ກຽມພ້ອມສໍາລັບກ້າວເຂົ້າສູ່ໄວກະສຽນຢ່າງໝັ້ນໃຈດ້ວຍກົນລະຍຸດ “ໃຊ້ຊີວິດແບບກະສຽນກ່ອນໄວ” ວິຖີການເງິນທີ່ໄວໜຸ່ມຄວນເຮັດ


ຫຼາຍຄົນຝັນເຖິງໃຝ່ຝັນເຖິງຊີວິດໃນໄວກະສຽນທີ່ໄດ້ພັກຜ່ອນ, ໃຊ້ເວລາກັບຄອບຄົວ, ເຮັດກິດຈະກໍາທີ່ມັກ ໂດຍບໍ່ມີການກັງວົນກ່ຽວກັບເງິນ. ແຕ່ກ່ອນທີ່ຈະມາຮອດຈຸດນັ້ນ ຈຳເປັນຕ້ອງໄດ້ມີການວາງແຜນ ແລະ ການກະກຽມຢ່າງຮອບຄອບ.

ໃນມື້ນີ້ເຮົາຈະມາແນະນຳໃຫ້ທ່ານລອງ “ໃຊ້ຊີວິດແບບກະສຽນກ່ອນໄວ” ເຊິ່ງແມ່ນການຈໍາລອງສະຖານະການກຽມຕົວໃຫ້ພ້ອມສຳລັບໄວກະສຽນຢ່າງແທ້ຈິງ. ໂດຍທ່ານສາມາດປະຕິບັດຕາມຄຳແນະນຳດັ່ງລຸ່ມນີ້:

1. ຫຼຸດຜ່ອນລາຍຈ່າຍ

  • ກວດສອບຄືນຄ່າໃຊ້ຈ່າຍທີ່ຜ່ານມາ ເບິ່ງວ່າມີຫຍັງແດ່ທີ່ເຮົາສາມາດປະຢັດໄດ້.
  • ກໍານົດເປົ້າໝາຍເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍເຊັ່ນ: ຫຼຸດຜ່ອນ 10% ຕໍ່ເດືອນ.
  • ຊອກຫາວິທີທີ່ຈະຊ່ວຍປະຢັດ ເຊັ່ນ: ແຕ່ງກິນເອງແທນທີ່ຈະກິນເຂົ້ານອກ, ເລືອກຊື້ຂອງທີ່ຈໍາເປັນ, ໃຊ້ສ່ວນຫຼຸດໃນການຊື້ສິນຄ້າ, ຢຸດໃຊ້ການບໍລິການທີ່ບໍ່ຈໍາເປັນ…

2. ຫຼຸດຜ່ອນພາລະໜີ້ສິນ

  • ປິດບັດເຄຣດິດທີ່ບໍ່ຈໍາເປັນ.
  • ວາງແຜນຈັດການໜີ້ສິນທີ່ມີຢູ່.
  • ຫຼີກເວັ້ນການສ້າງໜີ້ສິນໃໝ່

3. ວາງແຜນປະກັນສຸຂະພາບ

  • ສຶກສາແຜນປະກັນສຸຂະພາບທີ່ເໝາະສົມກັບຕົນເອງ.
  • ເລືອກແຜນປະກັນໄພທີ່ກວມເອົາຄ່າປິ່ນປົວທີ່ຈໍາເປັນ.
  • ເລີ່ມຊື້ປະກັນໄພຕອນຍັງນ້ອຍ ເພື່ອເບ້ຍປະກັນທີ່ຕໍ່າ

4. ຈັດລຽງຫຼັກຊັບການລົງທຶນ

  • ສຶກສາປະເພດການລົງທຶນທີ່ມີຄວາມສ່ຽງຕໍ່າເຊັ່ນ: ເງິນຝາກມີກໍານົດ, ກອງທຶນຕະຫຼາດເງິນ…
  • ກະຈາຍການລົງທຶນໃນສິນຊັບສິນທີ່ຫຼາກຫຼາຍປະເພດ.
  • ລົງທຶນໃນໄລຍະຍາວເພື່ອຫຼຸດຜ່ອນຄວາມສ່ຽງ.

5. ທ່ຽວໃຫ້ໜ້ອຍລົງ

  • ປັບແຜນການເດີນທາງໃຫ້ສອດຄ່ອງກັບງົບປະມານ.
  • ເລືອກທີ່ຈະເດີນທາງພາຍໃນປະເທດແທນທີ່ຈະໄປຕ່າງປະເທດ.
  • ຊອກຫາຖ້ຽວບິນ ແລະ ໂປຣໂມຊັນທີ່ພັກລາຄາຖືກ.

6. ອອກກໍາລັງກາຍ

  • ໝັ່ນອອກກຳລັງກາຍຢ່າງສະໝໍ່າສະເໝີ
  • ເລືອກປະເພດຂອງການອອກກໍາລັງກາຍທີ່ເໝາະສົມສໍາລັບອາຍຸ ແລະ ສຸຂະພາບຂອງຕົນເອງ.
  • ລອງອອກກໍາລັງກາຍເປັນກຸ່ມເພື່ອເພີ່ມແຮງຈູງໃຈ.

ລອງໃຊ້ຄໍາແນະນໍາເຫຼົ່ານີ້ໄປປັບໃຊ້ກັບຕົວທ່ານເອງໃຫ້ຄ້າຍຄືກັບການເຝິກຊ້ອມກ່ອນລົງສະໜາມຕົວຈິງ. ເພາະມັນຈະຊ່ວຍໃຫ້ທ່ານກຽມພ້ອມທີ່ຈະຈັດການກັບຊີວິດໃນໄວກະສຽນຢ່າງໝັ້ນໃຈ, ມີຄວາມສຸກກາຍ ສຸກໃຈ ແລະ ສະບາຍເງິນໃນກະເປົາອີກດ້ວຍ

ທີ່ມາ:

facebook

quora

cambridge

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/