ຄວາມສຸກ ຄຳສັ້ນໆສ່ຳນີ້ແຕ່ຫຼາຍຄົນກັບຮູ້ສຶກວ່າມັນເປັນເລື່ອງຍາກ ແລະ ໄກຕົວເຫຼືອເກີນ ເນື່ອງຈາກຄວາມສຸກເປັນສິ່ງທີ່ຈັບຕ້ອງບໍ່ໄດ້ເຮັດໃຫ້ເຮົານິຍາມຄວາມສຸກເອົາໄວ້ກັບເລື່ອງທີ່ສັງຄົມໃຫ້ຄຸນຄ່າເຊັ່ນ: ຕ້ອງມີເງິນຫຼາຍໆ, ມີລົດຫຼູຫຼາ, ໄດ້ຮັບການຍອມຮັບຈາກຄົນອື່ນຈຶ່ງອະນຸຍາດໃຫ້ຕົນມີຄວາມສຸກໄດ້
ແຕ່ແທ້ຈິງແລ້ວການມີຄວາມສຸກນັ້ນເປັນເລື່ອງງ່າຍ ແລະ ໃກ້ຕົວກວ່າທີ່ຄິດ ເຮົາບໍ່ຈຳເປັນຕ້ອງຖ້າມີຄວາມສຸກຕອນປະສົບຜົນສຳເລັດກໍໄດ້ໃນເມື່ອເຮົາສາມາດມີຄວາມສຸກໄດ້ໃນຕອນນີ້ເລີຍ ຈົນຕະຫຼອດໄລຍະທາງໃນການໄປເຖິງເປົ້າໝາຍຜ່ານການຮູ້ຈັກ 4 ຮໍໂມນແຫ່ງຄວາມສຸກ ເຖິງແມ່ນວ່າໃນຕອນນີ້ຈະຮູ້ສຶກບໍ່ດີກໍຕາມ!

ຮໍໂມນແຫ່ງຄວາມສຸກ 4 ຊະນິດຫຼັກທີ່ມີໜ້າທີ່ໃນການສ້າງອາລົມ ແລະ ຄວາມຮູ້ສຶກດີນັ້ນປະກອບດ້ວຍເຊໂຣໂທນິນ(Serotonin), ເອັນໂດຟິນ(Endorphins), ອັອກຊີໂທຊິນ(Oxytocin) ແລະ ໂດປາມີນ(Dopamine) . ຮໍໂມນທັງສີ່ລ້ວນເປັນສານສື່ປະສາດ ແລະ ເຮັດໜ້າທີ່ຖ່າຍທອດຂໍ້ຄວາມສຳຄັນໄປທົ່ວຮ່າງກາຍ.
ໂດຍອີງຕາມງານວິໄຈຈາກ Neuroscience & Biobehavioral Reviews ບອກວ່າຮໍໂມນເຫຼົ່ານີ້ມີສ່ວນສຳຄັນໃນການຮັບຜິດຊອບຕໍ່ໜ້າທີ່ຕ່າງໆ ມີອິດທິພົນຕໍ່ວິທີທີ່ເຮົາໃຊ້ຕອບສະໜອງໃນສະຖານະການຕ່າງໆທາງສັງຄົມ, ການກຳນົດແຮງຈູງໃຈ ແລະ ແຮງຂັບເຂື່ອນທີ່ເຮັດໃຫ້ເຮົາລົງມືປະຕິບັດ ເຊິ່ງເປັນເຫດຜົນວ່າເປັນຫຍັງພວກເຮົາຈຶ່ງສະແດງອອກໃນພຶດຕິກຳທີ່ແຕກຕ່າງກັນນັ້ນເອງ
- ເຊໂຣໂທນິນ ຫຼື Serotonin: ເປັນຮໍໂມນແຫ່ງຄວາມຜ່ອນຄາຍທີ່ຊ່ວຍໃນການຄວບຄຸມອາລົມ
ເຊໂຣໂທນິນມີບົດບາດສຳຄັນໃນຮ່າງກາຍນັບຕັ້ງແຕ່ຊ່ວຍຄວບຄຸມຄວາມວິຕົກກັງວົນໄປຈົນເຖິງສົ່ງເສີມການນອນຫຼັບທີ່ມີຄຸນະພາບ
ແລະ ການໄດ້ຮັບຮໍໂມນເຊໂຣໂທນິນໃນແຕ່ລະວັນນັ້ນກໍບໍ່ແມ່ນເລື່ອງຍາກ ສາມາດເຮັດໄດ້ໂດຍການອອກໄປຮັບແສງແດດທຸກວັນເຊິ່ງໄດ້ຮັບການພິສູດແລ້ວວ່າສາມາດເພີ່ມການຜະລິດຮໍໂມນເຊໂຣໂທນິນເຊັ່ນດຽວກັນກັບການຢູ່ກັບທຳມະຊາດ ແລະ ການນັ່ງສະມາທິນັ້ນເອງ.
