ແລຣີ ຄິມ ຜູ້ກໍ່ຕັ້ງ ແລະ ຮອງປະທານຝ່າຍການການຕະຫຼາດບໍລິສັດ MobileMonkey ເຄີຍອະທິບາຍຄວາມໝາຍຂອງ Productive People ເອົາໄວ້ວ່າ ຄືຄົນທີ່ເລືອກທີ່ຈະຮັບວຽກ “ບາງຢ່າງ” ມາເຮັດໄດ້ຢ່າງຖືກຕ້ອງ ແລະ ເໝາະສົມກັບໂຕເອງ ເຮັດໃຫ້ນິໄສຂອງຄົນປະເພດນີ້ຄືມັກຈະຮູ້ຂີດຈຳກັດຂອງໂຕເອງ ເລືອກຮັບສະເພາະສິ່ງທີ່ເໝາະສົມກັບພວກເຂົາ ເພື່ອທີ່ຈະມີຈຳນວນປະລິມານງານທີ່ເໝາະສົມ ໄປໃຊ້ເວລາຢ່າງມີຄຸນຄ່າ ແລະໃຫ້ໄດ້ຜົນລັບທີ່ມີປະສິດທິພາບຫຼາຍກວ່າ.
ແຕ່ຫຼາຍໆຄັ້ງ ທີ່ຄົນເຮັດວຽກຜູ່ໃຝ່ຝັນຢາກຈະເປັນ Productive People ກັບມີວິທີບໍລິຫານງານທີ່ບໍ່ລົງໂຕ ນຳໄປສູ່ຊີວິດທີ່ຫຍຸ້ງຫຼາຍ ຈົນບາງຄັ້ງອາດຈະສົ່ງຜົນກະທົບຕໍ່ການງານທີ່ບໍ່ໄດ້ຄຸນນະພາບຕາມທີີ່ຫວັງໄວ້ ແລະ ລຸກລາມໄປເຖິງບັນຫາສຸຂະພາບຈາກຄວາມບົກພ່ອງໃນການແບ່ງເວລາມາດູແລຮ່າງກາຍໂຕເອງທີ່ບໍ່ໄດ້ດີເທົ່າທີ່ຄວນ.
“ນ້ຳມັນປາ” ຈຶ່ງກາຍເປັນຮີໂລ້ໃນຮູບແບບອາຫານເສີມ ສຳລັບຄົນໄວເຮັດວຽກຍຸກນີ້ຫຼາຍ ໃນການຊ່ວຍໃຫ້ພວກເຮົາມີຊີວິດແບບ Productive People ທີ່ສາມາດຈັດສັນເວລາເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ມີຮ່າງກາຍທີ່ແຂງແຮງໄປພ້ອມກັນ.

Power of Fish Oil
ທຸກມື້ນີ້ກໍກິນປາຢູ່ແລ້ວ ແຕ່ເປັນຫຍັງຕ້ອງກິນນ້ຳມັນປາອີກ? ນຶ່ງໃນຄຳຖາມສຳຄັນທີ່ມະນຸດຜູ່ຮັກສຸຂະພາບຫຼາຍຄົນຕ່າງສົງໄສ ເມື່ອເຂົານັ້ນຄືບຸກຄົນຜູ້ດູແລຮັກສາຮ່າງກາຍດ້ວຍການກິນອາຫານທີ່ມີປະໂຫຍດຢູ່ຕະຫຼອດເວລາ ຈຶ່ງບໍ່ຄ່ອຍເຫັນຄວາມສຳຄັນຕໍ່ການກິນອາຫານເສີມປານໃດ.
