Ameca ຫຸ່ນຍົນຮູບຮ່າງມະນຸດ ຮຸ່ນໃຫມ່ ທີ່ຖືກພັດທະນາໃຫ້ມີການສະແດງອາລົມຜ່ານທາງສີໜ້າ ແລະ ທ່າທາງ ຈົນຄືກັນກັບຄົນແທ້ໆ


ເທັກໂນໂລຢີແມ່ນໄດ້ຖືກຳເນີດມາໃນໂລກເຮົາ ເປັນເວລາຫຼາຍທົດສະວັດແລ້ວ ແລະ ອຸດສາຫະກຳຕ່າງໆກໍໄດ້ນຳໃຊ້ເທັກໂນໂລຢີມາພັດທະນາອົງກອນຂອງຕົນ. ໜຶ່ງໃນເທັກໂນໂລຢິທີ່ໄດ້ຮັບຄວາມສົນໃຈ ແລະ ໄດ້ຮັບການພັດທະນາແບບກ້າວກະໂດດນັ້ນແມ່ນ “ເທັກໂນໂລຢີຫຸ່ນຍົນ” ເພາະວ່າເອື້ອອຳນວຍຄວາມສະດວກໃຫ້ເຮົາໄດ້ຫຼາຍຢ່າງ. ປັດຈຸບັນນີ້ ນັກວິທະຍາສາດໄດ້ພັດທະນາຫຸ່ນຍົນໃຫ້ມັນມີຄວາມຄ້າຍຄືຄົນໄປອີກຂັ້ນ ໂດຍຫຸ່ນຍົນສາມາດຮຽນແບບລັກສະນະທ່າທາງຂອງມະນຸດເຮົາໄດ້.

ໃນວັນທີ 2 ທັນວາທີ່ຜ່ານມານີ້ ທາງບໍລິສັດຫຸ່ນຍົນຂອງອັງກິດຊື່ວ່າ Engineered Arts ໄດ້ເປີດຕົວ ວິດີໂອຕົວຢ່າງ ຂອງຫຸ່ນຍົນມະນຸດຕົວໃໝ່ ທີ່ມີຊື່ວ່າ Ameca ເຊິ່ງໃນວິດີໂອເຮົາຈະເຫັນວ່າ ຫຸ່ນຍົນໜ້າເທົາຕົວນີ້ ຈະສະແດງສີໜ້າ, ການເຄື່ອນໄຫວ ແລະ ຄຸນສົມບັດຕ່າງໆ ເຊັ່ນ: ການເຄື່ອນເໜັງໄປມາຂອງແຂນແລະມື, ສາມາດຍິ້ມໄດ້, ຫາຍໃຈຖີ່ເມື່ອເກີດອາການຕົກໃຈຄ້າຍຄືກັນກັບຄົນ, ເອົາມືເກົາດັງຫຼືຕາ…ສາມາດຮັບຊົມວິດີໂອໄດ້ທີ່: https://cutt.ly/JYj34CX

ໂດຍໃນວິດີໂອທີ່ເຮົາເຫັນການສະແດງສີໜ້າທ່າທາງນັ້ນ ອາດເປັນພຽງການເຮັດວຽກຕາມຄຳສັ່ງທີ່ກຳນົດໄວ້ລ່ວງໜ້າ ແຕ່ມັນກໍເປັນຕົວຢ່າງທີ່ດີ ທີ່ສະແດງໃຫ້ເຫັນວ່າເທັກໂນໂລຢີຫຸ່ນຍົນແມ່ນໄດ້ພັດທະນາມາໄກຫຼາຍ. ປັດຈຸບັນນີ້ ທາງບໍລິສັດເປີດໃຫ້ຊື້ ແລະ ເຊົ່າ ແຕ່ຍັງບໍ່ມີການເປີດເຜີຍລາຄາເທື່ອ.

ອ້າງອີງຈາກ Engineered Arts ຈຸດປະສົງຂອງການສ້າງຫຸ່ນຍົນຮຸ່ນນີ້ ແມ່ນຖືກອອກແບບມາເພື່ອຕ້ອງການໃຫ້ຄົນກັບຫຸ່ນຍົນເກີດການປະຕິສຳພັນກັນໄດ້ງ່າຍຂຶ້ນ ແລະ ໃຫ້ຫຸ່ນຍົນມີຄວາມຄ້າຍຄືມະນຸດຂຶ້ນໄປອີກຂັ້ນ. ເຖິງວ່າຫຸ່ນຍົນ Ameca ຈະສາມາດຖ່າຍທອດອາລົມຜ່ານທາງໜ້າຕາ ແລະ ການເຄື່ອນໄຫວໄດ້ຢ່າງປະທັບໃຈ ແຕ່ມັນຍັງບໍ່ສາມາດຍ່າງໄດ້ເທື່ອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/