ບໍລິສັດ China Southern Power Grid (CSG) ຂອງຈີນ ກຳລັງຊອກຫາໂອກາດ ທາງທຸລະກິດເພີ່ມຂຶ້ນອີກໃນ ສປປ ລາວ ຫຼັງຈາກເປັນນັກລົງທຶນດ້ານພະລັງງານທີ່ເຮັດກຳໄລ ຕະຫຼອດຈົນເປັນຄູ່ຄ້າໃນປະເທດ.
ຜູ້ຈັດການທົ່ວໄປຝ່າຍຄວາມຮ່ວມມືລະຫວ່າງປະເທດຂອງ CSG ເປີດເຜີຍເມື່ອບໍ່ດົນມານີ້ວ່າ CDG ເຊິ່ງເປັນລັດວິສາຫະກິດຂອງຈີນ ແລະ ປະເທດຄູ່ຄ້າໃນພູມີພາກອາຊຽນ ໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການສ້າງຄວາມສົມດຸນຂອງແຫຼ່ງຈ່າຍໄຟ ຕາມເວລາຂອງປີ ເນື່ອງຈາກຈີນສົ່ງອອກພະລັງງານໃນລະດູແລ້ງ ໃນພູມີພາກດັ່ງກ່າວ ແລະ ນໍາເຂົ້າໃນລະດູຝົນ ເມື່ອກຳລັງການຜະລິດໄຟຟ້າເພີ່ມຂຶ້ນໃນຫຼາຍປະເທດອ້ອມຂ້າງ.

ສາເຫດນີ້ CSG ຈຶ່ງວາງແຜນທີ່ຈະສ້າງສາຍສົ່ງໄຟຟ້າເພີ່ມຕື່ມໃນ ສປປ ລາວ ແລະ ຊ່ວຍຂະຫຍາຍ ສາຍສົ່ງຕ່າງໆ ໄປຍັງບັນດາປະເທດເພື່ອນບ້ານ ເພື່ອເພີ່ມການເຊື່ອມຕໍ່ລະຫວ່າງໃນກຸ່ມປະເທດລຸ່ມແມ່ນ້ຳຂອງ ແລະ ລ້ານຊ້າງໃນອະນາຄົດ.
ນອກຈາກນີ້ ດ້ວຍກຳລັງການຜະລິດທີ່ພຽງພໍຂອງ ສປປ ລາວ ໃນການຜະລິດໄຟຟ້າພະລັງງານນ້ຳ ເພື່ອຈຳໜ່າຍໄປຍັງປະເທດເພື່ອນບ້ານ ເນື່ອງຈາກມີແມ່ນ້ຳທີ່ອຸດົມສົມບູນ ເຮັດໃຫ້ CSG ເບິ່ງວ່າເປັນໂອກາດດີສຳລັບບໍລິສັດໃນການຂະຫຍາຍການລົງທຶນດ້ານພະລັງງານທີ່ນີ້.

ເຖິງຢ່າງໃດກໍຕາມ ສຳລັບການຄ້າຂາຍໄຟຟ້າແບບ 2 ທາງລະຫວ່າງ ສປປ ລາວ ແລະ ຈີນ ມີການຕິດຕັ້ງສາຍສົ່ງໄຟຟ້າ ທີ່ເຊື່ອມຕໍ່ກັນພຽງ 115 ກິໂລໂວນເທົ່ານັ້ນ, ແຕ່ຈະມີການເປີດລະບົບໂຄງຕາຂ່າຍສາຍໄຟຟ້າຂະໜາດ 500 ກິໂລໂວນ ໃນອີກບໍ່ເທົ່າໃດປີ ເພື່ອຈະໄດ້ມີການຊື້ຂາຍໄຟຟ້າລະຫວ່າງ 2 ປະເທດຫຼາຍຂຶ້ນ.
ພ້ອມກັນນີ້ ລົດໄຟລາວ-ຈີນ ຍັງດຳເນີນການໂດຍ CSG ຮ່ວມກັບ EDL ລັດວິສາຫະກິດໄຟຟ້າລາວ ເຊິ່ງຊ່ວຍ ສປປ ລາວ ໃນການສ້າງເສົາສົ່ງໄຟຟ້າຕາມແນວທາງລົດໄຟອີກດ້ວຍ.
ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/