ປັດຈຸບັນ ລົດໄຟໄດ້ເປີດໃຫ້ບໍລິການແລ້ວໃນບ້ານເຮົາ ເຊິ່ງກໍມີທັງກົດລະບຽບຕ່າງໆ ແລະ ສິ່ງທີ່ຕ້ອງກະກຽມປະຕິບັດຕັ້ງແຕ່ກ່ອນຂຶ້ນ ໄປຈົນຮອດລົງ. ສະນັ້ນ, ມື້ນີ້ເຮົາຈະມາແນະນຳຂໍ້ທີ່ຄວນຮູ້ເມື່ອໃຊ້ບໍລິການລົດໄຟ.
ກ່ອນອື່ນເຮົາມາຮູ້ຈັກກັບມັນໜ້ອຍໜຶ່ງດີກວ່າ ລົດໄຟລາວ-ຈີນເປັນລົດໄຟຄວາມໄວສູງແລ່ນໄດ້ເຖິງ 140km/h ໂດຍສະເລ່ຍ ຂະນະທີ່ລົດໄຟທົ່ວໄປຢູ່ໄທ, ຫວຽດນາມ, ຈີນ ແລ່ນປະມານ 48-95km/h ເຊິ່ງ ລົດໄຟໂດຍສານ ແລະ ລົດໄຟຂົນສົ່ງສິນຄ້າແມ່ນແຍກກັນ.
EMU ອ່ານວ່າ ອີ-ເອັມ-ຢູ ຫຍໍ້ມາຈາກ Electric Multiple Unit. ລົດໄຟຮຸ່ນ EMU ທັງ 2 ຄັນທີ່ມາລາວແມ່ນມີຊື່ວ່າຂະບວນລ້ານຊ້າງ; ແບ່ງເປັນ 2 ລາຄາຄື: ຊັ້ນ1 ແລະ ຊັ້ນ2 ເປັນຂະບວນດຽວກັນ. ຕ່າງແຕ່ວ່າຊັ້ນ 1 ກວ້າງຂວາງກວ່າ ເຊິ່ງຊັ້ນ 2 ກໍກວ້າງສະບາຍພຽງພໍໃຫ້ຄົນສູງປະມານ 160 cm.
ກຳນົດການຂາຍປີ້ລົດໄຟລາວ-ຈີນ

ຕ້ອງມາຊື້ທີ່ໜ້າເຄົາເຕີ ປັດຈຸບັນຍັງບໍ່ມີຂາຍອອນລາຍເທື່ອ. ບັນດາສະຖານີທີ່ເປີດໃຫ້ບໍລິການໃນຂະນະນີ້ແມ່ນ 6 ສະຖານີຄື: ນະຄອນຫຼວງວຽງຈັນ, ໂພນໂຮງ, ວັງວຽງ, ຫຼວງພະບາງ, ເມືອງໄຊ ແລະ ສະຖານີບໍ່ເຕັນ. ສຳລັບຖ້ຽວເດີນທາງລະຫວ່າງຕ່າງປະເທດແມ່ນຍັງບໍ່ທັນເປີດໃຫ້ບໍລິການເນື່ອງຈາກສະຖານະການໂຄວິດ.
ເດັກທີ່ມີສ່ວນສູງຕ່ຳກວ່າ 120 cm ບໍ່ໄດ້ຊື້ປີ້ ແຕ່ຜູ້ປົກຄອງສາມາດພາໄປນຳໄດ້ພຽງ 1 ຄົນ ຖ້າຄົນທີ 2 ຈະຄິດໄລ່ລາຄາ. ສາມາດຖືສຳພາລະຂຶ້ນໄດ້ຟຣີ ບໍ່ກາຍ 20kg.
ການຊື້ປີ້ແມ່ນໄດ້ມາຢືນຕໍ່ແຖວຢູ່ນອກອາຄານ ໂດຍຈະມີຄົນມາເປັນຈຳນວນຫຼາຍ ເຊິ່ງຍັງບໍ່ມີສິ່ງບັງແດດໃຫ້, ຖ້າມາເວລາຫຼັງທ່ຽງລົງໄປແມ່ນອາດຈະໄດ້ໃຊ້ຄັນຮົ່ມ.
ກະກຽມເຄື່ອງໃຊ້ທີ່ສາມາດນຳເຂົ້າໄປໄດ້

ກ່ອນເຂົ້າໄປອາຄານ ຈະມີການກວດກາສຳພາລະ. ມີເຈລລ້າງມືຂອງຜູ້ໂດຍສານຄົນໜຶ່ງຖືກເຈົ້າໜ້າທີ່ຫ້າມບໍ່ໃຫ້ເອົາຂຶ້ນລົດໄຟ ເພາະຂະໜາດບັນຈຸເກີນກຳນົດ. ສະນັ້ນ, ຄວນອ່ານຢ່າງລະອຽດວ່າມີຫຍັງແດ່ທີ່ເພິ່ນຫ້າມບໍ່ໃຫ້ເອົາຂຶ້ນລົດນຳ ສາມາດອ່ານຢູ່ເພຈລົດໄຟເພີ່ມ.
ພາຍໃນລົດໄຟ

