ຜົນວິໄຈອອກມາວ່າ ການຫຼິ້ນເກມແນວ E-sport ຊ່ວຍເຜົາຜານພະລັງງານບໍ່ຕ່າງຈາກການຫຼິ້ນກິລາ


Tom Fairey, CEO ຂອງ Stakester ຜູ້ໃຫ້ບໍລິການດ້ານເກມ, ເບິ່ງແຍງຊຸມຊົນ ແລະ ຈັດການແຂ່ງຂັນຕ່າງໆ ໄດ້ອອກມາເຜີຍເຖິງຜົນວິໄຈທີ່ຄົ້ນພົບວ່າ ການຫຼິ້ນເກມແນວ Esport ສາມາດເຜົາຜານພະລັງງານເທົ່າກັບການຫຼິ້ນກິລາໄດ້. ໃນການວິໄຈນັ້ນ ພວກເຂົາໄດ້ຮັບອາສາສະໝັກຈຳນວນ 50 ຄົນ ເຂົ້າມາທົດສອບຫຼິ້ນເກມ FIFA ແລະ Call of Duty: Warzone ໂດຍມີການຕິດຕັ້ງອຸປະກອນວັດແທກການເຕັ້ນຂອງຫົວໃຈໄປນຳ ເຊິ່ງໃນການທົດສອບຄັ້ງນີ້ພວກເຂົາໃຊ້ເວລາໜຶ່ງຊົ່ວໂມງ ແລະ ໄດ້ຄ່າສະເລ່ຍອອກມາຄື: ອາສາສະໝັກຜູ້ຊາຍເຜົາຜານພະລັງງານເຖິງ 210 ແຄລໍຣີ ແລະ ການເຜົາຜານຂອງຜູ້ຍິງ 236 ແຄລໍຣີ ແຕ່ຖ້າຫຼິ້ນຕໍ່ໄປເປັນສອງຊົ່ວໂມງການເຜົາຜານພະລັງງານຂອງອາສາສະໝັກນັ້ນຈະທຽບເທົ່າກັບການ Sit up 1,000 ຄັ້ງ.

ຖືເປັນອີກໜຶ່ງຜົນວິໄຈທີ່ເຊື່ອວ່າຫຼາຍຄົນຄິດບໍ່ເຖິງວ່າພຽງແຕ່ການຫຼິ້ນເກມນີ້ ກໍສາມາດເຜົາຜານແຄລໍຣີໄດ້ຫຼາຍ. ແຕ່ເຖິງຢ່າງໃດກໍຕາມ ຖ້າຫຼິ້ນເກມເປັນເວລາດົນໂດຍທີ່ບໍ່ພັກ ກໍຈະສົ່ງຜົນເສຍຕໍ່ສຸຂະພາບ ບໍ່ວ່າຈະເປັນເລື່ອງບັນຫາທາງສາຍຕາ ແລະ ຄວາມຈື່ຈຳຕ່າງໆ. ດັ່ງນັ້ນ ເຮົາກໍຄວນໃຊ້ການຫຼິ້ນເກມໃຫ້ເປັນປະໂຫຍດ ແລະ ແບ່ງເວລາການຫຼິ້ນບໍ່ໃຫ້ກະທົບຕໍ່ການໃຊ້ຊີວິດປະຈຳວັນໃຫ້ຫຼາຍເກີນໄປ.

ທີ່ມາ: https://tinyurl.com/yz3ovfqd

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/