ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ ຄົບຮອບ 66 ປີ (20 ກໍລະກົດ 1955 – 20 ກໍລະກົດ 2021) ໜ່ວຍສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່ຈຶ່ງໄດ້ຈັດກິດຈະກຳສ້າງຂະບວນການອະນຸລັກວັດທະນະທຳ ພາຍໃຕ້ຫົວຂໍ້ “ອະນຸລັກການນຸ່ງຖືຂອງແມ່ຍິງລາວ” ໃນຕອນເຊົ້າວັນທີ 19 ກໍລະກົດ 2021.
ກິດຈະກຳດັ່ງກ່າວ ແມ່ນເພື່ອເປັນການສຶກສາອົບຮົມ ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບກັບປະຫວັດຄວາມເປັນມາຂອງແຫຼ່ງກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງແມ່ຍິງລາວ.

ນອກຈາກນີ້ກໍຍັງມີການປຸກລະດົມສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າໃຫ້ເປັນເຈົ້າການເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະ ແມ່ນການພັດທະນາແມ່ຍິງຕາມວິໄສທັດພັດທະນາແມ່ຍິງລາວ ຮອດປີ 2030.
ທີ່ສຳຄັນໄປກວ່ານັ້ນກໍຍັງເປັນການເພີ່ມທະວີຄວາມຮັບຜິດຊອບຂອງຄະນະ ແລະ ສະມາຊິກສະຫະພັນແມ່ຍິງໃນການຈັດຕັ້ງປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ສ້າງໃຫ້ເຂົ້າສູ່ລວງເລິກ ແລະ ຕິດແໜ້ນກັບການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການພັດທະນາ ຕາມທິດ 3 ສ້າງ.

ພ້ອມດຽວກັນນັ້ນ ໃນຕອນບ່າຍຂອງມື້ດຽວກັນ ເອື້ອຍນ້ອງແມ່ຍິງຂອງທາງກະຊວງເອງກໍໄດ້ເຂົ້າຮ່ວມຮັບຟັງປາຖະກະຖາ ການເລົ່າຄືນປະຫວັດມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ທີ່ຫ້ອງປະຊຸມ ກົມແຜນການ ແລະ ການຮ່ວມມື (ສະເພາະຄະນະປະທານ) ສ່ວນບັນດາສະມາຊິກແຕ່ລະໜ່ວຍແມ່ນປະຊຸມຢູ່ບັນດາກົມ, ສະຖາບັນ ທີ່ຕົນສັງກັດຢູ່. ( ແບບ ອອນລາຍ ).

ທີ່ມາ: https://www.facebook.com/115784279963219/posts/368881531320158/
ພາບ: ສູນຂ່າວສານພະລັງງານ ແລະ ບໍ່ແຮ່
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/