Vinath Oudomsine ຊາຍອາຍຸ 31 ປີ, ອາໄສຢູ່ Dublin, ລັດ Georgia, ປະເທດອາເມຣິກາໄດ້ຖືກຈັບກຸມໃນເດືອນຕຸລາ 2021 ໃນຂໍ້ຫາ ໃຫ້ຂໍ້ມູນປອມຕໍ່ເຈົ້າໜ້າທີ່ ເພື່ອນຳເງິນມາໃຊ້ສ່ວນຕົວ.
Vinath Oudomsine ໄດ້ຍື່ນຄຳຮ້ອງກູ້ຢືມເງິນ ຈາກສະຖາບັນທຸລະກິດຂະໜາດນ້ອຍ (SBA) ໃນເດືອນກໍລະກົດ 2020 ໂດຍໃນຄໍາຮ້ອງລະບຸວ່າລາວຈະໃຊ້ເງິນເພື່ອແກ້ໄຂບັນຫາຂອງທຸລະກິດທີ່ໄດ້ຮັບຜົນກະທົບຈາກ COVID-19 ເນື່ອງຈາກ 12 ເດືອນທີ່ຜ່ານມາ ມີລາຍໄດ້ພຽງແຕ່ 60.000ໂດລາ ແຕ່ຕ້ອງຮັບຜິດຊອບຈ່າຍເງິນເດືອນໃຫ້ພະນັກງານເຖິງ 10 ຄົນ.

ຫຼັງຈາກນັ້ນ ໃນກາງປີ 2021 Vinath ໄດ້ຮັບເງິນທັງໝົດ 85,000 ໂດລາ ຫຼື ປະມານ 968 ລ້ານກີບ, ແຕ່ລາວໄດ້ເອົາເງິນເຂົ້າບັນຊີສ່ວນຕົວ ແລະ ໄດ້ພົບເຫັນການໂອນເງິນໄປຊື້ກາດ Pokemon ເປັນມູນຄ່າ 57,000 ໂດລາ ຫຼື ປະມານ 649 ລ້ານກີບ.

ນັບແຕ່ຖືກຈັບ ແລະ ສອບສວນໃນເດືອນຕຸລາຜ່ານມາ ລາວໄດ້ຮັບສາລະພາບວ່າມີຄວາມຜິດແທ້ ແລະ ໄດ້ຖືກຕັດສິນລົງໂທດຈຳຄຸກ 3 ປີ, ປັບໃໝ 10000 ໂດລາ ຫຼື ປະມານ 113 ລ້ານກີບ ແລະ ເມື່ອພົ້ນໂທດຈຳຄຸກແລ້ວຕ້ອງຈ່າຍເງິນເຕັມຈໍານວນຄືນໃຫ້ກັບສະຖາບັນການເງິນອີກດ້ວຍ.

ຕາງໜ້າຈາກ ສານທີ່ຕັດສິນຄະດີນີ້ ແລະ ຕາງໜ້າຈາກສະຖາບັນການເງິນ ເປີດເຜີຍພາຍຫຼັງການຕັດສິນວ່າ: ໃນໄລຍະ Covid-19 ເຈົ້າຂອງທຸລະກິດຂະໜາດນ້ອຍຈໍານວນຫລາຍໄດ້ຍື່ນຄໍາຮ້ອງເຂົ້າມາ ແຕ່ມີຫຼາຍກໍລະນີ ໄດ້ເອົາປຽບຄົນອື່ນໂດຍໃຊ້ມູນທີ່ບໍ່ຖືກຕ້ອງ ເພື່ອນຳເງິນໄປໃຊ້ສ່ວນຕົວ ແບບຟຸມເຟືອຍ.

ກາດ Pokemon ຖືເປັນອີກສິ່ງໜຶ່ງທີ່ນັກສະສົມກາດ ແລະ ແຟນ Pokemon ໃຫ້ຄວາມສົນໃຈ ແລະ ເປັນທີ່ນິຍົມຢ່າງກວ້າງຂວາງ ໄປທົ່ວໂລກ ໂດຍກາດທີ່ແພງທີ່ສຸດໃນໂລກທີ່ເຄີຍຊື້ຂາຍກັນແມ່ນ ມີລາຄາສູງເຖິງ 9 ແສນໂດລາ ຫຼື ປະມານ 10 ພັນລ້ານກີບ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/