ໃຊ້ຄຣີມນວດກ່ອນສະຜົມ ຊ່ວຍໃຫ້ສຸຂະພາບຜົມດີຂຶ້ນ


ໂດຍປົກກະຕິແລ້ວຄົນສ່ວນໃຫຍ່ມັກສະຜົມໂດຍໃຊ້ແຊມພູກ່ອນແລ້ວຄ່ອຍລົງຄຣີມນວດຜົມພາຍຫຼັງ ຫຼື ໜຶ່ງໃນນັ້ນອາດເປັນທ່ານທີ່ກຳລັງປະພຶດຢູ່. ເຖິງແມ່ນວ່າການສະຜົມຈະຊ່ວຍໃຫ້ເສັ້ນຜົມສະອາດ, ນຸ້ມ ແລະ ຫອມກໍຕາມ, ແຕ່ຖ້າເຮົາສະຜົມດ້ວຍວິທີທີ່ຜິດຍ່ອມສົ່ງຜົນຂ້າງຄຽງຕາມມາເຊັ່ນກັນ

ໃນຂັ້ນຕອນການສະຜົມ ອີກໜຶ່ງຜະລິດຕະພັນບຳລຸງຜົມທີ່ຂາດບໍ່ໄດ້ຄົງໜີບໍ່ພົ້ນຄຣີມນວດຜົມ. ຄຣີມນວດຜົມຊ່ວຍໃຫ້ປິດເກັດຜົມທີ່ເປີດອອກໃນລະຫວ່າງການສະຜົມ, ຊ່ວຍເຮັດໃຫ້ຜົມນຸ້ມ, ລຽບເງົາງາມ ແລະ ຈັດຊົງງ່າຍ. ນອກຈາກນີ້, ຍັງຊ່ວຍບຳລຸງເສັ້ນຜົມໃຫ້ແຂງແຮງ, ປ້ອງກັນຜົມແຫ້ງ ແລະ ຜົມເສຍ. ສະນັ້ນ, ຫາກທ່ານເປັນຄົນໜຶ່ງທີ່ມີສະພາບເສັ້ນຜົມແຫ້ງ, ເສຍຫາຍ, ແຕກປາຍ, ຜົມຫຼົ່ນ ຫຼື ຈັດຊົງຍາກ ການ​ໃຊ້​ຄຣີມນວດຜົມ​ເປັນ​ປະຈຳ​ສາມາດຕອບໂຈດແກ້ບັນຫາທີ່ທ່ານກຳລັງປະສົບຢູ່ໄດ້ເປັນຢ່າງດີ.

ເຖິງແມ່ນວ່າຄຸນປະໂຫຍດຂອງຄຣີມນວດຈະດີພຽງໃດກໍຕາມແຕ່ທຸກຄົນເຄີຍສັງເກດເຫັນກັນຫຼືບໍວ່າ ພາຍຫຼັງສະສົມໃຊ້ຄຣີມນວດແລ້ວແຕ່ເປັນຫຍັງຜົມຈຶ່ງແຫ້ງເສຍຢູ່?

ຄືດັ່ງທີ່ທຸກຄົນຮູ້ກັນແລ້ວວ່າ ຄຣີມນວດຜົມຈະມີເນຶ້ອສຳຜັດທີ່ລື່ນມັນ. ເມື່ອເວລາທີ່ເຮົາລ້າງອອກບໍ່ໝົດສານຕົກຄ້າງໃນຄຣີມນວດຈະເກາະຕິດຢູ່ຕາມເສັ້ນຜົມ ແລະ ອາດດຶງຄວາມຊຸ່ມຊື້ນອອກຈາກຜົມເຮັດໃຫ້ຜົມແຫ້ງ. ສຳລັບບາງຄົນທີ່ມີຜົມບາງຢູ່ແລ້ວຍິ່ງສ່ຽງເຮັດໃຫ້ຜົມຫຼົ່ນຫຼາຍຂຶ້ນ ແລະ ໃນກໍລະນີທີ່ເຮົາສະຜົມດ້ວຍແຊມພູພຽງຢ່າງດຽວ ໂດຍບໍ່ໃຊ້ຄຣີມນວດຜົມຈະເຮັດໃຫ້ຜົມແຫ້ງ ແລະ ບໍ່ມີນ້ຳໜັກໄດ້ເຊັ່ນດຽວກັນ.

