ຈີນກຽມຍິງ “ຈະຫຼວດໄຮບຣິດ” ລຳທຳອິດຂອງປະເທດສູ່ອະວະກາດໃນປີນີ້


ຜູ້ພັດທະນາຈະຫຼວດ Long March-6A ເຊິ່ງເປັນຈະຫຼວດລຳທຳອິດຂອງຈີນທີ່ຂັບເຄື່ອນດ້ວຍເຄື່ອງຈັກເຊື້ອໄຟແຂງ (ຄາບອນ, ໄຮໂດຣເຈນ…) ແລະ ເຊື້ອໄຟແຫຼວ ກ່າວວ່າຈະຫຼວດລູກປະສົມຈະຖືກປ່ອຍຂຶ້ນສູ່ອະວະກາດເປັນຄັ້ງທຳອິດໃນປີ 2021 ນີ້.

ບໍລິສັດວິທະຍາສາດ ແລະ ເທັກໂນໂລຢີການບິນ ແລະ ອະວະກາດແຫ່ງ ສ.ປ ຈີນ (CASC) ລະບຸວ່າ: ຈະຫຼວດ Long March-6A ເປັນຈະຫຼວດຂະໜາດກາງຮຸ່ນໃໝ່, ສາມາດຂັບເຄື່ອນໄດ້ດ້ວຍຈຳນວນເຄື່ອງຈັກທີ່ມີເຊື້ອໄຟແຂງ ແລະ ເຊື້ອໄຟແຫຼວທີ່ແຕກຕ່າງກັນ ເພື່ອບັນລຸລະດັບການຂົນສົ່ງທີ່ຫຼາກຫຼາຍ ເຊິ່ງຈະຊ່ວຍໃຫ້ປະຢັດຕົ້ນທຶນໄດ້ຫຼາຍຂຶ້ນ.

ຈະຫຼວດລຳດັ່ງກ່າວມີລະດັບການຄວບຄຸມອັດຕະໂນມັດສູງກວ່າເກົ່າ ແລະ ຍັງມີຄວາມອັດສະລິຍະຫຼາຍຂຶ້ນ ເນື່ອງຈາກມັນສາມາດເຝົ້າຕິດຕາມ ແລະ ກວດບັນຫາທີ່ອາດເກີດຂຶ້ນໄດ້.

ຈີນໄດ້ກາຍເປັນໜຶ່ງໃນປະເທດທີ່ມີເທັກໂນໂລຢີດ້ານອະວະກາດເມື່ອວັນທີ 24 ເມສາ ປີ 1970 ເຊິ່ງເປັນວັນທີ່ຈະຫຼວດ Long March-1 ໄດ້ຂົນສົ່ງດາວທຽມຕົງຟາງຫົງ-1 (Dongfanghong-1) ດາວທຽມດວງທຳອິດຂອງປະເທດຈີນຂຶ້ນສູ່ວົງໂຄຈອນ.

ຈົນເດືອນມີນາ ປີ 2019 ຈີນໄດ້ພັດທະນາ ແລະ ໃຊ້ງານຈະຫຼວດຂົນສົ່ງ Long March ແລ້ວ 17 ຊະນິດ ເຊິ່ງຊ່ວຍໃຫ້ປະເທດບັນລຸໂຄງການອະວະກາດທີ່ສຳຄັນຫຼາຍຊຸດ ເຊັ່ນ: ໂຄງການອະວະກາດແບບມີມະນຸດຄວບຄຸມໂຄງການສຳຫຼວດດວງຈັນ ລະບົບດາວທຽມນຳທາງເປີ່ຍໂຕ່ (BDS) ແລະ ໂຄງການດາວທຽມສຳຫຼວດໂລກເກົາເຟິນ (Gaofen).

ຂອບໃຈຂໍ້ມູນຈາກ:

https://www.nasaspaceflight.com/2020/11/long-march-6-lofts-ten-argentinian-satellites/