ກົມສ່ວຍສາອາກອນ ຖອດຖອນບົດຮຽນໃຫ້ແກ່ສະມາຊິກພັກ-ພະນັກງານໃຫ້ມີຄວາມທຸ່ນທ່ຽງ ໃນການປະຕິບັດໜ້າທີ່ວຽກງານ


ຄະນະພັກຮາກຖານກົມສ່ວຍສາອາກອນ ກະຊວງການເງິນ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານພັກ-ພະນັກງານໄລຍະ 11 ເດືອນ ແລະ ທິດທາງແຜນການເດືອນ 12 ປີ 2022 ໃນວັນທີ 22 ພະຈິກ 2022 ໂດຍການເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ, ມີສະຫາຍ ບຸນປະເສີດ ສີກຸນລະບຸດ ກຳມະການພັກກະຊວງ, ເລຂາຄະນະພັກຮາກຖານກົມສ່ວຍສາອາກອນ, ມີຮອງເລຂາຄະນະພັກຮາກຖານ, ຄະນະເລຂາໜ່ວຍພັກ, ສະມາຊິກພັກທີ່ຂຶ້ນກັບຄະນະພັກຮາກຖານ ກົມສ່ວຍສາອາກອນ ເຂົ້າຮ່ວມ.

ຜ່ານການຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງໃນ 11 ເດືອນ ປີ 2022 ຄະນະພັກຮາກຖານກົມສ່ວຍສາອາກອນ, ສາມາດຍາດມາໄດ້ຜົນສຳເລັດ ໃນການຈັດຕັ້ງປະຕິບັດເກັບລາຍຮັບໄດ້ທັງໝົດຮອດວັນທີ 14 ພະຈິກ 2022 ສາມາດເກັບໄດ້ 17.602 ຕື້ກວ່າກີບ, ເທົ່າກັບ 88,8% ຂອງແຜນການດັດແກ້ ໃນນີ້, ສ່ວຍສາອາກອນປະຕິບັດໄດ້ 11.727 ຕື້ກວ່າກີບ, ເທົ່າກັບ 81,31%, ລາຍຮັບຊັບສິນ ປະຕິບັດໄດ້ 4.233 ຕື້ກີບ, ເທົ່າກັບ 108,9%, ລາຍຮັບຈາກ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ (ປລປ) ປະຕິບັດໄດ້ 1,640 ຕື້ກີບເທົ່າກັບ 108,5% ຂອງແຜນດັດແກ້.

ພ້ອມກັນນັ້ນ, ກົມສ່ວຍສາອາກອນ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊຸກຍູ້ລາຍຮັບທ້າຍປີໂດຍແບ່ງຄວາມຮັບຜິດຊອບໃຫ້ຄະນະກົມໃນການຕິດຕາມ, ກວດກາ ແລະ ຊຸກຍູ້ການເກັບລາຍຮັບຈາກຫົວໜ່ວຍທຸລະກິດຂະໜາດໃຫຍ່ ແລະ ຄາດວ່າໝົດປີຈະສາມາດປະຕິບັດລາຍຮັບທັງໝົດເທົ່າກັບ 113,6% ໃນນີ້, ສ່ວຍສາອາກອນລາຍຮັບໝົດປະຕິບັດໄດ້ 104,6%, ລາຍຮັບຊັບສິນປະຕິບັດໄດ້ 140,0% ແລະ ລາຍຮັບຈາກ ປລປ ໝົດປີຈະປະຕິບັດໄດ້ 113,6%.

ສຳລັບທິດທາງແຜນການເຄື່ອນໄຫວຕໍ່ໜ້າ ແລະ ວຽກງານຂໍ້ຄົງຄ້າງທີ່ຈະພ້ອມກັນແກ້ໄຂເປັນຕົ້ນ ການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆຂອງຂັ້ນເທິງ, ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ວຽກງານຂະຫຍາຍພັກ, ວຽກງານຕິດພັນກັບງົບປະມານບໍລິຫານຂອງບັນດາເມືອງ, ການເລືອກເຟັ້ນ, ຈັດວາງສັບຊ້ອນພະນັກງານ, ການກໍ່ສ້າງ-ບໍາລຸງພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ, ວຽກແກ້ໄຂຜົນການກວດສອບ ແລະວຽກຫັນເປັນທັນສະໄໝໃຫ້ສຳເລັດຕາມລະດັບຄາດໝາຍ.

ໃນໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກໍໄດ້ໃຫ້ທິດຊີ້ນໍາຕໍ່ຄະນະພັກຮາກຖານກົມສ່ວຍສາອາກອນ ເອົາໃຈໃສ່ປຸກລະດົມສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານໃຫ້ມີຄວາມອຸ່ນອຽງທຸ່ນທ່ຽງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍເອກະສານຂອງພັກ ແລະ ວາລະແຫ່ງຊາດ, ຄໍາສັ່ງເລກທີ 18/ນຍ ທີ່ຕິດພັນກັບການຊີ້ນໍາ-ນໍາພາຂອງຄະນະພັກ; ການຈັດຕັ້ງປະຕິບັດການເຄື່ອນໄຫວຂອງຄະນະພັກຮາກຖານ; ພ້ອມກັນປະຕິບັດຕາມແຜນການດໍາເນີນງານຂອງພັກ, ຊີ້ນໍາຂົງເຂດວຽກລັດໃຫ້ສາມາດເຄື່ອນໄຫວໄປຢ່າງມີປະສິດທິຜົນ, ຮັບປະກັນຜົນໄດ້ຮັບຢ່າງເຂັ້ມງວດ, ພ້ອມກັນຜ່ານມາອຸປະສັກແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ສືບຕໍ່ປັບປຸງພາລະບົບບາດກົງຈັກການຈັດຕັ້ງຂອງກົມສ່ວຍສາອາກອນຄືນໃໝ່, ປັບປຸງຂັ້ນຂອດ, ສິ່ງກີດຂວາງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ລະບຽບການຕ່າງໆໃຫ້ໂລ່ງລ່ຽນພາຍໃນພັກ, ປັບປຸງກົງຈັກເຮັດວຽກຂອງສ່ວຍສາອາກອນຕາມສາຍຕັ້ງ, ການກຳນົດໜ້າວຽກແຕ່ສູນກາງ-ຮອດທ້ອງຖິ່ນ ໃຫ້ຮັດແຄບເຂົ້າແຕ່ມີປະສິດທິພາບປະສິດທິຜົນ ແລະ ເຂັ້ມງວດໃນການນໍາໃຊ້ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃຫ້ມີປະສິດພາບປະສິດທິຜົນສູງ.

ຂອບໃຈຂໍ້ມູນຈາກ:

https://cutt.ly/TM38zTW

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/