ອາຈານໃນມະຫາວິທະຍາໄລ ປະເທດຟິລິບປິນ ໃຫ້ນັກສຶກສາອອກແບບໝວກໃສ່ເອງ ເພື່ອປ້ອງກັນການກ່າຍກັນເວລາເສັງ

ອາຈານໃນມະຫາວິທະຍາໄລ

ໃນເວລາສອບເສັງ ນອກຈາກຫົວຂໍ້ສອບເສັງແລ້ວ ສິ່ງທີ່ອາຈານຫຼາຍຄົນຕ້ອງຄຳນຶງເຖິງເປັນອັນດັບຕົ້ນໆ ກໍຄົງຈະແມ່ນ ຈະເຮັດແນວໃດເພື່ອປ້ອງກັນບໍ່ໃຫ້ນັກຮຽນກ່າຍກັນ ໃນເວລາສອບເສັງ ບໍ່ວ່າຈະເປັນການຢຶດໂທລະສັບ, ແຍກໂຕະ ຫຼືບໍ່ກໍມອບໝາຍໃຫ້ນາຍຄູ 1 ຫາ 2 ຄົນເປັນຜູ້ຄຸມການສອບເສັງ.

ຫຼ້າສຸດ ອາຈານໃນມະຫາວິທະຍາໄລແຫ່ງໜຶ່ງໃນ ຟິລິບປິນ ໄດ້ໄອເດຍໃນການປ້ອງກັນ ນັກຮຽນກ່າຍກັນ ໂດຍໃຫ້ນັກຮຽນອອກແບບໝວກທີ່ຈະປ້ອງກັນບໍ່ໃຫ້ພວກເຂົາກ່າຍຄົນອື່ນໄດ້ ແລະ ນັກສຶກສາຫຼາຍຄົນກໍປະຕິບັດຕາມດ້ວຍໄອເດຍທີ່ທັງງ່າຍ ແລະ ສ້າງສັນຕາມແບບຂອງຕົນເອງ.

ອາຈານໃນມະຫາວິທະຍາໄລ

ພາບຂອງນັກສຶກສາ ໃສ່ໝວກແປກໆ ນັ່ງໃຈຈົດໃຈຈໍ່ ຕັ້ງໃຈສອບເສັງໃນມະຫາວິທະຍາໄລ ຟິລິບປິນ ນັ້ນກາຍເປັນທີ່ເວົ້າເຖິງໄປທົ່ວໂລກອອນລາຍ ເພາະໝວກບາງຄົນນັ້ນກໍແປກແທ້ໆ ເຖິງຂັ້ນເອົາແຕະໄຂ່ມາມັດໃສ່ກັນແລ້ວເອົາມາໃສ່ເປັນໝວກ, ບາງຄົນໃສ່ໝວກນິລະໄພ (ໝວກກັນນັອກ), ບາງຄົນກໍເອົາເຈ້ຍມາມ້ວນໆ ແລ້ວມັດໄວ້ກັບແວ່ນຕາ ເພື່ອບັງທັດສະນະວິໄສຂອງຕົນເອງ ຄ້າຍໆກັບໃສ່ກ້ອງສ່ອງທາງໄກ ມານັ່ງສອບເສັງ.

ອາຈານໃນມະຫາວິທະຍາໄລ

ແມຣີ່ ຈອຍ ມັນເດນ ອໍຕິສ ອາຈານປະຈຳພາກວິຊາ ວິສະວະກົນຈັກ ມະຫາວິທະຍາໄລ ໄບຄອລ ລະບຸວ່າວິທີການນີ້ ມີປະສິດທິພາບຫຼາຍ ແລະ ໄດ້ແຮງບັນດານໃຈຈາກ ອາຈານໃນປະເທດໄທ ເມື່ອປີ 2013 ທີ່ຕອນນັ້ນໃຫ້ນັກສຶກສາໃສ່ໝວກທີ່ເຮັດຈາກເຈ້ຍແຂງ 2 ແຜ່ນຄ້າຍກັບແນວອັດຫູ ເພື່ອປ້ອງກັນບໍ່ໃຫ້ນັກສຶກສາ ແນມເຫັນຂໍ້ສອບຂອງໝູ່ທີ່ຢູ່ໂຕະທາງຂ້າງ.

ແມຣີ່ ຈອຍ ມັນເດນ ອໍຕິສ ລະບຸອີກວ່າ ນັກສຶກສາຂອງລາວ ຮູ້ສຶກມ່ວນຫຼາຍໄປກັບໄອເດຍນີ້ ແລະ ບໍ່ໄດ້ເຮັດໃຫ້ພວກເຂົາລຳບາກເລີຍ ເພາະນັກສຶກສາ ສາມາດປະດິດໝວກດັ່ງກ່າວຂອງພວກເຂົາເອງ ໄດ້ພາຍໃນ 5ນາທີ ຈາກເຈ້ຍເສດ ຫຼື ອຸປະກອນທີ່ຢູ່ບໍລິເວນນັ້ນ.

ອາຈານໃນມະຫາວິທະຍາໄລ

ຫຼັງການສອບເສັງສິ້ນສຸດລົງ ແມຣີ່ ຈອຍ ມັນເດນ ອໍຕິສ ໄດ້ໂພສຂອບໃຈນັກຮຽນຂອງລາວລົງໃນໂລກອອນລາຍວ່າ: “ຂ້ອຍຮັກ ແລະ ພາກພູມໃຈກັບພວກເຂົາຫຼາຍ ເພາະການສອບເສັງກາງພາກແບບນີ້ທັງກົດດັນ ແລະ ເຄັ່ງຕຶງ ແຕ່ພວກເຂົາສາມາດເພີ່ມສີສັນ ແລະ ຄວາມມ່ວນໃຫ້ກັບມັນໄດ້ ຄູຂໍຂອບໃຈນັກສຶກສາທຸກຄົນຫຼາຍໆ ພວກເຈົ້າເຮັດໃຫ້ຄູພູມໃຈ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/