ງານວິໄຈເຜີຍ “ການນອນບໍ່ພໍ” ສົ່ງຜົນຕໍ່ການຮຽນຮູ້ສິ່ງໃໝ່ໆ ແລະ ການຕັດສິນໃຈຂອງເດັກນ້ອຍ


ການນອນຫຼັບເປັນກິດຈະກຳສຳຄັນສຳລັບຮ່າງກາຍມະນຸດເພາະມັນຊ່ວຍປົວແປງສ່ວນທີ່ຮ່າງກາຍບໍ່ສົມດຸນ ແລະ ຊ່ວຍພັດທະນາຄວາມສາມາດໃນການຮັບຮູ້, ການຕັດສິນໃຈ, ຄວາມຄິດ, ອາລົມ ແລະ ຮ່າງກາຍ ເຊິ່ງສິ່ງເຫຼົ່ານີ້ໄດ້ຖືກເວົ້າເຖິງໃນງານວິໄຈມາຢ່າງຫຼວງຫຼາຍ.

ງານວິໄຈທີ່ຕີພິມໃນ The Journal of Pediatrics ລະບຸວ່າ ການນອນຫຼັບທີ່ບໍ່ພຽງພໍຈະສົ່ງຜົນເສຍຕໍ່ການພັດທະນາໃນທາງບວກສຳລັບເດັກທີ່ກຳລັງຈະເລີນເຕີບໃຫຍ່ ໂດຍຈະເຮັດໃຫ້ເດັກມີຄວາມຕື່ນຕົວໜ້ອຍລົງ, ມີພາວະຊຶມເສົ້າສູງຂຶ້ນ ແລະ ທີ່ສຳຄັນຄືເຮັດໃຫ້ຄວາມສາມາດໃນການຕັດສິນໃຈ ແລະ ການຮຽນຮູ້ສິ່ງໃໝ່ເສື່ອມຖອຍລົງ ເຊິ່ງປະເດັນຫຼັງນີ້ຖືເປັນເລື່ອງທີ່ຖືກເວົ້າຫຼາຍໃນທາງວິຊາການ.

ຄຳແນະນຳຂອງ The American Academy of Sleep Medicine (AASM) ແລະ The American Academy of Pediatrics (AAP) ສະຖາບັນທີ່ຊ່ຽວຊານການນອນຫຼັບ ລະບຸວ່າ ເດັກອາຍຸ 6-17 ປີ ຈຳເປັນຕ້ອງນອນຫຼັບ 8-9 ຊົ່ວໂມງ ຖ້າເປັນແບບນັ້ນແລ້ວ ເດັກທີ່ນອນໜ້ອຍກວ່າເວລາດັ່ງກ່າວຈະມີຜົນກະທົບຕໍ່ຄວາມສາມາດໃນການຕັດສິນໃຈ.

ເພື່ອກວດສອບຜົນວິໄຈດັ່ງກ່າວ National Survey of Children’s Health (NSCH) ຈຶ່ງໄດ້ເຮັດແບບສອບຖາມຈາກຜູ້ປົກຄອງຂອງເດັກນ້ອຍອາຍຸ 6-7 ປີ ທີ່ນອນບໍ່ພຽງພໍດ້ວຍການໃຫ້ປະເມີນລູກຂອງຕົນເອງຜ່ານຄຳຖາມ 5 ຂໍ້ຄື:

  1.  ມີຄວາມສົນໃຈໃນການໃຝ່ຮູ້ສິ່ງໃໝ່ໆ ຫຼື ບໍ່?
  2.  ສາມາດເຮັດວຽກໃຫ້ແລ້ວ ຕາມທີ່ໄດ້ຮັບມອບໝາຍ ຫຼື ບໍ່?
  3.  ຄວບຄຸມອາລົມ ແລະ ສະຕິເມື່ອພົບກັບສະຖານະການທີ່ທ້າທາຍໄດ້ ຫຼື ບໍ່?
  4.  ມີຄວາມພະຍາຍາມໃນການພັດທະນາຜົນການຮຽນຕົນເອງ ຫຼື ບໍ່?
  5. ສາມາດເຮັດວຽກໃນແຕ່ລະມື້ໄດ້ໝົດ ຫຼື ບໍ່?

ຜົນປາກົດວ່າ ເດັກອາຍຸ 6-12 ປີ ມີທ່າອ່ຽງທີ່ຈະໄດ້ຄະແນນໃນຫົວຂໍ້ທີ 1,4 ແລະ 5 ຂ້ອນຂ້າງຕ່ຳ ສ່ວນເດັກອາຍຸ 13-17 ປີ ຈະເສັງບໍ່ຜ່ານໃນຫົວຂໍ້ທີ 1 ແລະ 3 ເຊິ່ງທັງໝົດນີ້້ເປັນຫົວຂໍ້ທີ່ກ່ຽວກັບການຮຽນຮູ້ ແລະ ນອກຫ້ອງຮຽນທັງໝົດ.

ງານວິໄຈໄດ້ສະຫຼຸບເຖິງຄວາມສຳພັນຂອງການນອນທີ່ພຽງພໍ ແລະ ຄວາມເສື່ອມຖອຍໃນການຮຽນຮູ້ຂອງເດັກນັກຮຽນວ່າ ເປັນເລື່ອງທີ່ກ່ຽວຂ້ອງກັນ ພ້ອມທັງແນະນຳໃຫ້ຜູ້ປົກຄອງຈັດຕາຕະລາງເວລາ ແລະ ກິດຈະກຳຂອງລູກໃຫ້ເໝາະສົມພໍດີກັບເວລານອນຫຼັບພັກຜ່ອນ.

ເພາະສຸດທ້າຍແລ້ວ ຜົນລັບຂອງການນອນຫຼັບທີ່ບໍ່ພຽງພໍອາດຈະບໍ່ໄດ້ມີຜົນແຕ່ເລື່ອງຄວາມສາມາດໃນການຮຽນຮູ້ ແຕ່ອາດຈະສົ່ງຜົນໄປເຖິງສຸຂະພາບ,​ຮ່າງກາຍ ແລະ ອາລົມຂອງເດັກໄດ້ເຊັ່ນກັນ.

ພາບ: hhwellness.com, chasedentalsleepcare.com

ຂອບໃຈຂໍ້ມູນຈາກ: