ກົມຮູບເງົາ ຮຽກຮ້ອງໃຫ້ທຸກພາກສ່ວນພ້ອມກັນປົກປັກຮັກສາຂໍ້ມູນພາບ-ສຽງ ໃຫ້ກາຍເປັນສົມບັດຊາດ

ກົມຮູບເງົາ

ກົມຮູບເງົາ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ຈະໄດ້ຈັດກິດຈະກຳຕິດປ້າຍຄຳຂວັນ ແລະ ໂຄສະນາເຜີຍແຜ່ກ່ຽວກັບ ວັນມໍລະດົກ ພາບ-ສຽງໂລກ ຄົບຮອບ 42 ປີ ແລະ ວັນຄວາມຊົງຈຳໂລກຄົບຮອບ 30 ປີ ໃຫ້ສັງຄົມໄດ້ຮັບຮູ້ ແລະ ພ້ອມກັນປົກປັກຮັກສາຂໍ້ມູນ ພາບ-ສຽງ ທີ່ເປັນມໍລະດົກຂອງປະເທດ ໃຫ້ກາຍເປັນສົມບັດຂອງຊາດ ເພື່ອສະເຫລີມສະຫລອງວັນມໍລະດົກ ພາບ-ສຽງໂລກ ໃນປີນີ້ ໃຫ້ມີບັນຍາກາດອັນຄຶກຄື້ນ ແນໃສ່ໃຫ້ທົ່ວສັງຄົມເຫັນເຖິງຄວາມໝາຍ, ຄວາມສຳຄັນຂອງພາບ-ສຽງ ໂດຍສະເພາະແມ່ນຮູບເງົາມູນເຊື້ອໃນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວ. ພ້ອມນີ້, ຍັງເປັນການປູກຈິດສຳນຶກໃຫ້ແກ່ບັນດາຊາວໜຸ່ມ-ເຍົາວະຊົນໃຫ້ຮູ້ຈັກຄຸນຄ່າຂອງການເກັບຮັກສາ, ຖະໜຸຖະໜອມວັດຖຸທີ່ເປັນພາບ-ສຽງໃຫ້ກາຍເປັນສົມບັດຂອງຕົນເອງ, ເປັນຂອງປະເທດຊາດ ແລະ ໃຫ້ກາຍເປັນມໍລະດົກພາບ-ສຽງໂລກ ເຊິ່ງອົງການຢູເນສໂກ ໄດ້ກຳນົດເອົາ ວັນທີ 27 ຕຸລາ ຂອງທຸກໆປີເປັນວັນ ມໍລະດົກ ພາບ-ສຽງໂລກ.

ທ່ານ ຄຳເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ໄດ້ໃຫ້ຮູ້ ໃນວັນທີ 25 ຕຸລາ 2022 ນີ້ວ່າ: ອົງການຢູເນສໂກ (UNESCO) ໄດ້ກຳນົດເອົາວັນທີ 27 ຕຸລາ ຂອງທຸກໆປີເປັນວັນມໍລະດົກ ພາບ-ສຽງໂລກ ໂດຍຮຽກຮ້ອງໃຫ້ປະເທດສະມາຊິກທຸກປະເທດ ໃຫ້ຈັດຕັ້ງການສະເຫລີມສະຫລອງວັນດັ່ງກ່າວ, ຕາມສະພາບຄວາມເປັນຈິງຂອງປະເທດນັ້ນໆ ເພື່ອປູກຈິກສໍານຶກໃຫ້ສັງຄົມ ໄດ້ເຫັນຄວາມສຳຄັນຂອງເອກະສານ ທີ່ບັນທຶກດ້ວຍພາບ-ສຽງ (AV Material).