ແນ່ນອນວ່າ ການກິນອາຫານຫຼັກໃຫ້ຄົບ 5 ໝູ່ ຄືສິ່ງທີ່ມະນຸດຜູ້ຮັກສາສຸຂະພາບເຮັດໂດຍຫວັງຈະມີສຸຂະພາບທີ່ດີ ແລະ ແຂງແຮງ, ແຕ່ຊີວິດສຳລັບຄົນເຮັດວຽກໃນປີ 2020 ທີ່ມີແຕ່ຄົນຫຍຸ້ງຍາກເຊັ່ນນີ້ ບໍ່ແມ່ນວ່າທຸກຄົນຈະໄດ້ກິນປາ ແລະ ຮັບສານອາຫານທີ່ຄົບຖ້ວນທຸກມື້ໄດ້ ເຮັດໃຫ້ການມີ “ໂຕຊ່ວຍ” ໃນການຮັກສາຮ່າງກາຍທີ່ໄວວາກາຍເປັນເຄັດລັບສຳຄັນທີ່ຊ່ວຍໃຫ້ຊາວ Productive People ສາມາດເຕັມທີ່ກັບວຽກທາງຫນ້າໂດຍທີ່ຍັງມີສຸຂະພາບທີ່ດີໄປພ້ອມກັນ.
ນ້ຳມັນປາ (Fish Oil) ຈຶ່ງກາຍເປັນພະເອກຂີ່ມ້າຂາວທີ່ຈະເຂົ້າມາກແກ້ໄຂບັນຫານີ້ໄດ້ຢ່າງຖືກຈຸດ, ເພາະດ້ວຍຂະບວນການສະກັດເອົານ້ຳມັນອອກມາຈາກສ່ວນຕ່າງໆຂອງປາ ເຊິ່ງມີ EPA ແລະ DHA ທີ່ເປັນກົດໄຂມັນ Omega-3 ທີ່ເຮັດໃຫ້ຫຼອດເລືຶອດເກີດການຂະຫຍາຍໂຕ ຊ່ວຍລຳລຽງສານອາຫານຜ່ານເມັດເລືອດໄປດູແລອະໄວຍະວະສ່ວນຕ່າງໆ ກໍ່ໃຫ້ເກີດປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງ ຈົນຄາດບໍ່ໄດ້ເລີຍວ່າ ນ້ຳມັນປາເມັດນ້ອຍໆນີ້ ຈະສາມາດຊ່ວຍໄດ້ທັງ:
- ລົດການອັກເສບເຮື້ອຮັງໃນຮ່າງກາຍ
- ລົດອາການປວດຂໍ້ໃນກຸ່ມໂຣກຂໍ້ອັກເສບ
- ລົດຄວາມສ່ຽງໂຣກຫົວໃຈ ແລະ ຫຼອດເລືອດ
- ລົດລະດັບໄຂມັນຊະນິດໄຕຣກີເຊີໄຣ ໃນເລືອດໄດ້
- ລົດຄວາມດັນໂລຫິດ ໃນຜູ້ທີ່ມີພາວະຄວາມດັນໂລຫິດສູງ
ແລະ ຍັງຊ່ວຍຟື້ນຟູຮ່າງກາຍຄົນໄວເຮັດວຽກໄດ້ເຊັ່ນ:
- ຊ່ວຍສົ່ງເສີມການເຮັດວຽກຂອງລະບົບປະສາດ ແລະ ສະໝອງ
- ຊ່ວຍສົ່ງເສີມການເຮັດວຽກຂອງຈໍປະສາດຕາ
ຮວມໄປເຖິງໃນປັດຈຸບັນມີສູດທີ່ຜະລິດດ້ວຍນະວັດຕະກຳໃຫມ່ທີ່ສາມາດລົດຂະໜາດເມັດໃຫ້ນ້ອຍລົງ ແຕ່ຍັງຄົງອັດແໜ້ນໄປດ້ວຍປະລິມານໂອເມກາ 3 ເຂັ້ມຂຸ້ນເທົ່າກັບສູດມາດຕະຖານທີ່ມີຂະໜາດເມັດປົກກະຕິ ເຮັດໃຫ້ກືນໄດ້ງ່າຍຂຶ້ນ ແຖມຍັງບໍ່ມີກິ່ນຄາວ, ຊ່ວຍໃຫ້ຄົນເຮັດວຽກຮັບປະທານໂຕຊ່ວຍຈາກທຳມະຊາດໄດ້ສະດວກໄວວາ ພ້ອມຮັບມືກັບຊີວິດໃນແບບ Productive ໄດ້ດີຍິ່ງຂຶ້ນ.

