ກາເຟທີ່ບໍ່ໄດ້ໃຊ້ເມັດກາເຟໃນການເຮັດ


Atomo Coffee Inc. ບໍລິສັດ Startup ເທັກໂນໂລຍີອາຫານ, ຕອນນີ້ພວກເຂົາກຳລັງພັດທະນາການສ້າງກາເຟໂດຍບໍ່ໃຊ້ເມັດກາເຟ ນຳທີມໂດຍ Andy Kleitsch ແລະ Jarret Stopforth ດ້ວຍຄວາມຕ້ອງການເປັນຜູ້ສືບທອດຕໍ່ໄອເດຍການຜະລິດຊີ້ນທີ່ບໍ່ມີຊີ້ນ, ໄຂ່ທີ່ບໍ່ມີໄຂ່ ແລະ ນົມທີ່ບໍ່ມີນົມປະສົມຢູ່ນຳ. ກາເຟທີ່ບໍ່ມີເມັດກາເຟຂອງ Atomo Coffee ແມ່ນໃຊ້ແກ່ນຕາເວັນ ແລະ ແກ່ນໝາກໂມມາຜ່ານຂັ້ນຕອນທາງເຄມີເພື່ອສະກັດເອົາໂມເລກຸນທີ່ສາມາດປອມແປງຣົດຊາດໃຫ້ຄືກັບຂອງແທ້. ຜົນທີ່ໄດ້ແມ່ນສາມາດຕົ້ມເປັນກາເຟອອກມາໄດ້ ພ້ອມທັງຍັງບັນຈຸຄາເຟອີນໃນນັ້ນອີກພ້ອມ.

ນັບມື້ນັບມີຄົນບໍລິໂພກກາເຟຫຼາຍຂຶ້ນ, ຮ້ານກາເຟເອງກໍເພີ່ມຂຶ້ນເຊັ່ນກັນ. ແຕ່ກາເຟທີ່ເປັນທີ່ຕ້ອງການຂອງຕະຫຼາດອາດຈະບໍ່ສາມາດຜະລິດໄດ້ຕາມຄວາມຕ້ອງການອີກຕໍ່ໄປໃນອະນາຄົດ. ເມື່ອຜົນກະທົບທີ່ໄດ້ຮັບຈາກໂລກຮ້ອນສົ່ງຜົນໃຫ້ພື້ນທີ່ດິນທີ່ໃຊ້ປູກກາເຟພັນອາຣາບິກ້າກຳລັງເສຍຫາຍໄປກວ່າ 50% ຈຶ່ງຕ້ອງຖາງປ່າຕັດຕົ້ນໄມ້ເພື່ອໃຊ້ດິນເປັນບ່ອນປູກກາເຟເພີ່ມ, ວົງຈອນນີ້ກໍບໍ່ມີທາງຈົບລົງຈົນກວ່າຈະບໍ່ມີພື້ນທີ່ໃຫ້ປູກອີກຕໍ່ໄປ. Andy Kleitsch ແລະ Jarret Stopforth ຈຶ່ງໄດ້ມີໄອເດຍການຊ່ວຍລົດການນຳໃຊ້ເມັດກາເຟ ໂດຍນຳໃຊ້ແກ່ນຕາເວັນ ແລະ ແກ່ນໝາກໂມທີ່ເປັນຂອງເຫຼືອທີ່ບໍ່ໄດ້ໃຊ້ມາຕໍ່ຍອດ.

ຂອບໃຈຂໍ້ມູນຈາກ:  

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/