ກົມຮູບເງົາ

ສຳລັບ ລັດຖະບານແຫ່ງ ສປປ ລາວ ແມ່ນເຫັນຄວາມສຳຄັນໃນການຮັກສາມໍລະດົກທີ່ເປັນພາບ-ສຽງຂອງຊາດ ໂດຍສະເພາະ ແມ່ນຮູບເງົາເອກະສານທີ່ຜະລິດໃນຊຸມປີ 1950 ເຖິງປັດຈຸບັນ, ເຊິ່ງລັດຖະບານລາວ ໄດ້ກໍ່ສ້າງພື້ນຖານໂຄງລ່າງທີ່ສຳຄັນ ໂດຍການສ້າງສາງສຳເນົາຟີມຮູບເງົາທີ່ໄດ້ມາດຕະຖານສາກົນ, ທີ່ມີອຸນຫະພູມ 10 ອົງສາ ແລະ ຄວາມຊຸ່ມ 35% ສາມາດຮັກສາເອກະສານສຳຄັນຂອງຊາດບໍ່ໃຫ້ເສຍຫາຍ ແລະ ຖືກທຳລາຍ ດ້ວຍສະພາບດິນຟ້າອາກາດເຂດຮ້ອນ ໃນຂົງເຂດອາຊີຕາເວັນອອກສຽງໃຕ້ຂອງພວກເຮົາ.

ທ່ານ ຄຳເພົ້າ ວັນນະວົງ ກ່າວອີກວ່າ: ການເກັບກຳຂໍ້ມູນເອກະສານປະເພດຕ່າງໆ ເພື່ອບັນທຶກປະຫວັດສາດຂອງຊາດ ໃນແຕ່ລະໄລຍະນັ້ນ ມີຄວາມສຳຄັນຫລາຍ ເຊິ່ງທຸກຊາດໃນໂລກໄດ້ເອົາໃຈໃສ່ເກັບຮັກສາເອກະສານເຫລົ່ານັ້ນ ໃຫ້ເປັນຂໍ້ມູນມໍລະດົກຂອງຊາດ ເຊິ່ງເອກະສານທີ່ບັນທຶກທີ່ມີຊີວິດຊີວາ ແລະ ເປັນຫລັກຖານໃຫ້ຄົນຮຸ່ນຫລັງໄດ້ເຫັນກັບຕາຕົນເອງ ຄືກັບຕົນເອງໄດ້ຢູ່ກັບເຫດການນັ້ນໆ ແມ່ນເອກະສານທີ່ບັນທຶກເຫດການຕ່າງໆ ຂອງປະຫວັດສາດ ດ້ວຍວັດຖຸທີ່ເປັນ ພາບ-ສຽງ ເຊັ່ນ: ຮູບເງົາ, ກະແຊັດວິດີໂອ, VCD, DVD, ຟາຍວິດີໂອເອັດດີ(HD) ແລະ ອື່ນໆ.

ໂອກາດນີ້, ທ່ານ ຄຳເພົ້າ ວັນນະວົງ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ, ອົງການຈັດຕັ້ງ ພັກ-ລັດ, ເອກະຊົນ, ບຸກຄົນ, ນິຕິບຸກຄົນ ແລະ ຄອບຄົວທີ່ມີວັດຖຸທີ່ເປັນຂໍ້ມູນທາງດ້ານ ພາບ-ສຽງ ເຊັ່ນ: ຟີມຮູບເງົາ, ກະແຊັດວິດີໂອ, VCD, DVD, HD ແລະ ອື່ນໆ ທີ່ໄດ້ບັນທຶກເຫດການຕ່າງໆ ໃຫ້ປົກປັກຮັກສາໄວ້ໃຫ້ດີ ເພາະວ່າໃນອະນາຄົດ ມັນຈະກາຍເປັນມໍລະດົກອັນລ້ຳຄ່າໃຫ້ແກ່ຕົວທ່ານເອງ ແລະ ປະເທດຊາດ.

ກົມຮູບເງົາ

ຂໍ້ມູນຈາກ: https://cutt.ly/rNaF1Fw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/