ສີວັນ ສິລະປິນໜຸ່ມຜູ້ກ້າວຜ່ານຂໍ້ຈຳກັດທາງຮ່າງກາຍ ສູ່ການສ້າງງານສິລະປະທີ່ຕົນເອງມັກ


ຖ້າຫາກມື້ໜຶ່ງເຮົາຕ້ອງສູນເສຍອະໄວຍະວະທີ່ຊ່ວຍອຳນວຍຄວາມສະດວກໃນການດຳລົງຊີວິດໄປ ເຊັ່ນ: ແຂນແລະ ມື, ສິ່ງນັ້ນອາດຈະເປັນເລື່ອງທີ່ສ້າງຄວາມລຳບາກຕໍ່ການໃຊ້ຊີວິດແລະເຮັດກິດຈະກຳຫຼາຍໆຢ່າງຂອງເຮົາຫຼາຍ ແຕ່ມັນບໍ່ແມ່ນສຳລັບສິລະປິນໜຸ່ມຜູ້ທີ່ປ່ຽນຄວາມໂຊກຮ້າຍທີ່ເກີດຂຶ້ນກັບຕົນເອງໃຫ້ປ່ຽນເປັນເປັນແຮງຊຸກຍູ້ ແລະ ສ້າງຜົນງານສິລະປະອັນສວຍງາມອອກມາ.

ສີວັນ ສີບຸນເຮືອງ ຫຼື ເຈົ້າຂອງ Facebook ທີ່ຊື່ວ່າ Vanh LikeDrawing ອາຍຸ 25 ປີ, ປັດຈຸບັນຢູ່ບ້ານ ຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ນັກແຕ້ມໜຸ່ມຜູ້ທີ່ມີຄວາມຕັ້ງໃຈກັບການແຕ້ມຮູບ ແລະ ງານສິລະປະເຖິງວ່າຮ່າງກາຍຈະບໍ່ສົມບູນແບບ.

ສີວັນໄດ້ເລົ່າເຖິງຄວາມສົນໃຈທາງດ້ານສິລະປະວ່າ “ເລີ່ມຕົ້ນມາຈາກໃນປີ 2012 ທີ່ໄດ້ເກີດອຸບັດຕິເຫດໄຟຟ້າຊ໊ອດຈົນເຮັດໃຫ້ເສຍແຂນທັງສອງຂ້າງໄປ, ພາຍຫຼັງຈາກພັກຟື້ນເປັນໄລຍະເວລາໜຶ່ງ ເມື່ອສະພາບຮ່າງກາຍ ແລະ ຈິດໃຈພ້ອມ ຈຶ່ງໄດ້ລອງເລີ່ມຮຽນຂຽນໜັງສືດ້ວຍການໃຊ້ຕີນ ແລະ ຕໍ່ມາໄດ້ເລີ່ມເຝິກໃຫ້ຕົນເອງແຕ້ມຮູບໄດ້ ເພື່ອເປັນເຄື່ອງມືຊ່ວຍລະບາຍ ແລະ ເຮັດໃຫ້ມີຊີວິດຊີວາຂຶ້ນ”.

“ຈົນເຮັດໃຫ້ມີຄົນສົນໃຈ ແລະ ໄດ້ມີໂອກາດແຕ້ມຮູບເພື່ອຫາລາຍໄດ້ ບໍ່ວ່າຈະເປັນການແຕ້ມຮູບເໝືອນ,​ ການແຕ້ມຮູບຕາມຝາ, ການເພັ້ນເກີບ ແລະ ອີກຫຼາຍໆຢ່າງ ຈົນເປັນອາຊີບໃນປັດຈຸບັນ”

ເມື່ອຖາມເຖິງຄວາມຮູ້ສືກເມື່ອຕອນທີ່ສູນເສຍແຂນໄປ ສີວັນກໍໄດ້ໃຫ້ຄຳຕອບໄວ້ຢ່າງໜ້າປະທັບໃຈວ່າ “ໄລຍະທຳອິດກໍຮູ້ສຶກເສຍໃຈຫຼາຍ, ຮູ້ສຶກນ້ອຍໃຈໃນຊິວິດ ແລະ ໂຊກຊະຕາທີ່ເຮັດໃຫ້ເຮົາຕ້ອງເປັນແບບນີ້ ແຕ່ກໍຍ້ອນມີຄົນອ້ອມຂ້າງເຊັ່ນ ພໍ່ແມ່ ແລະ ໝູ່ເພື່ອນໃຫ້ກຳລັງຕະຫຼອດມາ ເຮັດໃຫ້ມີແຮງຕໍ່ສູ້ກັບອຸປະສັກຕ່າງໆ”.

ສີວັນ ຍັງໄດ້ກ່າວເພີ່ມອີກວ່າ “ທຸກໆຄົນກໍເຄີຍມີຈຸດຕົກຕ່ຳ ແລະ ເຮົາກໍຕ່າງມີມື້ທີ່ບໍ່ດີ ແຕ່ກໍສູ້ກັບມັນ ແລະ ພັດທະນາຕໍ່ໄປ, ໃນອະນາຄົດ ຢາກມີໂອກາດໄດ້ເຮັດຫຼາຍໆຢ່າງ ພົບປະຜູ້ຄົນ ໃຫ້ຫຼາຍຂຶ້ນກວ່ານີ້ , ຢາກເຮັດວຽກ ແລະຢູ່ກັບງານສິລະປະໄປດົນໆ” ນັ້ນຄືຄຳກ່າວຂອງ ສີວັນຕໍ່ກັບສິ່ງທີ່ລາວຮັກ.

ສາມາດເຂົ້າໄປຕິດຕາມຜົນງານໄດ້ທີ່:​ https://www.facebook.com/vanh.likedrawing

ສຳພາດແລະຮຽບຮຽງ: ເຊັນໄປ 29/06/2021

ຮູບພາບຈາກ: Vanh LikeDrawing

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/