ກອງໜ້າຄົນໃໝ່! Harry Maguire ຖືກສົ່ງລົງໄປຫຼິ້ນເປັນກອງໜ້າຕົວເປົ້າ ໃນເກມທີ່ພົບກັບ Real Sociedad

Harry Maguire

ຈົບລົງແລ້ວກັບເກມນັດສຸດທ້າຍຂອງ ແມນເຊັສເຕີ້ ຢູໄນເຕັດ ໃນຮອບແບ່ງກຸ່ມ ໃນລາຍການ ຢູໂຣປາ ລີກ ເຖິງແມ່ນວ່າຈະສາມາດເອົາຊະນະ ເຣອັນ ໂຊເຊດາດ ໄປໄດ້ 1 ປະຕູຕໍ່ 0 ແຕ່ກໍຍັງບໍ່ພຽງພໍທີ່ຈະເຂົ້າຮອບໄປເປັນອັນດັບ 1.

Harry Maguire

ແຕ່ໃນທ້າຍເກມ ໄດ້ມີປະເດັນໃຫ້ແຟນໆເວົ້າເຖິງກັນອີກແລ້ວ ກັບການປ່ຽນເກມຂອງ ເອຣິກ ເທັນຮາກ ທີ່ສົ່ງ ແຮຣີ່ ແມັກໄກວ ກອງຫຼັງກັບຕັນທີມ ນັກສ້າງຄອນເທັນ ລົງໄປຫຼິ້ນເປັນກອງໜ້າຕົວເປົ້າຄູ່ກັບ ຄຣິສເຕຍໂນ ໂຣນັລໂດ້ ຈົນເຮັດໃຫ້ ແຟນບານຫຼາຍຄົນ ແລະ ອະດີດຕຳນານນັກເຕະຫຼາຍຄົນ ຕັ້ງຄຳຖາມໄປໃນທິດທາງດຽວກັນວ່າ ເພື່ອຫຍັງ?.

Harry Maguire

ໂດຍໃນ ນາທີ 80 ຂອງເກມການແຂ່ງຂັນ ແຮຣີ່ ແມັກໄກວ ຖືກສົ່ງລົງມາແທນ ອາເຣຈານໂດ ການາໂຊ (Alejandro Garnacho) ຜູ້ທີ່ຍິງປະຕູໄຊໃນນັດນີ້ ມາຢືນເປັນກອງໜ້າຄູ່ກັບ ໂຣນັລໂດ້ ໂດຍຫວັງໃຫ້ໃຊ້ສ່ວນສູງຂອງລາວເປັນຕົວຊ່ວຍໃນການເກັບບານ ຫຼື ພັກບານໃຫ້ໝູ່ (ແຕ່ໃນແທັກຕິກ ໃນເກມຮັບ ແຮຣີ່ ແມັກໄກວກໍຕ້ອງໄດ້ລົງມາຊ່ວຍເກມຮັບເຊັ່ນດຽວກັນ).

ແຕ່ຢ່າງໃດກໍຕາມ ເບິ່ງຄືວ່າແຜນການນີ້ຂອງຄູເຝິກຊາວ ເນເທີແລນ ຈະບໍ່ໄດ້ຜົນປານໃດ ເພາະຫຼັງຈາກສົ່ງ ແຮຣີ່ ແມັກໄກວ ລົງມາ ທີມກໍບໍ່ໄດ້ສ້າງໂອກາດທີ່ອັນຕະລາຍໃຫ້ກັບຄູ່ແຂ່ງເລີຍ ແມ່ນແຕ່ຈັງຫວະດຽວ.

ໂດຍກ່ຽວກັບແຜນການຄັ້ງນີ້ ພໍສະໂຄ ອະດີດກອງກາງໃນຕຳນານຂອງ ແມນເຊັສເຕີ້ ຢູໄນເຕັດ ໄດ້ກ່າວວ່າ: “ຂ້ອຍຄິດວ່າມັນມົ້ວຊົ້ວໄປໝົດໃນເຄິ່ງເວລາທີ 2 ຂ້ອຍບໍ່ຮູ້ວ່າ ເອຣິກ ເທັນຮາກ ລາວພະຍາຍາມຈະເຮັດຫຍັງກັນແທ້”. ສະໂຄ ກ່າວຕື່ມວ່າ: “ເທັນຮາກສົ່ງ ແຮຣີ່ ແມັກໄກວ ລົງມາເປັນກອງໜ້າ ແລ້ວມີແຕ່ໂຍນບານສູງເຂົ້າໄປ ເຊິ່ງມັນອາດຈະໄດ້ຜົນກໍໄດ້ ແຕ່ຂ້ອຍຄິດວ່າ ມັນເປັນເລື່ອງທີ່ຫຍຸ້ງຍາກເກີນໄປ.”

Harry Maguire

ໃນຂະນະທີ່ ເອຣິກ ເທັນຮາກ ເຈົ້າຂອງແຜນການນີ້ ໄດ້ໃຫ້ສຳພາດຫຼັງຈົບເກມວ່າ: “ເຮົາຕ້ອງການຜູ້ຫຼິ້ນໃນຂອບເຂດໂທດຫຼາຍຂຶ້ນ ເພາະເຮົາມີບັນຫາເລື່ອງຜູ້ຫຼິ້ນເກມບຸກມີອາການບາດເຈັບຫຼາຍຄົນ ເຮົາຄອງເກມໜ້ອຍລົງ ແລະ ເຮົາສົ່ງບານເຂົ້າໄປໃນຂອບເຂດໂທດໄດ້ໜ້ອຍລົງ ເຮົາຈຶ່ງຕ້ອງສ່ຽງເຮັດແບບນັ້ນ ແຕ່ແນ່ນອນວ່າເຮົາຜິດຫວັງທີ່ບໍ່ສາມາດເຮັດປະຕູໄດ້ເພີ່ມເລີຍ”.

ສຳລັບເກມຕໍ່ໄປ ຂອງແມນຢູ ແມ່ນມີຄິວທີ່ຈະພົບກັບ ແອັສຕັນ ວິວລ້າ ໃນວັນອາທິດ ທີ 6 ພະຈິກນີ້ ແລະ ເຮົາຈະມາເບິ່ງນໍາກັນວ່າ ຜູ້ຫຼິ້ນໃນເກມບຸກຢ່າງ ແອັນໂທນີ່, ມາຊິອາວ ແລະ ຈາດອນ ຊານໂຊ ຈະພ້ອມສຳລັບເກມນີ້ຫຼືບໍ່ ເຜື່ອ ເອຣິກ ເທັນຮາກ ຈະບໍ່ຕ້ອງສົ່ງ ແຮຣີ່ ແມັກໄກວ ລົງມາຫຼິ້ນເປັນກອງໜ້າອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/