Ways To Be Productive
ເມື່ອກຽມຮ່າງກາຍໃຫ້ພ້ອມກັບການເປັນ Productive People ດ້ວຍອາຫານເສີມທີ່ສຳຄັນຢ່າງນ້ຳມັນປາແລ້ວ ຄຳຖາມຕໍ່ໄປຄື ຖ້າຢາກກາຍເປັນ Productive People ຈະຕ້ອງເຮັດແນວໃດ? ຕໍ່ຈາກນີ້ຄື 3 ວິທີທີ່ທ່ານສາມາດເປັນ Productive People ໄດ້ງ່າຍໆ ພຽງແຕ່ເລີ່ມປັບ ວິທີການເຮັດວຽກ ແລະ ຕາລາງການໃຊ້ຊີວິດ.

1. No Multitasking Just ‘Focus’
ເມື່ອ 2-3 ປີຫຼັງມານີ້ ການເຮັດວຽກຫຼາຍຢ່າງພ້ອມກັນແບບ Multitasking ກາຍເປັນທີ່ນິຍົມໃຫ້ເປັນກະແສຫຼັກໃນປັດຈຸບັນ ແຕ່ຫຼາຍຄົນທີ່ປະສົບຄວາມສຳເລັດໃນຊີວິດກັບເຫັນຕ່າງກັບວິທີການເຮັດວຽກແບບນີ້ເທົ່າໃດ ອີກທັງຍັງໃຫ້ຄວາມເຫັນວ່າເປັນເລື່ອງທີ່ຜິດ.
ເພາະສຸດທ້າຍແລ້ວ ການເຮັດວຽກຫຼາຍຢ່າງໃນເວລາດຽວກັນ ທຸກວຽກຈະດຶງດູດສະມາທິ ແລະ ຄວາມສົນໃຈ 100% ຂອງເຮົາແບ່ງໄປໃນວຽກອື່ນໆ ເຊັ່ນ: ເຮົາມີພະລັງການເຮັດວຽກ 100% ແຕ່ຕ້ອງແບ່ງໄປໃຫ້ການເຮັດຫຼາຍຢ່າງພ້ອມກັນ ຢ່າງລະ 20% ຈົນສຸດທ້າຍວຽກທັງໝົດຈະມີຄຸນນະພາບຕາມຈຳນວນ % ຂອງຄວາມສົນໃຈ ທີ່ໃຫ້ໄປໃນວຽກລະຫວ່າງການເຮັດວຽກແບບ Multitasking ເທົ່ານັ້ນ.
ດັ່ງນັ້ນ ການເຮັດວຽກເທື່ອລະຢ່າງແບບຕັ້ງໃຈຈຶ່ງເປັນວິທີທີ່ Productive People ຄວນຍຶດຖືຫຼາຍກວ່າ ເຊິ່ງມີຫຼາຍເຕັກນິກທີ່ເຮົາສາມາດນຳມາປັບໃຊ້ກັບການເຮັດວຽກດ້ວຍການຈົດຈໍ່ກັບສິ່ງດຽວໃນຊ່ວງເວລາໃດນຶ່ງໄດ້ເຊັ່ນ: ເທັກນິກ The Pomodoro ທີ່ແບ່ງເວລາ 25 ນາທີສຳລັບການເຮັດວຽກພຽງຢ່າງດຽວ (ປິດມືຖື ບໍ່ເຂົາສື່ສັງຄົມອອນລາຍ ທີ່ລົບກວນການເຮັດວຽກ) ຈາກນັ້ນແບ່ງເວລາ 5 ນາທີ ສຳລັບການພັກຜ່ອນຢ່າງສັ້ນເປັນ 1 ຮອບ Pomodoro (30ນາທີ) ເຊິ່ງເທັກນິກນີ້ຈະຊ່ວຍໃຫ້ເຮົາສາມາດເຮັດວຽກໄດ້ຢ່າງມີປະສິດທິພາບຂຶ້ນໃນເວລາອັນສັ້ນ ອີກທັງຍັງບໍ່ປ່ອຍໃຫ້ເຮົາເສຍເວລາໄປກັບສິ່ງລົບກວນອື່ນໆ ຈົນອາດຈະເຮັດໃຫ້ເວລາເຮັດວຽກຍືດຍາວໄປຢ່າງບໍ່ຈຳເປັນ.

