Twitter ຈັດຊຸດໃຫຍ່! ສົ່ງອີເມລປົດພະນັກງານອອກຫຼາຍພັນຄົນ ຫຼັງ Elon Musk ເຂົ້າຊື້ກິດຈະການພຽງ 1 ອາທິດ

Twitter

ຈາກກໍລະນີກ່ອນໜ້ານີ້ ທີ່ Elon Musk ໄດ້ເຂົ້າມາເປັນເຈົ້າຂອງ Twitter ຢ່າງເຕັມຕົວ ພ້ອມກັບໄດ້ໄລ່ CEO ແລະ ຄະນະບໍລິຫານຂອງ Twitter ອອກຍົກກະດານເຫຼືອໄວ້ແຕ່ຕົນເອງຄົນດຽວ. ແຕ່ມາຮອດມື້ນີ້ ເບິ່ງຄືວ່າຈະບໍ່ໄດ້ມີພຽງລະດັບຜູ້ບໍລິຫານເທົ່ານັ້ນທີ່ຖືກໄລ່ອອກ ເພາະມີລາຍງານວ່າ Musk ກຽມໄລ່ພະນັກງານ Twitter ອອກເກີນເຄິ່ງໜຶ່ງ ແລະ ຈະປິດຫ້ອງການເພື່ອຮັກສາຄວາມປອດໄພ.

Twitter

ໂດຍແຜນການໄລ່ພະນັກງານອອກຂອງ Elon Musk ແມ່ນເລື່ອງແທ້ ເພາະເມື່ອຕອນກາງຄືນຂອງວັນທີ 3 ພະຈິກ 2022 ທີ່ຜ່ານມາພະນັກງານ Twitter ຫຼາຍຄົນໄດ້ຮັບອີເມລແຈ້ງເຕືອນຈາກບໍລິສັດວ່າ ພວກຕົນກໍາລັງຈະຖືກປົດອອກ ແລະລາຍລະອຽດຂອງເມລດັ່ງກ່າວກໍໄດ້ລະບຸວ່າ Musk ຈະເລີ່ມຂະບວນການໄລ່ພະນັກງານຈໍານວນຫຼາຍໃນວັນທີ 4 ພະຈິກ ໂດຍພະນັກງານຈະໄດ້ຮັບຂໍ້ມູນສະຖານະພະນັກງານຂອງຕົນເອງຕອນ 12:00 ໂມງ ຕາມເວລາທ້ອງຖິ່ນ ດ້ວຍອີເມລທີ່ຂຽນໄວ້ທາງໜ້າວ່າ ‘ຕໍາແໜ່ງຂອງເຈົ້າໃນ Twitter’.

“ຫາກສະຖານະການຈ້າງວຽກຂອງເຈົ້າບໍ່ໄດ້ຮັບຜົນກະທົບ ເຈົ້າຈະໄດ້ຮັບການແຈ້ງເຕືອນຜ່ານອີເມລຂອງບໍລິສັດ ແຕ່ຫາກສະຖານນະການຈ້າງວຽກຂອງເຈົ້າໄດ້ຮັບຜົນກະທົບ ເຈົ້າຈະໄດ້ຮັບການແຈ້ງເຕືອນພ້ອມກັບຂໍ້ມູນຂັ້ນຕອນຖັດໄປທີ່ຕ້ອງເຮັດ ຜ່ານອີເມລສ່ວນຕົວຂອງເຈົ້າ” ນີ້ຄືຂໍ້ຄວາມສ່ວນໜຶ່ງທີ່ທາງ Twitter ສົ່ງຫາພະນັກງານ.

ພ້ອມນີ້ໃນເມລດັ່ງກ່າວຍັງມີເນື້ອຫາແຈ້ງການວ່າໃນວັນສຸກ (4 ພະຈິກ) ບໍລິສັດຈະມີການປິດຫ້ອງການຊົ່ວຄາວບໍ່ໃຫ້ພະນັກງານເຂົ້າໄປພາຍໃນເພື່ອຮັກສາຄວາມປອດໄພຂອງພະນັກງານ ລວມທັງລະບົບແລະຂໍ້ມູນຂອງ Twitter.

Twitter

ຢ່າງໃດກໍຕາມຍັງບໍ່ເປັນທີ່ຊັດເຈນເຖິງຈໍານວນພະນັກງານທີ່ຖືກປົດອອກວ່າຈະມີຈຳນວນເທົ່າໃດ ແຕ່ທາງສຳນັກຂ່າວ Washington Post  ແລະ New York Times ໄດ້ມີການລາຍງານພະນັກງານຈໍານວນເຄິ່ງໜຶ່ງ ຫຼື ເກີນເຄິ່ງຈາກທັງໝົດທີ່ມີປະມານ 7.500 ຄົນ ຈະຖືກປົດອອກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/