ການຕະຫຼາດສີຂຽວ ກົນລະຍຸດທຸລະກິດແຫ່ງຄວາມຍືນຍົງ


ມາຮູ້ຈັກກັບການຕະຫຼາດສີຂຽວ (Green Marketing) ກົນລະຍຸດທາງດ້ານການຕະຫຼາດທີ່ມຸ່ງເນັ້ນເຖິງຄວາມຍືນຍົງຂອງບັນດາຫົວໜ່ວຍທຸລະກິດ ໄດ້ສະແດງເຖິງຄວາມພະຍາຍາມໃນການດຳເນີນທຸລະກິດ ແລະ ການພັດທະນາທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມໃນທຸລະກິດຂອງພວກເຂົາຢ່າງແທ້ຈິງ.

ການຕະຫຼາດສີຂຽວແມ່ນຫຍັງ?

ແມ່ນຮູບແບບການຕະຫຼາດ ທີ່ສົ່ງເສີມການນໍາໃຊ້ຜະລິດຕະພັນ ຫຼື ບໍລິການທີ່ເປັນມິດຕໍ່ສິ່ງແວດລ້ອມ. ສະແດງເຖິງຄຸນສົມບັດໃນການຜະລິດ, ການນໍາໃຊ້ຜະລິດຕະພັນ ແລະ ຂະບວນການຜະລິດທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມຢ່າງໜ້ອຍທີ່ສຸດ.

ເນື່ອງຈາກບັນດາຫົວໜ່ວຍທຸລະກິດກໍແມ່ນພາກສ່ວນທີ່ສ້າງຜົນກະທົບ ແລະ ໄດ້ຮັບຜົນກະທົບທາງດ້ານສິ່ງແວດລ້ອມເຊັ່ນດຽວກັນ. ດັ່ງນັ້ນ, ເພື່ອຮັກສາສົມດຸນທາງລາຍໄດ້ ແລະ ລັກສະນະຂອງທຸລະກິດ ພວກເຂົາຈຶ່ງຈໍາເປັນທີ່ຈະຕ້ອງມີນະໂຍບາຍດ້ານການປົກປັກຮັກສາສິ່ງແວດລ້ອມ ໂດຍຍົກຕົວຢ່າງເຊັ່ນ: ການລົດຜ່ອນການປ່ອຍມົນລະພິດທີ່ເກີດຂຶ້ນໃນຂະບວນການຜະລິດສິນຄ້າ, ການນຳໃຊ້ສິນຄ້າທີ່ນໍາໃຊ້ແລ້ວໄປຜະລິດຄືນໃຫ້ກາຍເປັນພາຊະນະຫຸ້ມຫໍ່ໃໝ່, ການເຜີຍແຜ່ໂຄສະນາ ຫຼື ສ້າງກິດຈະກຳດ້ານສິ່ງແວດລ້ອມ ແລະ ການນໍາເງິນບາງສ່ວນຈາກການຂາຍໄປສະໜັບສະໜູນກິດຈະກຳປົກປັກຮັກສາສິ່ງແວດລ້ອມ.

ການເກີດຂຶ້ນຂອງການຕະຫຼາດສີຂຽວນີ້ ກໍແມ່ນຫົນທາງໜຶ່ງໃນການຕອບສະໜອງຕໍ່ກະແສຄວາມຕ້ອງການ ຂອງບັນດາຜູ້ໃຊ້ບໍລິການທີ່ມີຄວາມຄຳນຶງຮູ້ຕໍ່ບັນຫາສິ່ງແວດລ້ອມທີ່ເພີ່ມຂຶ້ນ ບໍ່ວ່າຈະເປັນ ການປ່ຽນແປງດິນຟ້າອາກາດ, ສິ່ງແວດລ້ອມທີ່ເສື່ອມໂຊມຈາກມົນລະພິດ, ການປ່ອຍອາຍພິດເຮືອນແກ້ວທີ່ມີຜົນຕໍ່ພາວະໂລກຮ້ອນ, ບັນຫາການເພີ່ມຂຶ້ນຂອງສິ່ງເສດເຫຼືອ ແລະ ອື່ນໆ.

