ວັນທີ 5 ພະຈິກ 2021, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານກ່ຽວກັບວິໄສທັດໄລຍະ 20 ປີ (2021-2040), ຍຸດທະສາດໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ ຄັ້ງທີ I (2021-2025) ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ລາຍງານກ່ຽວກັບຄວາມເປັນມາ, ເຫດຜົນ ແລະ ຄວາມຈຳເປັນພາວະວິໄສ ແລະ ເນື້ອໃນຕົ້ນຕໍ ຂອງການພັດທະນາເສດຖະກິດດິຈິຕອນ ແລະ ບາງຄຳເຫັນກ່ຽວກັບທຸລະກຳຊັບສິນດິຈິຕອນຢູ່ ສປປ ລາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ:
ການຫັນເປັນດິຈິຕອນ ນຳມາທັງກາລະໂອກາດ ແລະ ສິ່ງທ້າທາຍ. ສະນັ້ນ ທົ່ວພັກ, ທົ່ວລັດ ແລະ ທົ່ວສັງຄົມ ຕ້ອງໄດ້ຮີບຮ້ອນຫັນປ່ຽນຈິນຕະນາການຢ່າງເລິກເຊິ່ງ ເພື່ອນໍາເອົາກາລະໂອກາດບຸກທະລຸພັດທະນາປະເທດຊາດ, ເພີ່ມທະວີການປະຕິບັດຍຸດທະສາດ ຫັນເປັນອຸດສາຫະກຳທັນສະໄໝ ຕາມທິດອຸດສາຫະກໍາ 4.0 ຕິດພັນກັບການສ້າງຄວາມເຂັ້ມແຂງ ໃນການພັດທະນາບຸກຄະລາກອນຄຸນະພາບສູງ ໂດຍແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ເປັນໜ້າທີ່ຈຸດສຸມ ແລະ ຕັ້ງໜ້າ, ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງໃນການພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະຊຳເຮື້ອໃນໄລຍະຜ່ານມາ.
ການຫັນເປັນດິຈິຕອນ ຕ້ອງດຳເນີນຢ່າງເລິກເຊິ່ງໃນ 3 ຂົງເຂດ ທີ່ກ່ຽວພັນເຊິ່ງກັນ ແລະ ກັນ ແບບກາຍອິນຊີ ຄື: ສ້າງເສດຖະກິດ ດິຈິຕອນ, ສ້າງສັງຄົມດິຈິຕອນ ແລະ ສ້າງການບໍລິຫານລັດແບບດິຈິຕອນ ໂດຍຕິດພັນກັບການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນະພາບສູງ, ສ້າງພື້ນຖານໂຄງລ່າງ ICT ທີ່ທັນສະໄໝ, ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນຄວາມປອດໄພດ້ານໄຊເບີ ຢ່າງໜັກແໜ້ນຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດເຮົາ.

ນອກນັ້ນ, ຕ້ອງໄດ້ສ້າງເຂດເຕັກໂນໂລຊີລະດັບສູງດ້ານ ດິຈິຕອນ ໃຫ້ໄດ້ 1 ແຫ່ງ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ ເຊິ່ງໃນປັດຈຸບັນໄດ້ມີການເລີ່ມແລ້ວຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ; ສົ່ງເສີມການພັດທະນາພື້ນຖານໂຄງລ່າງ ດິຈິຕອນ ເປັນຕົ້ນແມ່ນ ສ້າງສູນຂໍ້ມູນໃຫຍ່ 3 ແຫ່ງ, ທາງຜ່ານການເຊື່ອມຕໍ່ອິນເຕີເນັດຄວາມໄວສູງ ໂດຍນຳໃຊ້ໂຄງລ່າງທາງລົດໄຟ ລາວ-ຈີນ ແລະ ສາຍສົ່ງໄຟຟ້າແຫ່ງຊາດ; ຂະຫຍາຍໂຄງລ່າງພື້ນຖານເຕັກໂນໂລຊີ ດິຈິຕອນ ໄປສູ່ເຂດບ້ານໃຫຍ່ ແລະ ຕົວເມືອງຢູ່ຊົນນະບົດ ຕິດພັນກັບວຽກງານສາມສ້າງ ໃຫ້ໄດ້ 80%, ຂະຫຍາຍສະຖານີ ຮັບ-ສົ່ງ ສັນຍານມືຖື ລະບົບ 4G ໃຫ້ໄດ້ 90% ແລະ 5G ໃຫ້ໄດ້ 50% ຂອງພື້ນທີ່ທົ່ວປະເທດ; ສ້າງແຮງງານດ້ານເຕັກໂນໂລຊີ ດິຈິຕອນ ທີ່ມີຄວາມຮູ້ຄວາມສາມາດ ແລະ ຄວາມເປັນຊ່ຽວຊານ ຈາກ 0,3% ໃຫ້ໄດ້ 1% ຂອງຈໍານວນແຮງງານເຮັດວຽກຕົວຈິງ; ສົ່ງເສີມໃຫ້ເສດຖະກິດ ດິຈິຕອນສ້າງລາຍຮັບປະກອບເຂົ້າໃນ GDP ຂອງປະເທດໃຫ້ໄດ້ 5%; ຮັບປະກັນການນຳໃຊ້ເຕັກໂນໂລຊີ ດິຈິຕອນ ໃນວຽກງານ ປກຊ-ປກສ ແລະ ໃນການບໍລິຫານວຽກງານລັດ, ການດຳເນີນທຸລະກິດ ແລະ ການນຳໃຊ້ທົ່ວສັງຄົມ ໃຫ້ມີຄວາມປອດໄພ.

ທ່ານ ບໍ່ວຽງຄຳ ວົງດາລາ ໃຫ້ຮູ້ຕື່ມວ່າ: ເພື່ອໃຫ້ບັນລຸບັນດາຄາດໝາຍສູ້ຊົນ, ຍຸດທະສາດ ແລະ ວິໄສທັດທີ່ໄດ້ກຳນົດໄວ້ນັ້ນ ໃນແຜນພັດທະນາເສດຖະກິດ ດິຈິຕອນແຫ່ງຊາດ ໄລຍະ 5 ປີຕໍ່ໜ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ກໍານົດ 14 ແຜນງານ ແລະ ແຕ່ລະແຜນງານ ເຊິ່ງໄດ້ຜັນຂະຫຍາຍເປັນໂຄງການ ເພື່ອຈັດຕັ້ງປະຕິບັດຄື:
- ແຜນງານສ້າງ ແລະ ປັບປຸງນະໂຍບາຍ, ກົດໝາຍ ແລະ ນິຕິກໍາ.
- ແຜນງານປັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງເຕັກໂນໂລຊີ ດິຈິຕອນ.
- ແຜນງານສ້າງການເຊື່ອມໂຍງ ເຊື່ອມຈອດ.
- ແຜນງານສ້າງລັດຖະບານ ດິຈິຕອນ.
- ແຜນງານສ້າງລະບົບການຊຳລະດ້ວຍ ດິຈິຕອນ.
- ແຜນງານພັດທະນາຊັບພະຍາກອນມະນຸດທາງດ້ານ ດິຈິຕອນ.
- ແຜນງານ ສົ່ງເສີມການດຳເນີນທຸລະກິດການບໍລິການຂອງ MSME ແລະ ສ້າງທຸລະກິດແບບສະຕາດອັບ.
- ແຜນງານ ສົ່ງເສີມການເພີ່ມປະສິດທິພາບການຜະລິດດ້ວຍເຕັກໂນໂລຊີ ດິຈິຕອນ.
- ແຜນງານ ສົ່ງເສີມການພັດທະນາກະສິກຳໃໝ່ດ້ວຍລະບົບເຕັກໂນໂລຊີ ດິຈິຕອນ.
- ແຜນງານ ສ້າງລະບົບໂລຈິສຕິກ ສຳລັບການພັດທະນາເສດຖະກິດ ດິຈິຕອນ.
- ແຜນງານ ສ້າງຄວາມປອດໄພທາງດ້ານ ດີຈີຕອນ (Cyber Security).
- ແຜນງານ ສ້າງຄວາມພ້ອມເພື່ອສ້າງເມືອງອັດສະລິຍະ.
- ແຜນງານ ສ້າງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນ ດິຈິຕອນ.
- ແຜນງານເປີດກວ້າງການຮ່ວມມືດ້ານ ດິຈິຕອນກັບຕ່າງປະເທດ.
ຂອບໃຈຂໍ້ມູນຈາກ: https://bit.ly/3kezC5k
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/