ຊວນເບິ່ງຜົນງານສິລະປະຂອງ ARIA ສິລະປິນຊາວຍີ່ປຸ່ນທີ່ໃຊ້ສໍໄມ້ແຕ້ມຮູບສາມມິຕິຄືກັນກັບຂອງແທ້


ARIA ເປັນສິລະປິນທີ່ໃຊ້ການແຕ້ມຮູບດ້ວຍສໍໄມ້ ຊາວຍີ່ປຸ່ນ ອາຍຸ 25 ປີ ລາວມີອາຊີບເປັນພະນັກງານ ແລະ ກໍມີຄວາມສົນໃຈໃນການແຕ້ມຮູບ. ຫຼັງຈາກທີ່ ARIA ໄດ້ເຫັນຜົນງານພາບແຕ້ມແນວສາມມິຕິຂອງສິລະປິນແຫ່ງຊາດ ລາວຈຶ່ງໄດ້ສຶກສາຮຽນຮູ້ວິທີການແຕ້ມຮູບແນວນີ້ດ້ວຍຕົນເອງເປັນເວລາ 5 ປີ ເຊິ່ງຮູບແຕ້ມແຕ່ລະອັນຂອງລາວໃຊ້ເວລາທັງໝົດ 7-20 ຊົ່ວໂມງ ແລ້ວແຕ່ຄວາມຍາກງ່າຍ, ໂດຍລວມແມ່ນໃຊ້ເວລາປະມານ 1 ອາທິດໃນການແຕ້ມ. ຄວາມຝັນຂອງ ARIA ແມ່ນຢາກເປັນມືອາຊີບໃນການແຕ້ມຮູບແນວສາມມິຕິສະເໝືອນຈິງ.

ໂດຍຜົນງານຂອງ ARIA ແມ່ນໄດ້ລົງໃນສື່ຕ່າງໆຫຼາກຫຼາຍສື່ທັງໃນແລະຕ່າງປະເທດ, ນອກຈາກນີ້ ລາວຍັງມີບັນຊີ Twitter ສ່ວນຕົວທີ່ລົງຜົນງານຂອງຕົນເອງ ແລະ ມີຍອດຜູ້ຕິດຕາມກວ່າ 90,000 ຄົນແລ້ວຕອນນີ້.

ຂໍ້ມູນແລະຮູບພາບຕ່າງໆ ແມ່ນໄດ້ຮັບອະນຸຍາດຈາກທາງເຈົ້າຂອງຕົ້ນສະບັບແລ້ວ.

ສາມາດຕິດຕາມຜົນງານຂອງ ARIA ໄດ້ທີ່:

Twitter: https://twitter.com/aririria_art

Instagram: https://www.instagram.com/aririria_art/

ຂອບໃຈຂໍ້ມູນຈາກທາງເພຈ:

Tonari ญี่ปุ่น https://bit.ly/3JldkJc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/