ໂດຍຜູ້ບໍລິໂພກທີ່ມີການສະໜັບສະໜູນທຸລະກິດທີ່ເປັນມິດກັບສິ່ງແວດລ້ອມ ກໍຍ່ອມຈະເຊື່ອວ່າການມີສ່ວນຮ່ວມຂອງເຂົາຈະເປັນອີກທາງເລືອກທີ່ສຳຄັນຂອງການຮັກສາສິ່ງແວດລ້ອມ. ຍົກຕົວຢ່າງໃຫ້ເຫັນ ຈາກການສຳຫຼວດຂອງ Futerra ໃນບັນດາກຸ່ມຜູ້ບໍລິໂພກຫຼາຍກວ່າ 1.000 ຄົນ ໃນສະຫະລັດອາເມລິກາ ແລະ ສະຫະລາຊະອານາຈັກອັງກິດ ພົບວ່າມີຫຼາຍເຖິງ 96% ຂອງຜູ້ບໍລິໂພກຄິດວ່າ ການມີສ່ວນຮ່ວມໃນການບໍລິຈາກສິ່ງຂອງ, ການນຳສິ່ງຂອງໄປຜະລິດຄືນໃໝ່ ແລະ ການສະໜັບສະໜູນທຸລະກິດທີ່ໃສ່ໃຈຕໍ່ສິ່ງແວດລ້ອມນັ້ນສາມາດສ້າງຄວາມປ່ຽນແປງໃຫ້ໂລກໄດ້ຫຼາຍ.

ປະຕິເສດບໍ່ໄດ້ເລີຍວ່າ ການຕະຫຼາດສີຂຽວກໍຍັງເປັນອົງປະກອບໜຶ່ງໃນການປ່ຽນແປງທີ່ຍິ່ງໃຫຍ່ຕໍ່ທາງສັງຄົມ ແລະ ສິ່ງແວດລ້ອມ. ດ້ວຍເຫດນີ້, ມັນກໍຍັງເປັນການເຮັດໃຫ້ຜູ້ບໍລິໂພກນັ້ນເພີ່ມຄວາມຄາດຫວັງໃນການເຮັດຕາມຄໍາໝັ້ນສັນຍາທີ່ຫົວໜ່ວຍທຸລະກິດໄດ້ກ່າວໄວ້, ເຊິ່ງກໍມີຫຼາຍບໍລິສັດທີ່ມີການເຜີຍແຜ່ການປະຕິບັດຂອງເຂົາດ້ວຍຕົນເອງເປັນໄລຍະ ວ່າທຸລະກິດຂອງຕົນມີການຜັນຂະຫຍາຍໃນກິດຈະກໍາດ້ານໃດແດ່. ຍົກຕົວຢ່າງເຊັ່ນ: ໃນປີ 2018 ບໍລິສັດຍັກໃຫຍ່ຢ່າງ Starbucks ໄດ້ມີການລາຍງານວ່າຈະຫັນມາລົງທຶນຈໍານວນ 140 ລ້ານ ໂດລາ ກັບການນໍາໃຊ້ພະລັງງານແສງຕາເວັນທີ່ເປັນພະລັງງານສະອາດ ໃນທຸລະກິດຂອງຕົນທົ່ວຂົງເຂດອາເມຣິກາເໜືອ ແລະ ສະຫະລາຊະອານາຈັກອັງກິດ.

ແນ່ນອນວ່າການຕະຫຼາດສີຂຽວນັ້ນບໍ່ພຽງແຕ່ມີຜົນດີຕໍ່ການປົກປັກຮັກສາສິ່ງແວດລ້ອມ ແຕ່ມັນຫາກເປັນການເສີມສ້າງທີ່ຮັກສາດ້ານພາບລັກທີ່ດີ ເພື່ອດຶງດູດຄວາມໜ້າເຊື່ອຖືໃຫ້ກຸ່ມລູກຄ້າໄວ້ວາງໃຈ, ສ້າງການເປີດໂອກາດໃນການນຳໃຊ້ນະວັດຕະກຳໃໝ່ທີ່ເປັນການໄດ້ປຽບທາງທຸລະກິດທີ່ຫຼາຍກວ່າບັນດາທຸລະກິດອື່ນໆ ແລະ ຍັງເປັນການເຮັດໃຫ້ທຸລະກິດຂະຫຍາຍຕົວຢ່າງຍືນຍົງໄດ້ໃນໄລຍະຍາວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/