ຊາວຄິວບາ 3 ຄົນລອດຕາຍຈາກການຕິດເກາະມາໄດ້ ຫຼັງຈາກຕິດເກາະມາ 33 ມື້!!!


BBC ໄດ້ລາຍງານຂ່າວການມີຊີວິດລອດຢ່າງປະຕິຫານ ຂອງຊາວຄິວບາ 3 ຄົນ ທີ່ເປັນຜູ້ຊາຍ 2 ແລະ ຍິງ 1 ຄົນ ຕິດຢູ່ “ເກາະແອງກົວລາຄີ” ທີ່ບໍ່ມີຄົນອາໄສຢູ່ ໃນເກາະບາຮາມາສ ມະຫາສະໝຸດແອັດແລນຕິກ ເປັນເວລາ 33 ມື້ ກ່ອນທີ່ໜ່ວຍທະຫານຊາຍຝັ່ງສະຫະລັດອາເມຣິກາຈະພົບເຫັນ ແລະ ໃຫ້ຄວາມຊ່ວຍເຫຼືອ.

ໄຣລີ ບີເຊີ ເຈົ້າໜ້າທີ່ໜ່ວຍຍາມຊາຍຝັ່ງສະຫະລັດ ໃຫ້ສຳພາດວ່າ ໃນຂະນະທີ່ກຳລັງບິນເຮລິຄັອບເຕີກວດກາບໍລິເວນອ້ອມຮອບຊາຍຝັ່ງຟໍລິດາໃນວັນທີ 8 ກຸມພາ ໄດ້ສັງເກດເຫັນກຸ່ມຄົນແກວ່ງທຸງຮູບສັນຍາລັກໄຂ່ວຕີນກາທີ່ເຮັດຂຶ້ນເພື່ອຂໍຄວາມຊ່ວຍເຫຼືອ, ທີມເຈົ້າໜ້າທີ່ຈຶ່ງຕັດສິນໃຈບິນກວດກາເພີ່ມຕື່ມ ພ້ອມກັບຢ່ອນອາຫານ-ນ້ຳດື່ມ ແລະ ວິທະຍຸສື່ສານລົງໄປໃຫ້ຄົນທີ່ຕິດຢູ່ເກາະ.

ພວກເຂົາເວົ້າພາສາສະເປນ ແລະ ມີຄວາມໝາຍປະມານວ່າ “ພວກເຂົາເປັນຊາວຄິວບາ ແລະ ຈຳເປັນຕ້ອງໄດ້ຮັບການຮັກສາທາງການແພດໂດຍດ່ວນ” ຫຼັງຈາກນັ້ນທີມບິນຂອງໜ່ວຍຍາມຊາຍຝັ່ງກໍກັບໄປລາຍງານສະຖານະການຕ່າງໆ ແລະ ໄດ້ບິນກັບມາທີ່ເກາະອີກຄັ້ງໃນວັນທີ 9 ກຸມພາ ເພື່ອມາຮັບຕົວທັງ 3 ຄົນອອກມາຈາກເກາະ ກ່ອນຈະຮີບນຳຕົວສົ່ງໂຮງໝໍໂດຍດ່ວນ.

ສຳນັກຂ່າວສຳພາດຜູ້ປະສົບໄພທັງ 3 ເຖິງເຫດການທີ່ເກີດຂຶ້ນກ່ອນທີ່ພວກເຂົາຈະມາຕິດເກາະ ແລະ ໄດ້ຄຳຕອບວ່າ ທັງ 3 ປະສົບອຸບັດຕິເຫດເຮືອຈົມທີ່ນອກຝັ່ງຄິວບາ ຈຶ່ງພາກັນລອຍນ້ຳມາຂຶ້ນເກາະທີ່ຢູ່ໃກ້ທີ່ສຸດ ຕັ້ງແຕ່ວັນທີ 7 ມັງກອນ ຢູ່ໄດ້ໂດຍການກິນໝາກພ້າວ, ໜູ ແລະ ຫອຍສັງ.

ສາມາດເບິ່ງຄລິບທີ່ເຈົ້າໜ້າທີ່ພົບໂຕທັງສາມຄົນໄດ້ທີ່ນີ້:

ທີ່ມາ: https://www.khaosod.co.th/around-the-world-news/news_5927636