- ເອັນໂດຟິນ ຫຼື Endorphins: ເປັນຮໍໂມນທີ່ຊ່ວຍເລື່ອງການຈັດການກັບຄວາມຄຽດ ແລະ ຫຼຸດຜ່ອນຄວາມຮູ້ສຶກເຈັບປວດ
ທ່ານ ດຣ. MacRae ໄດ້ກ່າວເອົາໄວ້ວ່າ “ເອັນໂດຟິນຄືຮໍໂມນແຫ່ງຄວາມສຸກຢ່າງແທ້ຈິງ” ເພາະພວກມັນມີຄຸນປະໂຫຍດຫຼາຍຢ່າງບໍ່ວ່າຈະເປັນການຫຼຸດອາການຊຶມເສົ້າ, ລົດຄວາມຄຽດ ແລະ ຄວາມວິຕົກກັງວົນ, ເສີມສ້າງຄວາມໝັ້ນໃຈ ແລະ ການເຫັນຄຸນຄ່າໃນຕົວເອງ, ຊ່ວຍຄວບຄຸມການຢາກອາຫານ ແລະ ການຫຼຸດນ້ຳໜັກ. ນອກນີ້ ຍັງສາມາດບັນເທົາຄວາມເຈັບປວດ ແລະ ຄວາມຄຽດໄດ້ໃນຂະນະທີ່ຍັງເພີ່ມການຜະລິດຮໍໂມນອື່ນທີ່ກ່ຽວຂ້ອງກັບອາລົມເຊິ່ງກໍຄືໂດປາມີນນັ້ນເອງ
ຜົນການວິໄຈຈາກ Frontiers in Psychiatry ສະແດງໃຫ້ເຫັນວ່າການອອກກຳລັງກາຍຢ່າງສະໝ່ຳສະເໝີ(ຢ່າງເຊັ່ນການເຕັ້ນແອໂຣບິກ ຫຼື ການອອກກຳລັງກາຍລະດັບປານກາງໂດຍສະເພາະການແລ່ນ, ການລອຍນ້ຳ, ການຍ່າງ ແລະ ເຕັ້ນ) ຈະເຮັດໃຫ້ສະໝອງຫຼັ່ງສານເອັນໂດຟິນ ແລະ ຮໍໂມນແຫ່ງຄວາມສຸກປະເພດນີ້ກໍຍັງສາມາດເພີ່ມສູງຂຶ້ນເມື່ອໄດ້ຟັງເພງທີ່ເຮົາມັກເປັນພິເສດ ຫຼື ໃນຂະນະທີ່ຍິ້ມຫົວ.
ນອກຈາກນີ້ກໍຍັງມີອາຫານບາງຊະນິດທີ່ສາມາດຊ່ວຍເພີ່ມການຜະລິດສານເຄມີຊະນິດນີ້ນັ້ນກໍຄື Dark Chocolate ແລະ ນີ້ເອງກໍເປັນເຫດຜົນວ່າເປັນຫຍັງຜູ້ຍິງບາງຄົນຈຶ່ງຢາກກິນຊັອກໂກແລັດກ່ອນມີປະຈຳເດືອນນັ້ນເອງ.

- ອັອກຊີໂທຊິນ ຫຼື Oxytocin: ເປັນຮໍໂມນແຫ່ງຄວາມຮັກເຊິ່ງເປັນສານທີ່ຊ່ວຍໃຫ້ເຮົາສ້າງ ແລະ ຮັກສາຄວາມສຳພັນກັບຜູ້ອື່ນ
ອີງຕາມຜົນການວິໄຈຈາກວາລະສານ Journal of Cell Metabolism ຊີ້ໃຫ້ເຫັນວ່າຮໍໂມນແຫ່ງຄວາມສຸກຊະນິດນີ້ສ້າງຜົນກະທົບດ້ານບວກໃນພຶດຕິກຳທາງສັງຄົມຢ່າງເຊັ່ນ: ຄວາມຜ່ອນຄາຍ, ຄວາມຜູກພັນໃນຄວາມສຳພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ສາມາດຊ່ວຍບັນເທົາຄວາມຮູ້ສຶກວິຕົກກັງວົນໄດ້.