2. Critical Point
ໃນສ່ວນຂອງວິທີການເຮັດວຽກ ປົກກະຕິແລ້ວວຽກວຽກໜຶ່ງ ຈະມີຫຼາຍຂັ້ນຕອນທີ່ຕ້ອງເຮັດລຳດັບກ່ອນຈະເລີ່ມລົງມືເຮັດ ເຊິ່ງຖ້າເຮົາເປັນຄົນເຮັດວຽກທຸກຢ່າງໂດຍທັນທີ ພຽງຫວັງໃຫ້ທຸກຢ່າງແລ້ວຫມົດໄປ ນັ້ນໝາຍຄວາມວ່າເຮົາກຳລັງສ້າງນິໄສໃຫ້ໂຕເອງກາຍເປັນ Busy People ທີ່ຫຍຸ້ງຕະຫຼອດເວລາໂດຍບໍ່ຮູ້ໂຕ ເພາະການເຮັດວຽກແບບ Productive People ສິ່ງທຳອິດທີ່ຕ້ອງເຮັດຄືການວິເຄາະໂຕງານ ແລະ ແບ່ງລຳດັບງານໃຫ້ຊັດເຈນກ່ອນວ່າສ່ວນໃດຂອງວຽກຄືສິ່ງສຳຄັນທີ່ຕ້ອງໃຫ້ຄວາມສຳຄັນເປັນອັນດັບທຳອິດ.
ມີທິດສະດີນຶ່ງຊື່ວ່າ The Pareto Principle ກ່າວໄວ້ວ່າຄວາມສຳເລັດຂອງງານສ່ວນໃຫຍ່ມັກເກີດຈາກ 20% ທີ່ສຳຄັນທີ່ສຸດຂອງໂຕວຽກເທົ່ານັ້ນ ສ່ວນອີກ 80% ຄືຜົນລັບທີ່ເກີດຈາກການເຮັດວຽກໃນ 20% ທຳອິດຕ່າງຫາກ. ດັ່ງນັ້ນ ການເຮັດວຽກແບບ Productive People ເຮົາຈຳເປັນຕ້ອງຫາ 20% ທີ່ສຳຄັນທີ່ສຸດໃນວຽກຕາມຫຼັກ The Pareto Principle ເພື່ອນຳໄປສູ່ການເຮັດວຽກຢ່າງມີຄຸນນະພາບໃນເວລາອັນສັ້ນ.

3. Work Life Balance
ການທີ່ຈະສາມາດຈັດສັນເວລາ ຜ່ານການເຮັດວຽກອອກມາໄດ້ມີປະສິດທິພາບໃນເວລາອັນສັ້ນ ຈຳເປັນຕ້ອງຮູ້ຈັກແບ່ງເວລາໃຫ້ໂຕເອງໄດ້ພັກຜ່ອນ ຜ່ານການນອນໃຫ້ພຽງພໍ, ການອອກກຳລັງກາຍ ຮວມທັງການຮັບປະທານອາຫານໃຫ້ຄົບ 5 ໝູ່ ແລະ ອາດຈະເສີມດ້ວຍຜະລິດຕະພັນເສີມອາຫານຕ່າງໆ ໂດຍສະເພາະນ້ຳມັນປາທີ່ອຸດົມໄປດ້ວຍສານອາຫານ ເໝາະສຳລັບຄົນໄວເຮັດວຽກຢ່າງທີ່ກ່າວໄປໃນຂ້າງຕົ້ນ.
ທີ່ມາ: https://adaybulletin.com/know-brandedcontent-agenda-blackmores-fish-oil/54457