ໃນວັນທີ 1 ມິຖຸນາ ທີ່ຜ່ານມານີ້ ລັດຖະບານມຽນມາຢືນຢັນ ໂຮງຮຽນຈະເປີດສົກຮຽນໃນວັນອັງຄານ ວັນທີ 1 ມິຖຸນາ ເປັນຕົ້ນໄປ ຫຼັງຈາກປິດໂຮງຮຽນໄປ 1 ປີ ເນື່ອງຈາກການລະບາດຂອງເຊື້ອພະຍາດ ໂຄວິດ-19. ແຕ່ ຄູ ແລະ ນັກຮຽນຈຳນວນຫຼາຍ ແມ່ນບໍ່ໄປໂຮງຮຽນ ເພາະສະພາບການເມືອງທີ່ບໍ່ສະຫງົບໃນປັດຈຸບັນ.

ສຳນັກສື່ຂອງລັດຖະບານມຽນມາໄດ້ເປີດເຜີຍ ພາບການລົງທະບຽນເຂົ້າຮຽນ ແລະ ລັດຖະບານກໍໃຫ້ສັນຍາກັບຜູ້ປົກຄອງວ່າ ຈະສ້າງຄວາມພໍໃຈໃຫ້ແກ່ການເປີດສົກຮຽນໃນຄັ້ງນີ້.
ເຖິງແນວໃດກໍຕາມ, ມຽນມາໃນຕອນນີ້ກໍກຳລັງຕົກຢູ່ໃນຄວາມສັບສົນຕັ້ງແຕ່ເກີດການລັດຖະປະຫານ ເມື່ອວັນທີ 1 ກຸມພາທີ່ຜ່ານມາ ແລະ ເກີດການຊຸມນຸມຕໍ່ຕ້ານລັດຖະບານຈາກປະຊາຊົນຫຼາຍຄັ້ງ ຈົນມີຜູ້ເສຍຊີວິດຫຼາຍກວ່າ 800ຊີວິດ.


ທີ່ມາ: https://www.thaipost.net/main/detail/104961
ພາບ: mgronline
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/