ໂດຍທົ່ວໄປຮໍໂມນດັ່ງກ່າວຈະເພີ່ມສູງຂຶ້ນຕາມລະດັບຄວາມຮັກທີ່ສະແດງອອກທາງກາຍະພາບ ສະນັ້ນ, ເຮົາສາມາດເພີ່ມຮໍໂມນອັອກຊີໂທຊິນໄດ້ໂດຍການເຮັດສິ່ງທີ່ຮູ້ສຶກພໍໃຈທາງກາຍເຊັ່ນ: ການໃຊ້ເວລາຢູ່ກັບຄົນທີ່ເຮົາຮັກ, ການຈັບມື ຫຼື ກອດຄົນຮັກ, ກອດລູກ ຫຼື ສັດລ້ຽງ, ການເຊື່ອມໂຍງກັບຜູ້ຄົນລວມເຖິງການຮູ້ສຶກເປັນສ່ວນໜຶ່ງຂອງສັງຄົມ.
- ໂດປາມີນ ຫຼື Dopamine: ເປັນສານແຫ່ງຄວາມເພິ່ງພໍໃຈມີບົດບາດຫຼັກໃນສ້າງແຮງຈູງໃຈຕາມລະບົບການໃຫ້ຮາງວັນຂອງສະໝອງ
ໂດປາມີນມີໜ້າທີ່ຮັບຜິດຊອບຕໍ່ພຶດຕິກຳທີ່ກ່ຽວຂ້ອງກັບເປົ້າໝາຍເປັນສ່ວນໃຫຍ່ ໂດຍມັນຈະສ້າງວົງຈອນການຄົ້ນຫາ ແລະ ໃຫ້ຮາງວັນສະໝອງເຊິ່ງຈະສົ່ງຜົນໃຫ້ເກີດມີຄວາມເພິ່ງພໍໃຈທີ່ເພີ່ມຫຼາຍຂຶ້ນນັ້ນເອງ. ໂດປາມີນຈະຫຼັ່ງເພີ່ມຂຶ້ນຕາມປະສົບການທີ່ໃຫ້ຄວາມຮູ້ສຶກເພິ່ງພໍໃຈເຊັ່ນ: ການຖືກຍ້ອງຍໍ, ການຕົກຫຼຸມຮັກ, ການໄດ້ກິນອາຫານທີ່ຖືກປາກ, ການມີເພດສຳພັນ ແລະ ການຊື້ເຄື່ອງຂອງທີ່ຕ້ອງການ.
ວິທີເພີ່ມຮໍໂມນຊະນິດນີ້ໃນທາງບວກສາມາດເຮັດໄດ້ໂດຍການເຝິກສະມາທິເປັນປະຈຳໃນແຕ່ລະມື້, ການບັນລຸເປົ້າໝາຍ, ການໄດ້ມີສ່ວນຮ່ວມໃນກິດຈະກຳຍາມວ່າງທີ່ເຮົາມັກ, ການລອງເຮັດສິ່ງໃໝ່ໆ ແລະ ທ້າທາຍ, ການຍ້ອງຍໍຊົມເຊີຍ ຫຼື ສະຫຼອງໄຊຊະນະເລັກໆໜ້ອຍໆ.
ສຸດທ້າຍນີ້ເຖິງວ່າຢ່າງໃດກໍຕາມເມື່ອເວົ້າເຖິງເລື່ອງຄວາມສຸກແລ້ວແນ່ນອນວ່າມັນບໍ່ມີວິທີໃດທີ່ຈະແກ້ໄດ້ວ່ອງໄວ ແລະ ຖາວອນ ໃນໂລກນີ້ບໍ່ມີຄົນຜູ້ໃດທີ່ຈະສາມາດມີຄວາມສຸກໄດ້ທຸກມື້ທຸກເວລາ
ແຕ່ການຮັບຮູ້ເຖິງວິທີເພີ່ມຄວາມສຸກໃຫ້ກັບຕົນເອງຕາມລະບົບການເຮັດວຽກຂອງຮໍໂມນໃນຮ່າງກາຍແບບນີ້ກໍສາມາດຊ່ວຍໃຫ້ເຮົາສາມາດສ້າງຄວາມສຸກ ແລະ ໄດ້ຫັນກັບມາເບິ່ງແຍງສຸຂະພາບຈິດຕົວເອງໃນວັນທີ່ຮູ້ສຶກບໍ່ດີໄດ້ນັ້ນເອງ.
ຂອບໃຈຂໍ້ມູນຈາກ:
https://www.parkinsonsnsw.org.au/four-happy-hormones/
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/