ກຳປູເຈຍ ກຽມລົງນາມຕົກລົງກັບທະນາຄານລາວ ແລະ ທະນາຄານຫວຽດນາມ ເພື່ອສົ່ງເສີມສະກຸນເງິນກຳປູເຈຍ


ທະນາະຄານກາງຂອງກຳປູເຈຍ  (National Bank of Cambodia: NBC) ກໍາລັງກຽມລົງນາມຄວາມຕົກລົງກັບທະນາຄານກາງຫວຽດນາມ ແລະ ທະນາຄານກາງ ສປປ ລາວ ເພື່ອສົ່ງເສີມການໃຊ້ສະກຸນເງິນທ້ອງຖິ່ນຂອງກຳປູເຈຍຢ່າງສະກຸນເງິນຣຽວ ໃນການດຳເນີນກິດຈະກຳເສດຖະກິດຕ່າງໆ.

Chea Serey ຮອງຜູ້ວ່າການທະນາຄານກາງ NBC ໄດ້ເນັ້ນການລິເລີ່ມດັ່ງກ່າວຈະຊ່ວຍໃຫ້ຜູ້ບໍລິໂພກສາມາດໃຊ້ເງິນຣຽວໃນການຊຶ້ສິນຄ້າ ແລະ ການບໍລິການໃນປະເທດອື່ນຜ່ານ QR Code ທີ່ເຊື່ອມກັບບັນຊີພາຍໃນປະເທດນັ້ນໆໄດ້ ລວມເຖິງຈະຊ່ວຍເພີ່ມການໝຸນວຽນຂອງເງິນຣຽວໃນລະບົບດ້ວຍ.

Chea ຍັງເປີດເຜີຍວ່າ ອຸປະສົງຂອງເງິນຣຽວກຳລັງເພີ່ມຂຶ້ນເລື້ອຍໆ ເຊິ່ງໃນຫຼາຍປີທີ່ຜ່ານມາ ເງິນກຳປູເຈຍທີ່ໝຸນວຽນໃນລະບົບກຳປູເຈຍເຄີຍແຕະລະດັບ 14,1 ລ້ານຣຽວ ໃນປີ 2022 ເພີ່ມຂຶ້ນຈາກ 356 ລ້ານຣຽວ ໃນປີ 1998. ເຖິງຢ່າງໃດກໍຕາມມູນຄ່າຂອງເງິນໂດລາ ທີ່ເພີ່ມຂຶ້ນກໍມີຜົນກະທົບຕໍ່ເສດຖະກິດກຳປູເຈຍເຊັ່ນດຽວກັນ.

ນອກຈາກນີ້ ເພື່ອອຳນວຍຄວາມສະດວກດ້ານການທຸລະກຳຂ້າມພົມແດນແລ້ວ ນັກທ່ອງທ່ຽວທີ່ເດີນທາງມາຍັງປະເທດກຳປູເຈຍ ຈະໄດ້ຮັບການສະໜັບສະໜູນໃຫ້ໃຊ້ເງິນຣຽວໃນການສຳລະຄ່າສິນຄ້າແກ່ຄົນຂາຍຊາວກຳປູເຈຍ. ຢ່າງໃດກໍຕາມ ນັກເສດຖະສາດລະດັບຕົ້ນໆຂອງກຳປູເຈຍ ຍັງບໍ່ສາມາດລະບຸໄດ້ວ່າຈະບັນລຸຄວາມຕົກລົງດັ່ງກ່າວໄດ້ເມື່ອໃດ.

ໃນຂະນະທີ່ ASEAN-5 ເຊິ່ງປະກອບດ້ວຍອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ ແລະ ສິງກະໂປ ໄດ້ລົງນາມຕົກລົງໃນການສ້າງການຊຳລະເງິນດິຈີຕອລຂ້າມພົມແດນຜ່ານ QR Code ແລ້ວໃນປີທີ່ຜ່ານມາ ເຊິ່ງໃນປັດຈຸບັນ ມາເລເຊຍ ອິນໂດເນເຊຍ ແລະ ໄທ ໄດ້ເຊື່ອມຕໍ່ລະບົບດ້ວຍກັນເປັນທີ່ຮຽບຮ້ອຍແລ້ວ. ສ່ວນສິງກະໂປ, ຫວຽດນາມ ແລະ ຟີລິບປິນ ຄສດວ່າຈະສາມາດເຊື່ອມຕໍ່ລະບົບໄດ້ພາຍໃນສິ້ນປີນີ້, ນອກຈາກນີ້ ຍັງມີການຕົກລົງແບບທະວີພາຄີອີກດ້ວຍ.

ຂໍ້ມູນຈາກ:

AEC Connect

KHMER TIMES

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/