ສະນັ້ນ, ແນະນຳໃຫ້ທຸກທ່ານລອງໃຊ້ຄຣີມນວດຜົມກ່ອນສະຜົມດ້ວຍແຊມພູຈະຊ່ວຍໃຫ້ຜົມໄດ້ຮັບການບຳລຸງ ແລະ ບໍ່ແຫ້ງເສຍ, ເນື່ອງຈາກວ່າ ພາຍຫຼັງທີ່ລົງຄຣີມນວດເປັນຂັ້ນຕອນທຳອິດແລ້ວຕາມດ້ວຍການໃຊ້ແຊມພູ ຜົມຈະຖືກສະລ້າງຢ່າງລະອຽດ ແລະ ສະອາດຍິ່ງຂຶ້ນ. ສຸດທ້າຍແລ້ວ, ຜົນທີ່ໄດ້ຮັບຄືຜົມຍັງຄົງຄວາມນຸ້ມ, ມີນໍ້າໜັກ ແລະ ປາຍຜົມບໍ່ແຕກເສຍ.

ມື້ນີ້, LaoX ກໍບໍ່ພາດທີ່ຈະນຳເອົາວິທີໃຊ້ຄຣີມນວດກ່ອນສະຜົມຢ່າງຖືກວິທີມາຝາກຜູ້ອ່ານທຸກທ່ານ ເຊິ່ງປະຕິບັດຄືຂັ້ນຕອນດັ່ງນີ້:

1. ລ້າງຜົມຂອງທ່ານດ້ວຍນ້ໍາທຳມະດາເພື່ອຊໍາລະລ້າງຝຸ່ນເປັນຂັ້ນຕອນທຳອິດ, ຕໍ່ດ້ວຍໃຊ້ນິ້ວມືຖູໜັງຫົວເພື່ອລ້າງນ້ຳມັນ  ແລະ ສິ່ງເສດເຫຼືອທີ່ເຫຼືອຢູ່ໃນຫນັງຫົວອອກໝົດເສຍກ່ອນ ຂັ້ນຕອນນີ້ຈະຊ່ວຍໃຫ້ຜົມຂອງທ່ານມີນໍ້າມັນໜ້ອຍລົງ.

2. ໃຊ້ຄຣີມນວດໂດຍເນັ້ນໃສ່ປາຍຂອງຜົມ. ຫຼັງຈາກນັ້ນ, ປະໄວ້ 2-3 ນາທີ.

3. ລ້າງຄຣີມນວດຜົມດ້ວຍນໍ້າທຳມະດາ ເຮັດໃຫ້​ຜົມ​​ຍັງຄົງຄວາມມື່ນຈາກຄຣີມນວດໜ້ອຍ​ທີ່​ສຸດ​.

4. ຕໍ່ດ້ວຍໃຊ້ແຊມພູຕາມປົກກະຕິ ຫຼັງຈາກນັ້ນລ້າງອອກໃຫ້ສະອາດຢ່າງລະອຽດ.

5. ຖ້າໃຜຕ້ອງການໃຊ້ທີດເມັ້ນແທນຄຣີມນວດກໍສາມາດປະຕິບັດໄດ້ຕາມຂັ້ນຕອນດຽວກັນ.

ພາຍຫຼັງທີ່ທ່ານໄດ້ປະຕິບັດຕາມຂັ້ນຕອນດັ່ງທີ່ກ່າວມາທາງເທິງນີ້ແລ້ວ ຈະຮູ້ສຶກໄດ້ເລີຍວ່າເສັ້ນຜົມນຸ້ມຟູມີນໍ້າໜັກ ແລະ ບໍ່ແຫ້ງແຕກປາຍທີ່ສຳຄັນໃນເວລາລີດຜົມ ເສັ້ນຜົມຈະຊື່ ແລະ ຢູ່ຊົງດົນຂຶ້ນກວ່າເກົ່າ ຢ່າລືມພາກັນເອົາວິທີນີ້ໄປລອງໃຊ້ເບິ່ງເດີ.

ອ້າງອີງແຫຼ່ງທີ່ມາ:

https://cutt.ly/nwQjDpqA

https://cutt.ly/CwQjDJnH

https://cutt.ly/uwQjD8uY

https://cutt.ly/uwQjDEXi

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/