ໃນຊັ້ນສອງຂອງຕູ້ລົດໄຟຍັງບໍ່ມີພະນັກງານອຳນວຍຄວາມສະດວກໃຫ້ເທື່ອ. ເມື່ອເຂົ້າມາແລ້ວຊອກຫາບ່ອນນັ່ງຕາມປີ້ໂດຍສານອາດຈະມີຄວາມສັບສົນ ຫຍຸ້ງຍາກໜ້ອຍໜຶ່ງ. ລວມໄປເຖິງການຈັດເກັບສຳພາລະ ແລະ ຮັກສາມາດຕະການໄລຍະຫ່າງ.
ພາຍໃນລົດຈະບໍ່ມີການເສີບ ຫຼື ຂາຍອາຫານເຄື່ອງດື່ມໃດໆ. ສາມາດນຳເອົານ້ຳ ແລະ ເຄື່ອງກິນຫຼິ້ນເຂົ້າມາໄດ້. ແຕ່ບໍ່ແມ່ນອາຫານທີ່ມີກິ່ນ ຫຼື ອາຫານໜັກ.
ບ່ອນນັ່ງຈະມີປ່ອງສຽບໄຟ ສາມາດຖືຄອມໄປນັ່ງເຮັດວຽກ ສາກໂທລະສັບໄດ້ ພ້ອມມີແອເຢັນເພີ່ມຄວາມສະດວກສະບາຍ.
ເມື່ອລົງມາທີ່ສະຖານີຍັງບໍ່ພົບຮ້ານ ຫຼື ຕູ້ຂາຍອາຫານ-ເຄື່ອງດື່ມເທື່ອ.

ເຊິ່ງວ່າສະຖານີນັ້ນຢູ່ຫ່າງຈາກຕົວເມືອງຫຼາຍ ຕົວສະຖານີນະຄອນຫຼວງຍັງບໍ່ທັນມີລົດຮັບສົ່ງ ແຕ່ສະຖານີຫຼວງພະບາງແມ່ນມີລົດຕູ້ຢູ່ເຕັມ. ສະນັ້ນເພື່ອຄວາມແນ່ໃຈ ແມ່ນໃຫ້ສຶກສາສະຖານີປາຍທາງໃນເລື່ອງຮັບສົ່ງໃຫ້ລະອຽດເພື່ອສາມາດເຂົ້າໄປໃນຕົວເມືອງໄດ້. ພ້ອມກັນນັ້ນຕ້ອງໄດ້ເຜື່ອເວລາໃນການເດີນທາງເຂົ້າອອກຈາກຕົວເມືອງໄປທີ່ສະຖານີເພື່ອບໍ່ໃຫ້ເສຍຖ້ຽວພ້ອມ.
ລາຍລະອຽດແລະການກວດສອບຖ້ຽວເດີນທາງປີ້

ຄວນເກັບຮັກສາປີ້ໃຫ້ດີຕະຫຼອດ ໂດຍເຈົ້າໜ້າທີ່ຈະໄດ້ມີການກວດຕອນເຂົ້າ ແລະ ຕອນຈະອອກຈາກສະຖານີ ເພື່ອຢືນຢັນວ່າຜູ້ໂດຍສານລົງສະຖານີນັ້ນແທ້ ຫຼື ບໍ່. ຖ້າຊື້ປີ້ວັງວຽງ ແຕ່ໄປລົງຢູ່ຫຼວງພະບາງ ກໍຕ້ອງໄດ້ຈ່າຍເພີ່ມ. ຂໍ້ມູນພາຍໃນປີ້ກໍເຊັ່ນກັນ, ກວດເບິ່ງໃຫ້ລະອຽດວ່າຕົນເອງຂຶ້ນຕູ້ໃດ, ບ່ອນນັ່ງໃດ ເຊິ່ງຈະຕ້ອງນັ່ງຕາມທີ່ປີ້ລະບຸໄວ້.
ໃຫ້ສອບຖາມເຈົ້າໜ້າທີ່ຢ່າງລະອຽດວ່າລົດໄຟຈະຈອດຢູ່ສະຖານີທີ່ຕົນຈະໄປຫຼືບໍ່ ເນື່ອງຈາກວ່າມັນບໍ່ໄດ້ລົງຈອດທຸກສະຖານີ. ມີກໍລະນີຜູ້ໂດຍສານຈຳນວນໜຶ່ງໄດ້ຊື້ປີ້ ວຽງຈັນ-ຫຼວງພະບາງ ແຕ່ຕ້ອງການລົງຢູ່ວັງວຽງ. ປາກົດວ່າ ລົດໄຟບໍ່ໄດ້ຈອດຢູ່ສະຖານີວັງວຽງຕອນຂາໄປ ແຕ່ມັນຈອດຕອນຂາກັບ.
ເນື່ອງຈາກວ່າການໃຫ້ບໍລິການລົດໄຟຍັງໃໝ່ຢູ່ ບັນຫາການຈັດການ ແລະ ລະບົບການບໍລິການອຳນວຍຄວາມສະດວກຍັງບໍ່ຄົງທີ່ ລວມໄປເຖິງຜູ້ໂດຍສານທີ່ຍັງຄົງແອອັດ. ສະນັ້ນແລ້ວບໍ່ຄວນຄາດຫວັງຫຼາຍ ແລະ ຕ້ອງລະວັງທັງເລື່ອງມາດຕະການຮັກສາຄວາມສະອາດເພື່ອປ້ອງກັນໂຄວິດຕະຫຼອດເວລາ.
ຂອບໃຈຂໍ້ມູນຈາກ:
ເລາະລຸຍລາວ
ໄຊສົງຄາມ ອິນດວງຈັນທີ
https://cutt.ly/RYjcRYp
ມິດປະຊາ ສິດທິຮັກປັນຍາ
https://cutt.ly/UYjcUqu
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/