ພາມາເບິ່ງຮູບພາບປາກົດການແສງ “Red Sprite” ຄວາມສວຍງາມທີ່ທຳມະຊາດສ້າງຂຶ້ນມາ

Red Sprite

ປາກົດການທາງທຳມະຊາດທີ່ມາພ້ອມກັບຄວາມສວຍງາມເໜືອຈິນຕະນາການເອີ້ນໄດ້ວ່າເປັນໜຶ່ງໃນສິ່ງສຸດແສນຈະອັດສະຈັນທີ່ໂລກເຮົາສ້າງຂຶ້ນ ແລະໂອກາດທີ່ຈະໄດ້ພົບກັບປາກົດການດັ່ງກ່າວກໍມີໜ້ອຍ ເຊິ່ງຜູ້ທີ່ສາມາດບັນທຶກເຫດການໄດ້ແລະເຫັນດ້ວຍຕາເປົ່າຕົນເອງຖືວ່າເປັນຄົນທີ່ໂຊກດີສຸດໆ.

ເຊັ່ນດຽວກັນກັບຊ່າງພາບຄົນນີ້ ທີ່ບັງເອີນໄດ້ພົບພໍ້ກັບປາກົດການທາງທຳມະຊາດແສງ “Red Sprite” (ໜາມສີແດງ) ໃນສາຍພູ Hehuan ຂອງໄຕ້ຫວັນ ແລະ ລາວກໍໄດ້ເລົ່າວ່າເມື່ອເວລາ 21:11 ຂອງວັນທີ 22 ຕຸລາ 2022 ໃນຕອນນັ້ນຂະນະທີ່ລາວພັກຢູ່ທີ່ພັກ ລາວໄດ້ຫັນໜ້າໄປທາງສາຍພູດັ່ງກ່າວ ແລະ ບັງເອີນໄດ້ເຫັນປາກົດການແສງ Red Sprite ກໍາລັງເກີດຂຶ້ນຢ່າງໄວວາພຽງສ້ຽວວິນາທີ ແລະໄດ້ໃຊ້ເວລາ 0,6 ວິນາທີໃນການກົດຖ່າຍຮູບ ຕໍ່ມາໃນວັນທີ 30 ຕຸລາ 2022 ຮູບພາບສຸດແສນອັດສະຈັນດັ່ງກ່າວກໍຖືກເຜີຍແຜ່ລົງໂຊຊຽວ ເຮັດໃຫ້ຊາວເນັດຫຼາຍຄົນຕ່າງກໍພາກັນຕະລຶງໃນຄວາມງົດງາມຂອງທຳມະຊາດ.

ທັງນີ້ ຊ່າງຖ່າຍຮູບຍັງໄດ້ບອກອີກວ່າມີໂອກາດໜ້ອຍແທ້ໆທີ່ຈະໄດ້ເຫັນປາກົດການນີ້ “ຂ້ອຍໄດ້ຍິນມາວ່າຄວາມເປັນໄປໄດ້ທີ່ຈະເຫັນມັນ (ແສງ Red Sprite) ແມ່ນມີໂອກາດຕໍ່າກວ່າການຖືກເລກ” ຊ່າງຖ່າຍຮູບກ່າວ.

ສຳລັບປາກົດການແສງ Red Sprite ທີ່ທຸກຄົນເຫັນໃນຮູບນີ້ແມ່ນປາກົດການທາງທຳມະຊາດຂອງແສງໃນຊັ້ນບັນຍາກາດທີ່ເກີດຂຶ້ນໃນໄລຍະຝົນຟ້າຄະນອງ ແລະເກີດຂຶ້ນໃນເວລາພຽງເສດສ້ຽວຂອງໄລຍະທີ່ເຮົາພິບຕາເທົ່ານັ້ນ ແລະ ໂອກາດທີ່ຈະໄດ້ເຫັນແມ່ນຖືວ່າຫາຍາກສຸດໆ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/