ຈີນພົບ ແພນດ້າຍັກສີຂາວລ້ວນຫາຍາກ ແບບບໍ່ມີຈຸດດຳປົນເລີຍ ຄາດເປັນແພນດ້າເຜືອກໂຕດຽວທີ່ຍັງເຫຼືອໃນໂລກ


ໃນຕົ້ນອາທິດນີ້ ທາງໜ່ວຍງານການຈັດການເຂດອະນຸລັກທຳມະຊາດແຫ່ງຊາດ ວໍຫຼົງ ມົນທົນ ເສສວນ ທາງຕາເວັນຕົກສຽງໃຕ້ຂອງຈີນ ລາຍງານວ່າ ກ້ອງອິນຟາເຣດຂອງເຂດອະນຸລັກ ສາມາດບັນທຶກວິດີໂອ ແພນດ້າຍັກສີຂາວລ້ວນ ທີ່ມີຂະໜາດເກືອບເທົ່າແພນດ້າທີ່ໃຫຍ່ເຕັມທີ່ ຄາດເປັນແພນດ້າເຜືອກໂຕດຽວໃນໂລກ.

ໂດຍໃນວິດີໂອ ໄດ້ເຜີຍພາບຂອງແພນດ້າຍັກຂົນສີຂາວລ້ວນຍ່າງເຂົ້າໄປຫາຄູ່ແມ່ລູກແພນດ້າຍັກທີ່ກຳລັງພັກຜ່ອນຢູ່ໃນຮູຕົ້ນໄມ້ ແລະ ສົ່ງສັນຍານການສ້າງປະຕິສຳພັນ ຈາກນັ້ນແມ່ຂອງແພນດ້າຍັກໄດ້ຍ່າງອອກມາຈາກຮູຕົ້ນໄມ້ໃນທ່າທາງທີ່ສະຫງົບ.

ຫຼັງຈາກແມ່ແພນດ້າໄດ້ຍ່າງອອກມາຈາກຮູຕົ້ນໄມ້ແລ້ວ ແພນດ້າຍັກສີຂາວລ້ວນໄດ້ກັບເຂົ້າໄປທີ່ຮູຕົ້ນໄມ້ອີກຄັ້ງ ແລະ ໃຊ້ດັງດົມກິ່ນທົ່ວບໍລິເວນທີ່ແມ່ແພນດ້າຍັກເຄີຍອາໄສຢູ່.

ເວີຍ ຫຼົງຜິງ ວິສະວະກອນອາວຸໂສປະຈຳສູນອະນຸລັກ ແລະ ວິໄຈແພນດ້າຍັກແຫ່ງປະເທດຈີນລະບຸວ່າ: “ໃນໄລຍະທ້າຍເດືອນກຸມພາ ແພນດ້າຍັກເພດເມຍທີ່ມີລູກ ຈະມີອາການຮ້າຍຫຼາຍຖ້າມີແພນໂຕໃດກໍຕາມທີ່ໃຫຍ່ເຕັມທີ່ເຂົ້າມາຮຸກຮານຫຼືເຂົ້າມາໃກ້ໆ ແຕ່ແມ່ແພນດ້າໂຕນີ້ກັບທີທ່າທີ່ສະຫງົບ ແລະ ບໍ່ມີອາການຫຍັງ ເຊິ່ງເປັນໄປໄດ້ວ່າ ແມ່ແພນດ້າ ອາດເປັນແມ່ຂອງແພນດາຍັກສີຂາວລ້ວນໂຕນີ້”.

ແພນດ້າຍັກສີຂາວລ້ວນບໍ່ມີຈຸດດຳຕາມຮ່າງກາຍເລີຍ ແລະ ມີຕາສີແດງ ຈັດເປັນແພນດ້າເຜືອກ (Albino panda) ເຊິ່ງຄາດວ່າເປັນແພນດ້າຍັກເຜືອກພຽງໂຕດຽວທີ່ຍັງຫຼົງເຫຼືອໃນໂລກນີ້ິ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/