ມື້ນີ້ແລ້ວເປັນມື້ທີ່ປິດຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ

ປິດຮ້ານແລກປ່ຽນເງິນຕາ

ຫຼັງຈາກທີ່ໄດ້ມີແຈ້ງການອອກມາວ່າຈະປິດຮ້ານແລກປ່ຽນເງິນຕາ ແລະ ຫຼ້າສຸດ ມື້ນີ້ກໍເປັນມື້ປິດຢ່າງເປັນທາງການແລ້ວ. ວັນທີ 31 ມັງກອນ 2023 ເປັນມື້ສຸດທ້າຍທີ່ ບັນດາຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ ຕ້ອງໄດ້ປິດບັນຊີເງິນຝາກທີ່ອອກຊື່ຮ້ານ ຕາມແຈ້ງການທະນາຄານແຫ່ງ ສປປ ລາວ ສະບັບເລກທີ01/ທຫລ ລົງວັນທີ 13 ມັງກອນ2023 ໃຫ້ຍຸຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາທີ່ເປັນຕົວແທນຂອງທະນາຄານທຸລະກິດ ຈໍານວນ 113 ຮ້ານ ທີ່ຂຶ້ນກັບ 6 ທະນາຄານທຸລະກິດ ເຊິ່ງເນື້ອໃນສໍາຄັນຂອງແຈ້ງການໄດ້ລະບຸດັ່ງນີ້:

ໂດຍທະນາຄານແຫ່ງ ສປປ ລາວ ໄດ້ແຈ້ງການຍຸຕິການອະນຸຍາດດໍາເນີນທຸລະກິດ ແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນທັງໝົດ 113 ຮ້ານ ທີ່ຂຶ້ນກັບ 6 ທະນາຄານທຸລະກິດ ແລະ ໃຫ້ທະນາຄານທຸລະກິດ ທີ່ມີຮ້ານແລກປ່ຽນເງິນຕາຕົວແທນຂຶ້ນກັບ ຢຸດເຊົາການຕໍ່ອາຍຸສັນຍາ ແລະ ຍົກເລີກສັນຍາຕົວແທນບໍລິການແລກປ່ຽນເງິນຕາ ກັບຮ້ານແລກປ່ຽນເງິນຕາຕົວແທນຂອງຕົນທັງໝົດ.

ປິດຮ້ານແລກປ່ຽນເງິນຕາ

ໃນເວລາດຽວກັນໃຫ້ດໍາເນີນການປິດບັນຊີເງິນຝາກ ທີ່ອອກຊື່ຮ້ານແລກປ່ຽນເງິນຕາຕົວແທນ ຢູ່ທະນາຄານທຸລະກິດທີ່ກ່ຽວຂ້ອງ, ນໍາສົ່ງບົດບັນທຶກການຍົກເລີກສັນຍາການເປັນຕົວແທນແລກປ່ຽນເງິນຕາ ລະຫວ່າງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ພ້ອມທັງໜັງສືອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຂອງຮ້ານແລກປ່ຽນເງີນຕາຕົວແທນທີ່ ຂຶ້ນກັບທະນາຄານທຸລະກິດຕົນ ສົ່ງຄືນໃຫ້ແກ່ກົມນະໂຍບາຍເງິນຕາ ຫຼື ສາຂາທະນາຄານແຫ່ງ ສປປ ລາວ ປະຈໍາພາກທີ່ກ່ຽວຂ້ອງ ພາຍໃນວັນທີ 31 ມັງກອນ 2023.

ປິດຮ້ານແລກປ່ຽນເງິນຕາ

ສຳລັບທະນາຄານທຸລະກິດທີ່ມີຈຸດປະສົງ ຕ້ອງການສ້າງຕັ້ງໜ່ວຍແລກປ່ຽນເງິນຕາ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022. ຕາມແຈ້ງການຍັງໃຫ້ຮູ້ອີກວ່າ, ບັນດາຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດຕ້ອງໄດ້ປິດບັນຊີເງິນຝາກທີ່ອອກຊື່ຮ້ານ ໃນວັນທີ 31 ມັງກອນ 2023 ນີ້.

ປິດຮ້ານແລກປ່ຽນເງິນຕາ

ຂອບໃຈຂໍ້ມູນຈາກ: https://bit.ly/3HmGuII

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/