່າຂອງເອເຊຍຕາເວັນອອກສຽງໃຕ້ (ຮູບແບບດອກງິ້ວຄໍາ).

ທຸກພາກສ່ວນຕ່າງໆທັງພາຍນອກ ເເລະ ພາຍໃນຂອງໂຮງເເຮມເເມ່ນອອກແບບໃຫ້ທັນສະໄໝ ມີລະບົບອໍານວຍຄວາມສະດວກຄົບຊຸດປະກອບ ມີຮ້ານອາຫານ, ເຄື່ອງດື່ມ, ສະຖານທີ່ບັນເທີງ, ສະຖານທີ່ຈັດງານລ້ຽງ, ຫ້ອງປະຊຸມ ແລະ ບ່ອນພັກຜ່ອນ, ບ່ອນຊົມວິວທິວທັດທໍາມະຊາດທີ່ສວຍສົດງົດງາມ.

ໂຮງແຮມດາວດອກງິ້ວຄຳ

ຂອບໃຈຂໍ້ມູນ ແລະ ຮູບພາບ ຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/