ຮູ້ກິນຮູ້ມ້ຽນບໍ່ແມ່ນເລື່ອງໜ້າອາຍ! ຫຼັງຈາກຈົບການແຂ່ງຂັນແຟນບານຍີ່ປຸ່ນພ້ອມພຽງກັນເກັບມ້ຽນຂີ້ເຫຍື້ອ


ໃນຄ່ຳຄືນທີ່ຜ່ານມາ ທີມຊາດຍີ່ປຸ່ນໄດ້ແຂ່ງຂັນບານໂລກ ມີແຟນບານຈຳນວນຫຼາຍຄົນ ໄດ້ພ້ອມພຽງກັນເກັບຂີ້ເຫຍື້ອຫຼັງຈາກເບິ່ງເຕະບານຈົບ ຂຶ້ນຊື່ວ່າປະເທດຍີ່ປຸ່ນແລ້ວຫຼາຍຄົນຄົງຈະຮັບຮູ້ດີວ່າສັງຄົມ-ປະເທດເຂົາ ຈະເປັນລະບຽບຮຽບຮ້ອຍ ຮັກສາຄວາມສະອາດຢູ່ສະເໝີ, ບໍ່ວ່າແຕ່ຢູ່ໃນສະໜາມບານໂລກ ເພາະໃນສະໜາມກິລາແຫ່ງຊາດຫຼັກ 16 (ປະເທດລາວ) ສັງເກດໄດ້ວ່າ ເວລາຈົບການແຂ່ງຂັນຊາວຍີ່ປຸ່ນທີ່ມາຮັບຊົມເຕະບານ ພວກເຂົາຈະຮັກສາຄວາມສະອາດໄດ້ເປັນຢ່າງດີ ຮູ້ກິນຮູ້ມ້ຽນ.

ຫຼ້າສຸດ ຄລິບທີ່ມີແຟນບານເກັບສິ່ງເສດເຫຼືອໃນສະໜາມບານໂລກ ກາຍເປັນທີ່ນິຍົມ ແລະ ເວົ້າເຖິງຢ່າງຫຼວງຫຼາຍ ຈຳນວນຜູ້ຄົນທີ່ຮັບຊົມຕ່າງກໍພາກັນຍ້ອງຍໍຊົມເຊີຍ ເປັນຄລິບທີ່ຖືກເຜີຍແຜ່ໃນໂລກອອນລາຍຢ່າງກວ້າງຂວາງພາຍໃນບໍ່ເທົ່າໃດມື້. ຄົນຍີ່ປຸ່ນໃນຄລິບທີ່ເກັບສິ່ງເສດເຫຼືອ ກໍເກັບດ້ວຍຄວາມສະໝັກໃຈ ບໍ່ໄດ້ມີຄ່າຈ້າງໃດໆ ອາດຈະເປັນເພາະພວກເຂົາບໍ່ມັກໃຫ້ສະຖານທີ່ມີສິ່ງເປິເປື້ອນ ແລະ ສິ່ງເສດເຫຼືອ. ເຮົາເອົາເຂົ້າມາກິນໄດ້ ເຮົາກໍສາມາດນຳມັນອອກໄປໄດ້ເຊັ່ນດຽວກັນ ມັນບໍ່ແມ່ນເລື່ອງໜ້າອາຍ ແຕ່ມັນຄືສິ່ງທີ່ຖືກຕ້ອງ ແລະ ຄວນຈະເປັນ.

ຫວັງວ່າເຫດການຄັ້ງນີ້ ຈະເປັນສິ່ງທີ່ມີປະໂຫຍດໃຫ້ກັບໃຜຫຼາຍຄົນ ທີ່ຍັງຖືເບົາ ແລະ ບໍ່ໃສ່ໃຈໃນການເກັບມ້ຽນຂີ້ເຫຍື້ອ ໂດຍສະເພາະຢູ່ໃນສັງຄົມລາວເຮົາ ຍັງມີບາງກຸ່ມ ຫຼື ບຸກຄົນ ທີ່ຍັງປ່ອຍປະລະເລີຍໃນດ້ານນີ້ ຍັງບໍ່ມີຈິດໃຈຮັກສາສິ່ງແວດລ້ອມ ເຊິ່ງຍັງຄົງເປັນບັນຫາ ແລະ ພົບເຫັນຢູ່ຕະຫຼອດ ຫຼັກໆແມ່ນສະຖານທີ່ທ່ອງທ່ຽວ ຫຼື ງານເທສະການໃດໜຶ່ງ. ແຕ່ກໍຍັງມີຫຼາຍກຸ່ມທີ່ຮັກສາຄວາມສະອາດຊ່ວຍກັນ ແລະ ຮູ້ເກັບຮູ້ມ້ຽນ ບໍ່ຖິ້ມຂີ້ເຫຍື້ອຊະຊາຍ. ຢ່າງໃດກໍຕາມ ມັນກໍຂຶ້ນກັບຫຼາຍປັດໄຈ ຫຼາຍສາເຫດ ທີ່ບາງບຸກຄົນຍັງບໍ່ຮູ້ເກັບມ້ຽນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/