ປະທານປະເທດ ສຳເລັດການຢ້ຽມຢາມລັດຖະກິດທີ່ບຣູໄນ ໄດ້ບົດຮຽນແລກປ່ຽນຫຼາຍດ້ານ

ປະທານປະເທດ

ໃນຕອນບ່າຍວັນທີ 26 ຕຸລາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ໄດ້ເດີນທາງກັບຈາກການຢ້ຽມຢາມ ລັດຖະກິດ ທີ່ ບຣູໄນ ດາຣູຊາລາມ ແລະ ກັບເຖິງ ສປປ ລາວ ດ້ວຍຄວາມສະຫວັດດີພາບ ໂດຍໄດ້ຮັບການຕ້ອນອັນອົບອຸ່ນຈາກການນໍາຂັ້ນສູງຂອງສໍານັກງານປະທານປະເທດ ແລະ ຜູ້ຕາງໜ້າຈາກ ສະຖານເອກອັກຄະລັດຖະທູດ ແຫ່ງ ບຣູໄນ ດາຣູຊາລາມ ປະຈໍາ ສປປ ລາວ.

ການເດີນທາງຢ້ຽມຢາມ ລັດຖະກິດ ທີ່ ບຣູໄນ ດາຣູຊາລາມ ໃນຄັ້ງນີ້, ແມ່ນຕາມການເຊື້ອເຊີນຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ແຕ່ວັນທີ 24-26 ຕຸລາ 2022. ໃນໄລຍະຢ້ຽມຢາມ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ປະທານປະເທດ

ໃນການພົບປະສອງຝ່າຍ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ແລະ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ, ສອງຝ່າຍໄດ້ຕົກລົງເຫັນດີຮ່ວມກັນໃນການສົ່ງເສີມຊຸກຍູ້ການພົວພັນ ແລະ ຮ່ວມມືຂອບສອງຝ່າຍ ໃຫ້ແຕກດອກອອກຜົນ ແລະ ຮັດແໜ້ນຍິ່ງໆຂຶ້ນ; ໃນຂອບການຮ່ວມມືຫລາຍຝ່າຍ ໄດ້ເປັນເອກະພາບກັນໃນການແລກປ່ຽນຄໍາຄິດຄໍາເຫັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ສາກົນ. ພິເສດ, ສອງຝ່າຍ ໄດ້ສໍາເລັດການລົງນາມບົດບັນທຶກຄວາມເຂົ້າໃຈ ຈໍານວນ 2 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານກະສິກໍາ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານພະລັງງານ.

ປະທານປະເທດ

ພ້ອມນີ້, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ຍັງເປັນກຽດຂຶ້ນມີຄໍາເຫັນໂອ້ລົມ ຕໍ່ກອງປະຊຸມພົບປະທຸລະກິດ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ, ເຊິ່ງກອງປະຊຸມດັ່ງກ່າວໄດ້ຮັບຜົນສໍາເລັດເປັນຢ່າງດີ, ພ້ອມນີ້ ຍັງໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງ ບຣູໄນ ດາຣູຊາລາມ.

ປະທານປະເທດ

ໃນໂອກາດຢ້ຽມຢາມໃນຄັ້ງນີ້, ທ່ານ ນາງ ນາລີ ສີສຸລິດ ພັນລະຍາຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມກັບ ສົມເດັດ ພະຣາຊິນີ Pengiran AnakSaleha ແຫ່ງ ບຣູໄນ ດາຣູຊາລາມ ແລະ ຍັງໄດ້ໄປຢ້ຽມຊົມ ສູນຫັດຖະກໍາ ແລະ ຫໍພິພິທະພັນ ບຣູໄນ.

ການຢ້ຽມຢາມລັດຖະກິດ ທີ່ ບຣູໄນ ດາຣູຊາລາມ ຂອງ ທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນອົບອຸ່ນ, ສະໜິດສະໜົມ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/