ໃນຕອນແລງຂອງວັນທີ 15 ກໍລະກົດ ເຊິ່ງເປັນມື້ທີ່ ສປປ ລາວຈະໄດ້ຮັບວັກຊີນ ຈອນສັນ ແອນ ຈອນສັນ ຈຳນວນ 1.008.000 ຈາກ ສະຫະລັດອາເມລິກາ ຜ່ານໂຄງການ COVAX Facility ແຕ່ດ້ວຍຄວາມຂັດຂ້ອງທາງດ້ານເຕັກນິກຂອງຍົນຂົນສົ່ງ ເຮັດໃຫ້ການຂົນສົ່ງເກີດຄວາມຫຼ້າຊ້າ ແລະ ເລື່ອນເວລາຮັບວັກຊີນອອກໄປຕື່ມອີກ.

Facebook Page ຂອງສະຖານທູດອາເມລິກາປະຈຳລາວໄດ້ອອກມາຊີ້ແຈງວ່າ “ຍ້ອນສາເຫດດັ່ງກ່າວ ທາງສະຖານທູດແມ່ນຍັງບໍ່ສາມາດຄອນເຟີມວັນເວລາໃໝ່ທີ່ວັກຊີນຈະມາເຖິງໄດ້ເທື່ອ”. ແນວໃດກໍຕາມ, ທາງສະຖານທູດກໍໄດ້ຄອນເຟີມວ່າ “ຈະເກັບຮັກສາວັກຊີນໄວ້ໃນຕູ້ແຊ່ຄວາມເຢັນຢ່າງດີ ແລະ ຈະມາເຖິງ ສປປ ລາວ ຢ່າງແນ່ນອນ”. ທາງສະຖານທູດໄດ້ຊີ້ແຈງຕື່ມວ່າ “ພວກເຮົາໄດ້ຕິດຕາມສະຖານະການຢ່າງໃກ້ຊິດ ແລະ ຈະໄປຮອດສະໜາມບິນແນ່ນອນ ເມື່ອວັກຊີນມາຮອດ ສປປ ລາວ ແລ້ວ”
ທີ່ມາ: shorturl.asia/GerHn
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/