ການອາບປ່າ (Forest Bathing) ກິດຈະກຳທີ່ຈະຊ່ວຍຊຳລະລ້າງຈິດໃຈ ແຖມຍັງກະຕຸ້ນຈິດສໍານຶກໃນການຮັກສິ່ງແວດລ້ອມອີກດ້ວຍ


ຫາກເມື່ອຍຈາກວຽກທີ່ເຮັດ ເມື່ອຍນຳຜູ້ຄົນອ້ອມຂ້າງ ຫຼື ມີຫຍັງທີ່ເປັນກັງວົນໃນຈິດໃຈ ໃຫ້ເຈົ້າໜີໄປບ່ອນທີ່ສະຫງົບ ຫຼື ອາດຈະໄປທ່ຽວໃນສະຖານທີ່ຕ່າງໆທີ່ມີສະພາບແວດລ້ອມສີຂຽວຂະຈີ ທີ່ມີອາກາດບໍລິສຸດເຊັ່ນຜືນປ່າ ແລະ ປ່ອຍໃຫ້ປ່າບຳບັດຈິດໃຈຂອງເຮົາ.

ການອາບປ່າ (Forest Bathing) ແມ່ນສາດບຳບັດຈາກປະເທດຍີ່ປຸ່ນທີ່ມີຊື່ວ່າ ຊິນລິນ ໂຍກຸ (Shinrin Yoku) ທີ່ໃຊ້ການສຳຜັດກັບທຳມະຊາດຢ່າງໃກ້ຊິດ ຫຼື ຮັບຮູ້ບັນຍາກາດປ່າຜ່ານລະບົບປະສາດສຳຜັດ ເປັນສາດທີ່ຈະເຊື່ອມເຮົາໃຫ້ເຂົ້າສູ່ທຳມະຊາດ ເພື່ອໃຫ້ທຳມະຊາດຊ່ວຍບຳບັດ ແລະ ຊຳລະຄວາມໜັກໜ່ວງທີ່ແບກໄວ້ໃນໃຈ ນັບເປັນວິທີແບບງ່າຍໆທີ່ເຮັດໄດ້ໃນເວລາສັ້ນໆ ໂດຍສາມາດໄປກັນຫຼາຍໆຄົນ ຫຼື ຈະໄປຄົນດຽວກໍໄດ້.

ໂດຍສາດນີ້ເປັນທີ່ຮູ້ຈັກຂອງຊາວຍີ່ປຸ່ນມາຕັ້ງແຕ່ປີ 1982 ຈົນຮອດປີ 2002 ຈຶ່ງມີການກໍ່ຕັ້ງສະມາຄົມໃຫ້ປ່າບຳບັດຂຶ້ນ ເພື່ອຄົ້ນຄວ້າຜົນກະທົບຂອງສິ່ງແວດລ້ອມໃນປ່າທີ່ສົ່ງຜົນຕໍ່ສຸຂະພາບຂອງມະນຸດ.

ການ​ອາບ​ນ້ຳ​ປ່າ (Forest Bathing) ​ໄດ້​ກາຍ​ເປັນ​ສ່ວນ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ຮັກສາ​ສຸຂະພາບ​ຂອງ​ຍີ່ປຸ່ນ ແລະ ການສຶກສາຂອງຍີ່ປຸ່ນພົບວ່າການອາບປ່າມີຂໍ້ດີກໍຄື:

  • ປັບປຸງຄຸນະພາບໃນການນອນ ເຮັດໃຫ້ນອນຫຼັບໄດ້ດີຂຶ້ນ
  • ຄວບຄຸມອາລົມ ແລະ ມີສະມາທິທີ່ດີຂຶ້ນ
  • ເຮັດໃຫ້ຕົວເຮົາຜ່ອນຄາຍ ແລະ ລົດຜ່ອນຄວາມຄຽດໄດ້ດີ

ເນື່ອງຈາກວ່າຄວາມກົດດັນແມ່ນສາເຫດຂອງການເກີດໂຣກຕ່າງໆ ທັງທາງກາຍ ແລະ ຈິດໃຈ ບໍ່ວ່າຈະເປັນຄວາມກັງວົນໃຈ, ຊຶມເສົ້າ, ນອນບໍ່ຫຼັບ, ຄວາມ​ດັນ​ເລືອດ​ສູງ ກ້າມຊີ້ນຕຶງ ແລະ ການຕອບສະໜອງຂອງພູມຕ້ານທານທີ່ລົດລົງ ການອາບປ່າຈຶ່ງຊ່ວຍປັບປຸງສຸຂະພາບທາງກາຍ ແລະ ຈິດໃຈໃຫ້ດີຂຶ້ນໄດ້.

