ຜູ້ໃຊ້ທະວິດເຕີມາທຳນາຍເຫດການຕ່າງໆຈາກອະນາຄົດ!


ເປັນທີ່ຮືຮາກັນໃນໂລກທະວິດເຕີຂອງປະເທດຍີ່ປຸ່ນ ເມື່ອມີຜູ້ໃຊ້ໃນຊື່ 國分玲 ນັ້ນບອກວ່າຕົນເອງມາຈາກອະນາຄົດໃນປີ 2058 ເຊິ່ງກໍຄົງບໍ່ມີໃຜຢາກຈະເຊື່ອປານໃດ ແຕ່ທຸກໆໂພສຂອງລາວທີ່ທຳນາຍເຫດການສຳຄັນຕ່າງໆໃນໂລກຕ່າງກໍຖືກກົງກັບທີ່ລາວທຳນາຍໄວ້ ເຊັ່ນ ຍີ່ປຸ່ນຈະໄດ້ຫຼຽນຄຳ 27 ຫຼຽນຈາກການແຂ່ງຂັນ Olympics 2020 ຕັ້ງແຕ່ປີ 2019. ເຊິ່ງເປັນປີທີ່ລາວໄດ້ເຂົ້າຮ່ວມທະວິດເຕີ ແລະ ແນ່ນອນວ່າຍັງບໍ່ທັນມີການແຂ່ງຂັນເກີດຂຶ້ນ.

ອີກເລື່ອງທີ່ເຮັດໃຫ້ຫຼາຍໆຄົນຂົນລຸກກໍຄື ລາວໄດ້ທຳນາຍວ່າຈະເກີດໂຣກລະບາດໂຄວິດ ເຊິ່ງລາວໄດ້ໂພສໄວ້ກ່ອນທີ່ຈະເກີດໂຣກຂຶ້ນ ຈຶ່ງສົ່ງຜົນໃຫ້ໄດ້ຮັບກະແສຄວາມສົນໃຈຈາກໂລກໂຊຊຽວເປັນຈຳນວນຫຼວງຫຼາຍ. ຕໍ່ມາລາວໄດ້ແນະນຳຕົນເອງວ່າ ຮຽນຈົບຈາກມະຫາວິທະຍາໄລໂຕກຽວ ສາຂາວິສະວະກຳ ແລະ ໄດ້ໃຊ້ເຄື່ອງຍ້ອນເວລາກັບມາປີ 2019. ນອກຈາກການໂພສທຳນາຍອະນາຄົດຕ່າງໆທີ່ຖືກຕ້ອງໝົດເລີຍ ລາວຍັງຕອບໂຕ້ກັບຄົນທີ່ສົ່ງຄຳຖາມລາວນຳເຊັ່ນ: ມີຄົນຖາມວ່າລາວເປັນຄົນດຽວບໍ່ທີ່ເດີນທາງຂ້າມເວລາ ແລະ ຄຳຕອບກໍຄື ລາວບໍ່ແມ່ນຄົນດຽວທີ່ເດີນທາງຂ້າມເວລາ, ເຄີຍມີນັກສຳຫຼວດຈາກການທົດລອງໃນກຽວໂຕປີ 2058 ເອີ້ນໄດ້ວ່າເປັນຄົນທຳອິດທີ່ທ່ອງເວລາ, ພາຍຫຼັງໄດ້ມີລາຍງານຢູ່ໂລກອະນາຄົດວ່ານັກສຳຫຼວດຄົນນັ້ນໄດ້ເດີນທາງໄປໃນລະຫວ່າງປີ 1895 – 1897 ແຕ່ບໍ່ສາມາດລະບຸເວລາໄດ້ຊັດເຈນ.

ເຫດຜົນທີ່ລາວໂພສລົງກໍເພື່ອຈະຖ້າເບິ່ງຮ່ອງຮອຍຂອງຕົນເອງໃນປີ 2019 ຈາກປີ 2058. ແລະ ວາງແຜນຈະຢູ່ໂລກປັດຈຸບັນເຮົາຈາກວັນທີ 8 ເດືອນທັນວາ 2019 ຫາ ວັນທີ 29 ກັນຍາ 2020. ແຕ່ຈົນຮອດທຸກມື້ນີ້ກໍຍັງເຫັນລາວໂພສລົງຢູ່.

ໃນວັນທີ 30 ເດືອນກັນຍາ ປີ 2020 ລາວໄດ້ໂພສວ່າຕົນເອງກັບອະນາຄົດບໍ່ໄດ້ ພ້ອມບອກວ່າຈະພະຍາຍາມກັບໄປອີກຄັ້ງໃນວັນທີ 28 ກັນຍາ 2021 ນີ້ ແລະ ມັນຈະເປັນໂອກາດສຸດທ້າຍຂອງລາວ.

ມີຫຼາຍຄົນຕ່າງກໍຄິດທິດສະດີຕ່າງໆຂຶ້ນມາວ່າ ອາດຈະເປັນການທີ່ລາວແຮັກເຂົ້າລະບົບເພື່ອປ່ຽນວັນທີ, ການຕັ້ງວັນທີຍ້ອນຫຼັງເພື່ອໂພສ ຫຼື ຈະເປັນການຂຽນໄວ້ທຸກວັນທີ ແລ້ວນຳລຶບໂພສທີ່ບໍ່ກົງກັບເຫດການອອກ. ແນວໃດກໍຕາມ ກໍຂຶ້ນກັບວິຈາລະນະຍານຂອງແຕ່ລະຄົນ ອາດຈະມີຄົນເຊື່ອ ຫຼື ເບິ່ງເປັນພຽງຄວາມມ່ວນຊື່ນເທົ່ານັ້ນ.

ທີ່ມາ: https://bit.ly/3h0mRtE

ຮຽບຮຽງໂດຍ ວາດສະໜາ ນົງວິໄລ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/