ຈະບໍ່ໄດ້ກິນອາຫານທະເລອີກແລ້ວ? ເຫດມາຈາກສະພາບອາກາດປ່ຽນແປງ


ໃນອະນາຄົດອີກ 25 ປີທາງໜ້າ ເຮົາອາດຈະໄດ້ກິນປາໜ້ອຍລົງ ອັນເນື່ອງມາຈາກສະພາບອາກາດປ່ຽນແປງ ງານວິໄຈຫຼ້າສຸດຈາກຄວາມຮ່ວມມືຂອງສະຫະປະຊາຊດ ມະຫາວິທະຍາໄລ Montreal ແລະ ມະຫາວິທະຍາໄລ Ottawa ໄດ້ສຶກສາຂໍ້ມູນດ້ານອາຫານ, ໂພຊະນາການ ແລະ ສິ່ງແວດລ້ອມ ເຊິ່ງຊີ້ໃຫ້ເຫັນຕາມແບບຈຳລອງສະພາບອາກາດວ່າ ອາຫານທະເລຈະມີໃຫ້ກິນໜ້ອຍລົງພາຍໃນປີ 2050 ນີ້.

ໂດຍອາຫານທະເລເຊັ່ນ ປາ, ຫອຍ, ສາຫຼ່າຍທະເລ ເຫຼົ່ານີ້ຕ່າງເປັນແຫຼ່ງໂປຣຕີນ, ກົດໄຂມັນອີ່ມຕົວ, ໂອເມກ້າ 3 ແລະ ແຮ່ທາດອື່ນໆຈາກທຳມະຊາດ ເຊິ່ງຊ່ວຍໃຫ້ຮ່າງກາຍມີສານອາຫານທີ່ພຽງພໍ. ຢ່າງໃດກໍຕາມເນື່ອງຈາກວິກິດສະພາບອາກາດໄດ້ເຮັດໃຫ້ສິ່ງທີ່ມີຊີວິດໃນທະເລຫຼຸດລົງນັ້ນເອງ.

ແນ່ນອນວ່າບໍ່ແມ່ນພຽງພາວະໂລກຮ້ອນເທົ່ານັ້ນ ແຕ່ການປະມົງເກີນຂະໜາດ, ມົນລະພິດ, ສະພາບແວດລ້ອມທີ່ເສື່ອມໂຊມເອງກໍເປັນເຫດທີ່ສຳຄັນທີ່ເຮັດໃຫ້ອາຫານທະເລຫຼຸດລົງ ເຮັດໃຫ້ເກີດຄວາມບໍ່ໝັ້ນຄົງທາງດ້ານອາຫານຢ່າງຮຸນແຮງ ເຊິ່ງຈະສົ່ງຜົນຕໍ່ສຸຂະພາບເຮົາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/