ຂາປະຈຳ Europa! ບາເຊໂລນາ ຕົກຮອບ UCL ລົງໄປຫຼິ້ນ Europa League ເປັນປີທີ 2 ຕິດຕໍ່ກັນ

Europa

ຈາກການປະລາໄຊຂອງ ບາເຊໂລນາ ທີ່ມີຕໍ່ ບາເຢີນ ມິວນິກ ເມື່ອຄໍ່າຄືນທີ່ຜ່ານມາ ດ້ວຍສະກໍ 0 ປະຕູຕໍ່ 3 ເຮັດໃຫ້ພວກເຂົາເກັບໄດ້ພຽງ 4 ຄະແນນ ຈາກ 5 ນັດທີ່ລົງຫຼິ້ນ ແລະ ຕົກເປັນອັນດັບ 3 ຂອງກຸ່ມ ຕົກລົງໄປຫຼິ້ນ ໃນການແຂ່ງຂັນຮອງລົງມາ ຢ່າງ ລາຍການ Europa League ເປັນປີທີ 2 ຕິດຕໍ່ກັນ.

ສຳລັບສະຖານະການຂອງ ທີມ ກ່ອນເກມນີ້ຈະເລີ່ມຂຶ້ນ ບາເຊໂລນາ ແມ່ນບໍ່ໄດ້ກຳຄວາມໄດ້ປຽບໄວ້ໃນມືຂອງຕົນເອງຢູ່ແລ້ວ. ໂດຍ ກ່ອນແຂ່ງ ບາເຊໂລນາ ມີຢູ່ 4 ຄະແນນ ເປັນອັນດັບ 3 ຂອງກຸ່ມ ແລະ ຕ້ອງເອົາຊະນະ ບາເຢີນ ມິວນິກ ໃຫ້ໄດ້ ແລະ ຫວັງໃຫ້ ອິນເຕີ ມິລານ ທີ່ມີ 7 ຄະແນນ ເປັນອັນດັບ 2 ຂອງກຸ່ມ ພົບກັບຄວາມປະລາໄຊໃຫ້ໄດ້ ຈຶ່ງຈະມີສິດທີ່ຈະຜ່ານເຂົ້າຮອບຕໍ່ໄປ.

Europa

ແຕ່ຜົນທີ່ອອກມາ ກັບກົງກັນຂ້າມ ເພາະນອກຈາກ ບາເຊໂລນາ ຈະບໍ່ສາມາດເອົາຊະນະ ບາເຢີນ ໄດ້ແລ້ວ  ອິນເຕີ ມິລານ ຍັງສາມາດ ເອົາຊະນະ ວິກຕໍເລຍ ເປີເຊັນ ໄດ້ອີກເຖິງ 4 ປະຕູຕໍ່ 0 ສົ່ງຜົນໃຫ້ ບາເຊໂລນາ ຕ້ອງຕົກລົງໄປຫຼິ້ນໃນ ຢູໂຣປາ ຢ່າງປະຕິເສດບໍ່ໄດ້ ເປັນປີ ທີ 2 ຕິດຕໍ່ກັນ.

Europa

ບາເຊໂລນາ ນັ້ນຄາດຫວັງກັບຜົນງານໃນລະດູການນີ້ໄວ້ເປັນຢ່າງສູງ ເນື່ອງຈາກຄວາມຜິດຫວັງຈາກລະດູການທີ່ຜ່ານມາ ແລະ ການເຂົ້າມາຄຸມທີມແບບເຕັມຕົວ ຂອງ ຊາບີ ເຮີນັນເດສ ຕຳນານຂອງທີມ ແລະ ການເຂົ້າມາຂອງນັກເຕະຫຼາຍຄົນ ເພື່ອຫວັງຈະໃຊ້ຜົນງານ ຟື້ນຟູຊື່ສຽງ ແລະ ສະຖານະການຕ່າງຂອງທີມໄດ້.

Europa

ໂດຍໃນລະດູການນີ້ ບາເຊໂລນາ ນັ້ນໃຊ້ເງິນມະຫາສານ ໃນການເສີມທີມເຊັ່ນ: ໂຣເບີດ ເລວານໂດສກີ້ 45 ລ້ານ ຢູໂຣ, ຮາຟິນຢ່າ 58 ລ້ານ ຢູໂຣ, ຈູ ຄຸນເດ້ 50 ລ້ານ ຢູໂຣ ແລະ ພາໂບ ໂຕເລ 5 ລ້ານຢູໂຣ ລວມໆໃຊ້ເງິນໄປເກືອບໆ 160 ລ້ານຢູໂຣ ທ່າມກາງບັນຫາ ທາງດ້ານການເງິນຂອງສະໂມສອນ.

ບາເຊໂລນາ ເປັນອີກໜຶ່ງທີມຈາກປະເທດສະເປນທີ່ຕ້ອງຕົກຮອບແບ່ງກຸ່ມໃນລາຍການນີ້ໄປພ້ອມໆກັບ ເຊບີຢ່າ ແລະ ແອັດເລຕິໂກ ມາດຣິດ. ສ່ວນທີມດຽວຈາກສະເປນ ທີ່ສາມາດຜ່ານເຂົ້າຮອບ 16 ທີມສຸດທ້າຍຂອງລາຍການນີ້ກໍຄື ເຣອັນ ມາດຣິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/