ຊາວອີຣ່ານເສຍຊີວິດ 15 ຄົນ ຫຼັງມີຄົນຮ້າຍໃຊ້ອາວຸດປືນບຸກຍິງຄົນໃນມັດສະຍິດ

ຊາວອີຣ່ານເສຍຊີວິດ 15 ຄົນ

ໃນສະພາບປັດຈຸບັນເຫດການກວາດຍິງແມ່ນເກີດຂຶ້ນຢູ່ເລື້ອຍໆ ແລະຫຼ້າສຸດນີ້ກໍເກີດຂຶ້ນຢູ່ປະເທດອີຣ່ານ ໂດຍໃນວັນທີ 26 ຕຸລາ 2022 ເວັບໄຊຕ່າງປະເທດຢ່າງ Al Jazeera  ໄດ້ລາຍງານວ່າ ໄດ້ເກີດເຫດການກວາດຍິງພາຍໃນມັດສະຍິດ “Shah Cheragh” ເຊິ່ງເປັນມັດສະຍິດນິກາຍຊີອະທີ່ໃຫຍ່ອັນດັບສອງຂອງປະເທດອີຣ່ານ. ຈາກເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ, ໃນຈໍານວນຜູ້ເສຍຊີວິດແມ່ນລວມມີຜູ້ຍິງແລະເດັກ ພ້ອມນັ້ນຍັງພົບວ່າມີຜູ້ໄດ້ຮັບບາດເຈັບອີກ 40 ຄົນ.

ຊາວອີຣ່ານເສຍຊີວິດ 15 ຄົນ

ໃນກຸ່ມຜູ້ບາດເຈັບແລະຜູ້ລອດຊີວິດຈາກເຫດການຄັ້ງນີ້ໄດ້ບອກກັບ Al Jazeera ວ່າ ຕອນທີ່ເກີດເຫດນັ້ນພວກຕົນກໍາລັງກະກຽມສະຖານທີ່ໃຫ້ກັບຄົນທີ່ຈະມາລະໝາດ ຫຼັງຈາກນັ້ນກໍໄດ້ຍິນສຽງປືນດັງຂຶ້ນ ພວກຕົນພະຍາຍາມທີ່ຈະຫຼົບໄປອີກທາງໜຶ່ງແຕ່ຮູ້ຕົວອີກເທື່ອເລືອດກໍໄຫຼອອກມາ.

“ຂ້ອຍບໍ່ເຫັນຊ້ຳວ່າໃຜເປັນຜູ້ຍິງປືນ ມັນເລີ່ມມາຈາກຖະໜົນທີ່ພວກເຮົາຜ່ານມາ ແລະ ກຸ່ມຄົນຮ້າຍກໍໄດ້ໃຊ້ອາວຸດປືນຍິງໃຜກໍຕາມທີ່ພວກເຂົາເຫັນຫຼັງຈາກທີ່ພວກເຂົາເຂົ້າມາທີ່ມັດສະຍິດ ຂ້ອຍເຫັນຄົນທີ່ໄດ້ຮັບບາດເຈັບແລະເສຍຊີວິດ ແຕ່ຂ້ອຍບໍ່ເຫັນວ່າໃຜເປັນຜູ້ລົງມື” ໜຶ່ງໃນຜູ້ລອດຊີວິດໄດ້ກ່າວ.

ຊາວອີຣ່ານເສຍຊີວິດ 15 ຄົນ

ດ້ານ IRNA ສຳນັກຂ່າວຊື່ດັງຂອງອີຣ່ານລາຍງານວ່າ ກຸ່ມຄົນຮ້າຍແມ່ນມີ 3 ຄົນເຊິ່ງມີອາວຸດຕິດມືມານຳ. ພ້ອມນັ້ນຍັງເຊື່ອວ່າຄົນຮ້າຍທັງ3 ບໍ່ແມ່ນຄົນຊົນຊາດອີຣ່ານ ແຕ່ເປັນພວກ Takfiri ເຊິ່ງເປັນກຸ່ມມຸດສະລິມນິກາຍສຸໜີ່ທີ່ມີແນວຄິດຫົວຮຸນແຮງແລະມຸ່ງເປົ້າໂຈມຕີຊາວມຸດສະລິມນິກາຍຊີອະຢູ່ຫຼາຍຄັ້ງໃນໄລຍະຫຼາຍປີທີ່ຜ່ານມາ ໂດຍຂະນະນີ້ທາງເຈົ້າໜ້າທີ່ຕໍາຫຼວດສາມາດຈັບກຸມຄົນຮ້າຍໄດ້ແລ້ວ 2 ຄົນ ສ່ວນອີກ 1 ຄົນແມ່ນຢູ່ໃນລະຫວ່າງການຫຼົບໜີ. ຕໍ່ມາຫຼ້າສຸດນີ້ ກຸ່ມລັດອິດສະລາມໃນອີຣັກແລະຊີເຣຍ (ISIS) ແມ່ນໄດ້ອອກມາຖະແຫຼງການແລ້ວວ່າຄົນທີ່ຢູ່ເບື້ອງຫຼັງການກວາດຍິງແມ່ນກຸ່ມຂອງຕົນ.

ຊາວອີຣ່ານເສຍຊີວິດ 15 ຄົນ

Ebrahim Raisi ປະທານາທິບໍດີຂອງອີຣ່ານໄດ້ກ່າວວ່າເຫດການບຸກໂຈມຕີຄັ້ງນີ້ຈະຕ້ອງບໍ່ຈົບລົງແບບໄຮ້ຄໍາຕອບ ເນື່ອງຈາກທີ່ຜ່ານມາອີຣ່ານເຄີຍເຫັນແລ້ວວ່າ ເມື່ອສັດຕູປະສົບຄວາມຜິດພາດທີ່ຈະເຮັດໃຫ້ອີຣ່ານແຍກຕົວກໍມັກຈະແຄ້ນດ້ວຍການກໍ່ເຫດຄວາມຮຸນແຮງໂຈມຕີອີຣ່ານ.

ຊາວອີຣ່ານເສຍຊີວິດ 15 ຄົນ

ທັງນີ້ເຫດການດັ່ງກ່າວແມ່ນເກີດຂຶ້ນທ່າມກາງຂະນະປະຊາຊົນຊາວອີຣ່ານກໍາລັງຮ່ວມໄວ້ອາໄລຄົບຮອບ 40 ມື້ ນັບຕັ້ງແຕ່ “Mahsa Amini” ຍິງສາວໄວ 22 ປີຖືກຈັບກຸມຕົວໃນຂໍ້ຫາສວມໃສ່ “ຮິຍາບ” ບໍ່ຮຽບຮ້ອຍ ຈົນເປັນເຫດໃຫ້ Masha ຕ້ອງຖືກໂທດ ແລະ ເສຍຊີວິດໃນຄຸກ ເຊິ່ງນັ້ນເຮັດໃຫ້ຊາວອີຣ່ານບໍ່ພໍໃຈແລະອອກມາປະທ້ວງຕາມຖະໜົນ ຕັ້ງແຕ່ເມື່ອເດືອນກັນຍາ. ຢ່າງໃດກໍຕາມເຊື່ອວ່າເຫດການທີ່ເກີດຂຶ້ນໃນມັດສະຍິດບໍ່ໜ້າຈະມີຄວາມກ່ຽວຂ້ອງກັບເຫດປະທ້ວງທີ່ເກີດຂຶ້ນແຕ່່ຢ່າງໃດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/