ການອາບປ່ານັ້ນເປັນການປົວແປງຈິດໃຈໂດຍໃຊ້ທຳມະຊາດບຳບັດ ເຊິ່ງຕອບໂຈດກັບຄົນໃນເມືອງທີ່ມີຊີວິດທີ່ວຸ້ນວາຍໄດ້ເປັນຢ່າງດີ ການໜີຈາກຄວາມວຸ້ນວາຍແລ້ວມາເຂົ້າປ່າເພື່ອຊຶມຊັບທຳມະຊາດອ້ອມຮອບຕົວຜ່ານປະສາດສຳພັດທັງ 5 ຄື: ການແນມເຫັນ, ການໄດ້ກິ່ນ, ການຮັບຣົດ, ການດົມ ແລະ ຊີມກິ່ນຂອງປ່າຈາກໃບໄມ້ ດອກໄມ້ທີ່ກິນໄດ້, ລອງຢືນຢູ່ລ້າໆ ຫຼັບຕາແລ້ວຟັງສຽງທີ່ຢູ່ອ້ອມຕົວ ສຽງໃບໄມ້ກະທົບກັນ ສຽງໄຫຼຂອງນ້ຳ ສຽງຂອງນົກຕ່າງໆທີ່ກຳລັງຮ້ອງ… ລອງຖອດເກີບແລ້ວສຳຜັດກັບກ້ອນຫີນໃນແມ່ນ້ຳ ແຊ່ນ້ຳເຢັນໆ ຫຼື ຈະນັ່ງອ່ານປຶ້ມທີ່ຖືມານຳທ່າມກາງທຳມະຊາດກໍໄດ້.

ທັງນີ້ການອາບປ່າບໍ່ຈຳເປັນຈະຕ້ອງເຂົ້າປ່າສະເໝີໄປ ເຮົາສາມາດຍ່າງໄປຕາມສວນສາທາລະນະທີ່ມີຕົ້ນໄມ້ໃຫຍ່ ຫຼື ອາດຈະເປັນສວນທີ່ຢູ່ໃກ້ບ້ານທີ່ມີຕົ້ນໄມ້ທີ່ເປັນຮົ່ມເຢັນກໍສາມາດສ້າງປະສົບການອາບປ່າໄດ້ແລ້ວ.

ເຖິງແມ່ນວ່າການອອກຈາກປ່າຫຼັງອາບປ່າແລ້ວຈະບໍ່ສາມາດກຳຈັດຄວາມຄຽດໃຫ້ຈົນໝົດສິ້ນໄປ ແຕ່ຢ່າງໜ້ອຍການພັກຜ່ອນຢູ່ທ່າມກາງປ່າສີຂຽວນັ້ນ ກໍຖືໄດ້ວ່າເຮົາໄດ້ພັກຜ່ອນຢ່າງແທ້ຈິງ ໄດ້ປົດປ່ອຍຕົນເອງຈາກຄວາມກົດດັນຕ່າງໆ ແລະ ຮູ້ສຶກໄດ້ວ່າບ່າທີ່ເຄີຍໜັກນັ້ນ ເບົາລົງຈົນເຮົາສຳຜັດໄດ້ຢ່າງຊັດເຈນ. ນອກຈາກນີ້ ການອາບປ່າຍັງສົ່ງຜົນຕໍ່ຄວາມຍືນຍົງຂອງປ່າໄມ້ ເພາະມັນສ້າງຄວາມເຂົ້າໃຈກ່ຽວກັບຄຸນຄ່າຂອງປ່າໄມ້ ເຮັດໃຫ້ເກີດການຈັດການພື້ນທີ່ປ່າເພື່ອສົ່ງເສີມສຸຂະພາບໃນຫຼາຍຂົງເຂດ ທັງຢູ່ໃນຕົວເມືອງ ແລະ ນອກເມືອງ ​ແລະ​ ສ້າງ​ເຄືອ​ຂ່າຍ​ຄົນ​ຮຸ່ນ​ໃໝ່​ເພື່ອ​ຊ່ວຍກັນ​ປົກ​ປັກ​ຮັກສາ​ປ່າ. ພ້ອມ​ກັນ​ນັ້ນ, ຍັງ​ໄດ້ຕໍ່ຍອດການ​ຂະຫຍາຍ​ໄປ​ສູ່​ການ​ທ່ອງ​ທ່ຽວ​ຫຼາຍ​ຮູບ​ຫຼາຍ​ແບບ​ເຊັ່ນ: ການທ່ອງທ່ຽວ​ທຳ​ມະ​ຊາດ, ການທ່ອງທ່ຽວແບບນິເວດ ການທ່ອງທ່ຽວເພື່ອສຸຂະພາບອີກດ້ວຍ.

ທີ່ມາ:

readthecloud

thairath

tyroloutdoor

nationalgeographic

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/