ຂອງມັນຕ້ອງມີ! Hermès ເປີດຕົວ Case ສຳລັບ AirPods Pro 2 ທີ່ລາຄາແພງກວ່າເຄື່ອງ


Hermès ແບຣນຊື່ດັງຈາກປະເທດ ຝຣັ່ງ ແລະ ເຊື່ອວ່າຊື່ນີ້ໃຜໆກໍຕ້ອງເຄີຍໄດ້ຍິນ ໄດ້ເປີດຕົວສິນຄ້າໃໝ່ນັ້ນກໍຄື Case ສຳລັບ AirPods Pro 2 ແນ່ນອນວ່າມັນຕ້ອງແພງກວ່າຫູຟັງ ແຕ່ຂອງມັນຕ້ອງມີ ຊິມາໃຊ້ Case ທຳມະດາບໍ່ໄດ້ ເພາະສະນັ້ນຈະເປັນ Case ຄືກັນບໍ່ໄດ້.

Case Hermès ສຳລັບ AirPods Pro 2 ໄດ້ອອກມາໃຫ້ເລືອກທັງ 2 ສີ ໄດ້ແກ່ Gold ແລະ Blue Navy ລວມໄປຮອດການອອກແບບທູໂທນ 2 ສີ ໄດ້ແກ່ Vert Criquet/Vert Bambou, Mauve Sylvestre/Rose Azalée ແລະ Bleu Lin/Étain ໂຕຂອງ Case ຍັງມີຄວາມບາງຢູ່ ຈຶ່ງເຮັດໃຫ້ສາມາດສາກໄດ້ຢູ່ນັ້ນເອງ.

ສຳລັບການອອກແບບ Case Hermès AirPods Pro 2 ຖືກພັດທະນາມາຈາກໜັງລູກງົວ ທາງ Hermès ໄດ້ຊູຈຸດຂາຍທີ່ເປັນເອກະລັກຕາມສະໄຕຂອງແບຣນ Hermès ທີ່ຈະຄຸມໄປທັງຕົວ AirPods ແລ້ວເວັ້ນຕຳແໜ່ງຂອງໄຟ LED ໄຟສະຖານະ ແລະ ຊ່ອງສາກ Lighting ແລະ ດ້ານຂ້າງຈະເປັນຫ່ວງເອົາໄວ້ຄ້ອງກັບສາຍໜັງທີ່ສາມາດປັບຄວາມຍາວໄດ້ ບໍ່ວ່າຈະໃຊ້ເປັນສາຍຄ້ອງຄໍ ຫຼື ຈະຄ້ອງໄວ້ກັບກະເປົາກໍໄດ້.

ໂດຍ Case ນີ້ຜະລິດມາສະເພາະ AirPods Pro 2 ແຕ່ກໍສາມາໃຊ້ກັບຮຸ່ນທຳອິດໄດ້ຢ່າງບໍ່ມີບັນຫາເພາະມີຂະໜາດເທົ່າກັນ ພ້ອມກັນ Hermès ຍັງອອກສາຍຄ້ອງໜັງແບບໃໝ່ສຳລັບ AirPods ດ້ວຍເຊັ່ນກັນ ໂດຍຕົວສາຍຈະເປັນສາຍເຊືອກເສັ້ນນ້ອຍ ສ່ວນສາຍໜັງຈະມີຕອກດ້ວຍຕະປູອາບທອງເຫຼືອງຊຸບແພເລດຽມແຕ່ວ່າສາຍຄ້ອງນີ້ໃຊ້ໄດ້ກັບ AirPods Pro 2 ເທົ່ານັ້ນ.

ສ່ວນລາຄາ Case Hermès ຈຳໜ່າຍຢູ່ທີ່ລາຄາ 930 ໂດລາ ສ່ວນສາຍຄ້ອງ 335 ໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/