ງາມສົມມົງ! Solange Dekker ສາວງາມຈາກ ເນເທີແລນ ຄວ້າມົງກຸດ Miss International Queen 2023 


ໃນເດືອນແຫ່ງຄວາມຫຼາກຫຼາຍນີ້ ໄດ້ມີເວທີການປະກວດຄວາມງາມຂອງສາວຂ້າມເພດລະດັບໂລກ ນັ້ນກໍຄືເວທີ Miss International Queen 2023 ເຊິ່ງ Solange Dekker ສາວງາມຈາກປະເທດເນເທີແລນ ເປັນຜູ້ທີ່ສາມາດຄວ້າມົງກຸດອັນຊົງກຽດນີ້ມາໄດ້.

ໂດຍ Solange Dekker ເປັນສາວງາມຈາກເນເທີແລນຄົນທຳອິດທີ່ສາມາດຄວ້າມົງກຸດຈາກເວທີ Miss International Queen ດ້ວຍການຕອບຄຳຖາມທີ່ມີຄວາມໝັ້ນໃຈ ແລະ ສາມາດເອົາຊະນະໃຈກຳມະການໄດ້ ແນ່ນອນວ່າບໍ່ໄດ້ປະກວດຄວາມງາມພຽງເທົ່ານັ້ນ ແຕ່ເປັນເວທີ່ສຳລັບສາວຂ້າມເພດທີ່ຈະໄດ້ສະແດງຄວາມສາມາດ ແລະ ສົ່ງເສີມການຍອມຮັບຄວາມເຂົ້າໃຈ ພ້ອມເປັນການສະເຫຼີມສະຫຼອງຄວາມຫຼາກຫຼາຍ ແລະ ຄວາມເທົ່າທຽມ.

ປະຫວັດຂອງ Solange Dekker ນັ້ນບໍ່ທຳມະດາ ເຄີຍຮຽນແຕ່ງໜ້າເຮັດຜົມຕັ້ງແຕ່ອາຍຸ 15 ປີ ປັດຈຸບັນເປັນພິທີກອນ ແລະ ເຈົ້າຂອງສື່ບັນເທີງໃນປະເທດເນເທີແລນ ໂດຍທີ່ Solange Dekker ນັ້ນເປັນຄົນມັກການປະກວດນາງງາມ ເຄີຍເຂົ້າປະກວດ Miss Trans Star 2019 ທີ່ປະເທດ ສະເປນ ແລະ ເຄີຍປະກວດ Miss Universe The Netherlands. ແນ່ນອນກັບເວທີ່ຫຼ້າສຸດທີ່ Solange Dekker ສາມາດຄວ້າມົງກຸດມາໄດ້ຄື Miss International Queen 2023 ນັ້ນເອງ.

ໂດຍໃນຄ່ຳຄືນການປະກວດ Solange Dekker ໄດ້ສະແດງອອກເຖິງຄວາມໝັ້ນໃຈ ແລະ ຄວາມພຽບພ້ອມໃນທຸກໆດ້ານ ພ້ອມທີ່ຈະນຳສະເໜີການເປັນຕົວຂອງຕົນເອງໃນການປະກວດຄັ້ງນີ້ ຈົນສາມາດຄວ້າມົງກຸດໄປໄດ້ ທັງງາມທັງເກັ່ງ. ສ່ວນຮອງອັນດັບໜຶ່ງແມ່ນ Qatrisha Zairyah Kamsir ຈາກສິງກະໂປ ແລະ ຮອງອັນດັບສອງຕົກເປັນຂອງ Melony Munro ຈາກສະຫະລັດອາເມຣິກາ.

ສ່ວນປະເທດລາວເຮົາກໍໄດ້ສົ່ງຕົວແທນປະເທດໄປເຊັ່ນດຽວກັນນັ້ນກໍຄື ປໍ້ ກັນຍາລະຍານີ ເຖິງແມ່ນວ່າຈະບໍ່ສາມາດຄວ້າມົງກຸດກັບມາໄດ້ແຕ່ກໍເຮັດໜ້າທີ່ຕົວແທນປະເທດໄດ້ເປັນຢ່າງດີ ແລະ ຍັງເປັນກະບອກສຽງໃຫ້ຄົນກຸ່ມຫຼາກຫຼາຍທາງເພດໄດ້ອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/