ບັນດາພໍ່ແມ່ໃນໄຕ້ຫວັນ ກັງວົນຫຼັງມີກໍລະນີ ຄູອະນຸບານໃນໂຮງຮຽນເອກະຊົນແຫ່ງໜຶ່ງໃນເຂດ ນິວໄທເປ ຢູ່ໄຕ້ຫວັນ ຖືກກ່າວຫາວ່າ ໃຫ້ຢາແກ້ໄອຊະນິດເສບຕິດກັບເດັກນ້ອຍນັກຮຽນ ເພື່ອຊ່ວຍເຮັດໃຫ້ເດັກນ້ອຍສະຫງົບສະຕິອາລົມ ຈົນສົ່ງຜົນຂ້າງຄຽງຕໍ່ເດັກໃນເວລາຕໍ່ມາ.
ໂດຍກໍລະນີດັ່ງກ່າວ ເກີດຂຶ້ນ ແລະ ສືບສວນກັນມາຕັ້ງແຕ່ທ້າຍເດືອນ ເມສາທີ່ຜ່ານມາ ໂດຍພໍ່ແມ່ໃນໂຮງຮຽນເອກະຊົນດັ່ງກ່າວ ໄດ້ກ່າວຫາວ່າ ເຈົ້າໜ້າທີ່ໂຮງຮຽນໃຫ້ຢາທີ່ບໍຮູ້ຈັກແກ່ລູກຫຼານຂອງຕົນ ຫຼັງພົບວ່າລູກຫຼານຂອງຕົນມີອາການຫງຸດຫງິດ ກະວົນກະວາຍ ແລະ ຮ້ອງອອກມາແບບບໍ່ຮູ້ສາເຫດຂະນະທີ່ນອນຫຼັບ.
ຜູ້ປົກຄອງເຜີຍວ່າ ຫຼັງໂອ້ລົມກັບເດັກນ້ອຍ ຈຶ່ງຮູ້ວ່າຄູຂອງພວກເຂົາໄດ້ປ້ອນຍາ ທີ່ບໍ່ຮູ້ຈັກ ໃຫ້ກັບເດັກນ້ອຍນັກຮຽນ ສົ່ງຜົນໃຫ້ນັກຮຽນຈຳນວນໜຶ່ງລວມຕົວກັນໄປແຈ້ງກັບເຈົ້າໜ້າທີ່ຕຳຫຼວດ ແລະ ເກີດການຟ້ອງຮ້ອງກໍລະນີດັ່ງກ່າວຂຶ້ນເລື້ອຍໆ ຈົນທາງອຳນາດການປົກຄອງທ້ອງຖິ່ນຕ້ອງເຮັດການດຳເນີນການສອບສວນ ແລະ ພົບເດັກຢ່າງໜ້ອຍ 8 ຄົນມີປະລິມານຢາ ຟີໂນບາບິທັລ (Phenobarbital) ແລະ ເບັນໂຊໄດອະຊີປິນ (Benzodiazepine) ຢູ່ໃນຮ່າງກາຍ.

ເຊິ່ງທັງຢາ ຟີໂນບາບິທັລ (Phenobarbital) ແລະ ເບັນໂຊໄດອະຊີປິນ (Benzodiazepine) ແມ່ນຈັດຢູ່ໃນກຸ່ມຢາລະງັບປະສາດ ແລະ ຢາຄາຍຄວາມກັງວົນ. ຂະນະທີ່ເຈົ້າໜ້າທີ່ຕຳຫຼວດໄດ້ດຳເນີນການສືບສວນເລື່ອງນີ້ມາຕະຫຼອດຫຼາຍອາທິດ ແຕ່ຍັງບໍ່ພົບຄວາມຊັດເຈນວ່າເປັນຫຍັງເດັກນັກຮຽນ ຈຶ່ງໄດ້ຮັບຢາແກ້ໄອທີ່ເຮັດໃຫ້ເສບຕິດດັ່ງກ່າວ.

ໃນເບື້ອງຕົ້ນທາງການໄດ້ສັ່ງປິດໂຮງຮຽນທີ່ເກີດເຫດແລ້ວ ໃນວັນທີ 12 ມິຖຸນາ ທີ່ຜ່ານມາ ເຊິ່ງຜູ້ອຳນວຍການໂຮງຮຽນ ຖືກປັບໃໝເງິນປະມານ 4.800 ໂດລາ. ສ່ວນຄູໃຫຍ່ ແລະ ຄູອີກ 5 ຄົນ ຖືກຕຳຫຼວດກັກຕົວໄວ້ ແລະ ສືບສວນ ແຕ່ຫຼັງຈາກນັ້ນກໍໄດ້ມີການປະກັນຕົວອອກມາ. ເຊິ່ງໃນດ້ານການສືບສວນຄະດີອາຍາ ແມ່ນກຳລັງຢູ່ໃນລະຫວ່າງການດຳເນີນການ.

ເມື່ອບໍ່ດົນມານີ້ ໄດ້ມີບັນດາພໍ່ແມ່ຜູ້ປົກຄອງ ແລະ ປະຊາຊົນໄຕ້ຫວັນຫຼາຍຮ້ອຍຄົນໄດ້ອອກມາຮ່ວມຍ່າງຂະບວນປະທ້ວງໃນເມືອງ ນິວໄທເປ ເພື່ອສະແດງຄວາມບໍ່ພໍໃຈ ແລະ ຮຽກຮ້ອງໃຫ້ຕຳຫຼວດດຳເນີນການສືບສວນຢ່າງໂປ່ງໃສຫຼາຍຂຶ້ນ ໂດຍຫຼາຍຝ່າຍວິພາກວິຈານວ່າທາງການບໍ່ປີດເຜີຍຂໍ້ມູນຕໍ່ສາທາລະນະ.
ຂອບໃຈຂໍ້ມູນຈາກ: BBC, bangkokbiznews, wionews
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/