ຊາມູໄຣ ປາດຄໍ ອິນຊີ!​ ຍີ່ປຸ່ນ ຍິງແຊງ ເອົາຊະນະ ເຢຍລະມັນໄປ ແບບພິກລັອກ 2-1 ໃນບານໂລກ 2022


ເອີ້ນໄດ້ວ່າເປັນອີກໜຶ່ງເກມ ໃນການແຂ່ງຂັນບານໂລກທີ່ພິກລັອກ ແບບໜ້າເຫຼືອເຊື່ອ ເມື່ອທີມຊາດຍີ່ປຸ່ນ ດິນແດນແຫ່ງຊາມູໄຣ ມາເລັ່ງເຄື່ອງໃນເຄິ່ງເວລາທີ 2 ຈົນສາມາດຍິງແຊງ ເອົາຊະນະ ເຢຍລະມັນ ແຊ້ມໂລກ 4 ສະໄໝໄປ ແບບພິກລັອກ 2 ປະຕູຕໍ່ 1  ຄວ້າ 3 ຄະແນນສຳຄັນ ໃນນັດທຳອິດ ຂອງ ກຸ່ມ E ໄດ້ສຳເລັດ.

ໂດຍໃນເກມນີ້ ເລີ່ມຕົ້ນມາ ເປັນຝ່າຍເຢຍລະມັນທີ່ເຮັດໄດ້ດີກວ່າ ຄອງເກມທຸກຢ່າງໄວ້ໃນມືຂອງຕົນເອງ ພັດສະໜາມບຸກໃສ່ ຍີ່ປຸ່ນຢູ່ຝ່າຍດຽວ. ຈົນສຸດທ້າຍມາຮອດນາທີ 33 ຂອງເກມ ເຢຍລະມັນ ກໍມາໄດ້ລູກຈຸດໂທດ ຈາກການເຮັດຟາວຂອງຜູ້ຮັກສາປະຕູຍີ່ປຸ່ນ ແລະ ກໍເປັນທາງຂອງ ອິວຄາຍ ກຸນໂດກັນ ກອງກາງຄົນເກັ່ງຂອງສະໂມສອນ ແມນເຊັສເຕີ ຊິຕີ້ ທີ່ເຮັດໜ້າທີ່ ຍິງຈຸດໂທດລູກນີ້  ເຮັດໃຫ້ ເຢຍລະມັນຂຶ້ນນຳໄປ 1 ປະຕູຕໍ່ 0 ພ້ອມກັບຈົບເຄິ່ງເວລາທຳອິດດ້ວຍສະກໍນີ້.

ເລີ່ມມາໃນເຄິ່ງເວລາທີ 2​ ເບິ່ງຄືວ່າ ທາງຍີ່ປຸ່ນ ຈະສາມາດຕັ້ງເກມຂອງຕົນເອງຂຶ້ນມາໄດ້ ມີການໄລ່ບານ ແລະ ແລ່ນບີບພື້ນທີ່ຫຼາຍຂຶ້ນ ຈົນເຮັດໃຫ້ກອງຫຼັງຂອງ ເຢຍລະມັນເອງ ກໍເລີ່ມມີຄວາມຜິດພາດໃຫ້ເຫັນເລື້ອຍໆ. ຈົນມາຮອດນາທີ 75 ຣິສຶ ໂດອັນ ກອງກາງຕົວບຸກ ທີມຊາດຍີ່ປຸ່ນ ກໍມາຍິງປະຕູ ຕີສະເໝີໃຫ້ກັບ ຍີ່ປຸ່ນ ໄດ້ສຳເລັດ. ກ່ອນທີ່ຈະໃຊ້ເວລາອີກບໍ່ຮອດ 10 ນາທີ ທາຄຸມະ ອາຊາໂນະ ກອງໜ້າທີ່ຖືກປ່ຽນຕົວລົງມາເປັນຕົວສຳຮອງ ຈະມາຍິງມຸມແຄບເຂົ້າໄປຢ່າງສວຍງາມ ພາຍີ່ປຸ່ນແຊງນຳ ເຢຍລະມັນ ເປັນ 2 ປະຕູຕໍ່ 1 ໃນນາທີ 83.

ຫຼັງຈາກນັ້ນ ໃນໄລຍະເວລາທີ່ເຫຼືອ ກໍເບິ່ງຄືວ່າ ທາງຍີ່ປຸ່ນ ຈະຜ່ອນເກມລົງມາ ຕັ້ງຮັບແບບເຕັມຕົວ ແລະ ຝ່າຍເຢຍລະມັນເອງ ກໍລະດົມເກມບຸກຢ່າງໜັກ ແຕ່ສຸດທ້າຍກໍບໍ່ສາມາດຍິງປະຕູເພີ່ມໄດ້ ເຮັດໃຫ້ຈົບເກມ ຍີ່ປຸ່ນ ພິກລັອກ ເອົາຊະນະ ເຢຍລະມັນໄປ ໄປ 2 ປະຕູຕໍ່ 1 ເກັບ 3 ຄະແນນສຳຄັນ ໃນນັດທຳອິດ ຂອງ ກຸ່ມ E ໄດ້ສຳເລັດ.

ສຳລັບເກມນັດນີ້ ທັງຄວາມພ້ອມ ຊື່ຊັ້ນຂອງນັກເຕະ ແລະ ຮູບເກມ ເຊື່ອໄດ້ວ່າ ແຟນບານຫຼາຍຄົນກໍຄົງຈະບໍ່ຄິດວ່າຜົນສຸດທ້າຍຈະຈົບລົງດ້ວຍຄວາມປະລາໄຊ ຂອງ ແຊ້ມໂລກ 4 ສະໄໝ ແບບນີ້ ແລະ ນີ້ນັບເປັນ ເກມທີ່ສອງ ທີ່ທີມຊາດ ຈາກທະວີບເອເຊຍ ທີ່ສາມາດເກັບໄຊຊະນະໄດ້ໃນການແຂ່ງຂັນບານໂລກ 2022 ຫຼັງຈາກກ່ອນໜ້ານີ້ ທີມຊາອຸດີອາຣະເບຍ ສາມາດເອົາຊະນະ ທີມຊາດອາເຈນຕິນາ ໄປກ່ອນແລ້ວ.

ສຳລັບນັດຕໍໄປຂອງທັງສອງ ແມ່ນ ທີມຊາດຍີ່ປຸ່ນ ມີຄິວລົງເຕະກັບ ທີມຊາດ ຄອສຕາຣິກ້າ ໃນວັນທີ 27 ພະຈິກ. ສ່ວນທີມຊາດເຢຍລະມັນ ກໍມີຄິວລົງເຕະກັບທີມຊາດ ສະເປນ ໃນວັນທີ 27 ພະຈິກ ນີ້ ເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ: https://cutt.ly/lM7XtAV

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/