ຄູ່ແຝດນັກກິລາຍິງ Volleyball ທີມຊາດສ.ເກົາຫຼີ ຖືກຫ້າມລົງແຂ່ງຂັນໂດຍບໍ່ມີກໍານົດ ເພາະ Bully ໝູ່ຂອງຕົນເອງ


ຜູ້ຈັດການທີມໄດ້ລົງໂທດ ຄູ່ແຝດນັກກິລາ Volleyball ອີດາຢອງ (Lee Da-yeong) ແລະ ອີແຈຢອງ (Lee Jae-yeong) ໂດຍບໍ່ໃຫ້ລົງແຂ່ງພາຍໃນສະໜາມກິລາໂດຍບໍ່ມີກໍານົດ ເພາະສອງສາວໄດ້ໄປ Bully ໝູ່ຂອງຕົນເອງສະໄໝຕອນຮຽນມັດທະຍົມຕອນຕົ້ນ.

ຈຸດເລີ່ມຕົ້ນດັ່ງກ່າວ ແມ່ນເດືອນທັນວາ ປີ 2020 ເມື່ອ ອີດາຢອງ ໂພສ Story ຜ່ານສື່ສັງຄົມອອນລາຍຂອງລາວເອງວ່າ: ຖືກຮຸ່ນເອື້ອຍເວົ້າຈາບໍ່ສຸພາບ, ພ້ອມທັງເວົ້າຈາສຽດສີໃຫ້ຕົນ ໂດຍຄົນນັ້ນກໍຄືກັບຕັນທີມ Kim Yeo-koung ເຊິ່ງເປັນກັບທີມຂວັນໃຈຂອງມະຫາຊົນເລີຍກໍວ່າໄດ້.

ທັງກັບຕັນທີມ ແລະ ຄູ່ແຝດມີປັນຫາຕໍ່ກັນນັ້ນເປັນເລື່ອງຈິງ ແຕ່ກໍປັບຄວາມເຂົ້າໃຈກັນແລ້ວ ແລະ ທາງກັບຕັນທີມກໍເກັບເລື່ອງທີ່ມີປັນຫາພາຍໃນໄວ້. ສ່ວນ ອີດາຢອງ ແມ່ນນໍາເອົາປັນຫາພາຍໃນທີມມາປະຈານ ເຮັດໃຫ້ສັງຄົມບໍ່ພໍໃຈ ແລະ ສ້າງຄວາມເຊື່ອມເສຍໃຫ້ແກ່ກັບຕັນທີມ.

ຫຼັງຈາກນັ້ນບໍ່ດົນ ກະແສຂອງສັງຄົມໄດ້ໂຈມຕີກັບຄືນສູ່ແຝດ ຈາກເລື່ອງທີ່ມີນັກກິລາໃນທີມພະຍາຍາມຂ້າໂຕຕາຍ ພ້ອມມີຈົດໝາຍທີ່ຂຽນໄວ້ວ່າ ຖືກຄູ່ແຝດທໍາຮ້າຍຈິດໃຈໂດຍການໃຊ້ຖ້ອຍຄໍາທີ່ຮຸນແຮງ ກະທົບເຖິງຈິດໃຈຢ່າງໜັກໜ່ວງ ແລະ ສະແດງພຶດຕິກໍາທີ່ບໍ່ດີຕັ້ງແຕ່ສະໄໝຕອນຮຽນມັດທະຍົມຕອນຕົ້ນ ພ້ອມກ່າວໄວ້ຕອນທ້າຍຈົດໝາຍອີກວ່າ: “ພວກເຈົ້າຄົງລືມໄປແລ້ວວ່າ ເຄີຍເຮັດຫຍັງໄວ້ໃຫ້ໝູ່”

ນອກຈາກນີ້ ໃນເມື່ອກ່ອນຕອນຮຽນມັດທະຍົມ ຍັງເຄີຍດູໝິ່ນໝູ່ໃນທີມອີກເຊັ່ນ: ເວລາບໍ່ພໍໃຈໝູ່ຄົນໃດຈະເວົ້າເຖິງຊື່ພໍ່ແມ່ ເອີ້ນເປັນຊື່ພໍ່ແມ່ໝູ່ແບບບໍ່ໃຫ້ກຽດ, ເວລາເອີ້ນໝູ່ ແຕ່ບໍ່ຕອບຂານ ຄູ່ແຝດຈະໄປບິດທ້ອງຂອງໝູ່ຈົນກວ່າຈະໄຫ້ອອກມາ, ເອົາອາຫານຂອງໂຕເອງທີ່ບໍ່ກິນແລ້ວ ໄປຖອກໃສ່ຖ້ວຍຂອງໝູ່ຕໍ່, ບັງຄັບໃຫ້ໝູ່ມານວດໃຫ້ຕົນເອງທຸກມື້, ຖ້າໝູ່ເພື່ອນຄົນໃດຊື້ເຄື່ອງມາໃໝ່ ຄູ່ແຝດຈະໃສ່ກ່ອນ.

ເມື່ອເປັນດັ່ງນີ້ແລ້ວ ສັງຄົມຈຶ່ງຮຽກຮ້ອງໃຫ້ສະໂມສອນຮັບຜິດຊອບ ເພາະໃນປັດຈຸບັນເກີດການຂ້າໂຕຕາຍດ້ວຍການບູລີ່ກັນຫຼາຍແລ້ວ. ສະນັ້ນ ທາງທີມຊາດແຫ່ງສ.ເກົາຫຼີ ຈຶ່ງບໍ່ໃຫ້ຄູ່ແຝດລົງແຂ່ງກິລາໂດຍເດັດຂາດ ໂດຍບໍ່ມີກໍານົດ ເຖິງຈະເປັນເວລາຜ່ານມາຫຼາຍປີກໍຕາມ, ເພື່ອໃຫ້ຄູ່ແຝດ ໄປປະຕິບັດຕົນໃຫ້ດີກ່ອນ ແລະ ປັບຄວາມເຂົ້າໃຈກັບຄູ່ກໍລະນີ ລວມທັງຮັບຜິດຊອບໃນເລື່ອງຕ່າງໆທີ່ຕົນເອງສ້າງ.

ຮູບພາບ: AFP, news1

ຂອບໃຈຂໍ້ມູນຈາກ:

https://www.pinkspiders.co.kr/news/news_view.php?idx=21882&fbclid=IwAR3uwmOckbi2XjSUxsuyc5dreyoqsjgPb6-JLqtAIKRbiArmORijzGxGwSQ
https://mgronline.com/sport/photo-gallery/9640000014931
https://www.facebook.com/MainStandhttps://www.facebook.com/MainStandTH/photos/a.250798898813146/864454780780885/TH