ໝາ ເກືອບ 200 ໂຕ ຖືກຊ່ວຍເຫຼືອອອກຈາກ ສ.ເກົາຫຼີ ໄດ້ໄປເຖິງອາເມລິກາແລ້ວ ເພື່ອຊອກທີ່ຢູ່ໃໝ່

ໝາ-ເກືອບ-200-ໂຕ-ຖືກຊ່ວຍເຫຼືອ

ໝາ ເກືອບ 200 ໂຕ ໄດ້ເດີນທາງຮອດປະເທດອາເມລິກາແລ້ວ ຫຼັງຈາກໄດ້ຮັບການຊ່ວຍເຫຼືອອອກຈາກຟາມໝາຢູ່ປະເທດ ສ.ເກົາຫຼີ ຕາມການລາຍງານຂອງ the Humane Society International.

ໝາ-ເກືອບ-200-ໂຕ-ຖືກຊ່ວຍເຫຼືອ

The Humane Society International (HSI) ໄດ້ພະຍາຍາມຊ່ວຍເຫຼືອໝາ ຈໍານວນ 170 ໂຕ ຈາກຟາມແຫ່ງໜຶ່ງທີ່ຢູ່ ແຮມີ (Haemi) ປະເທດ ສ.ເກົາຫຼີ ເຊິ່ງປະກອບມີ ພັນໂກເດິ້ນ ຣີທຣາຍເວີ້, ພຸດໂດ້, ຈິນໂດ້ເກົາຫຼີ ແລະ ມັດສ໌ຕີບຟ໌, ປັອມເມິເຣນຽນ, ແທຣີເອີ້, ລາບຼາດໍ ແລະ ກໍມີໝາອື່ນອີກ 26 ໂຕ ຈາກຕະຫຼາດຂາຍໝາ ແລະ ການຊ່ວຍເຫຼືອໃນຄັ້ງກ່ອນ. The Humane Society International ຍັງບອກອີກວ່າ ໝາ 26 ໂຕດັ່ງກ່າວບໍ່ສາມາດອອກຈາກບ່ອນລ້ຽງໃນປະເທດ ສ.ເກົາຫຼີໄດ້ ເນື່ອງຈາກຂໍ້ຫ້າມຕ່າງໆກ່ຽວກັບໂຄວິດ-19.

ທີມງານ HSI ຈາກອາເມລິກາໄດ້ບິນໄປຊໍອຸນ (Seoul) ສ.ເກົາຫຼີ ໂດຍໄດ້ກັກໂຕ ຢູ່ໂຮງແຮມທີ່ລັດຖະບານໃຫ້ກັກໂຕ 2 ອາທິດ, ກ່ອນຈະສາມາດອອກໄປຊ່ວຍເຫຼືອສັດຈາກຟາມໝາຢູ່ ແຮມີ.

“ເຖິງວ່າ ຄົນສ່ວນໃຫຍ່ ຢູ່ເກົາຫຼີ ບໍ່ໄດ້ບໍລິໂພກຊີ້ນໝາເປັນປະຈໍາ ແລະ ກໍໄດ້ສະໜັບສະໜູນການຫ້າມບໍລິໂພກຊີ້ນໝາ ແຕ່ມັນກໍຍັງມີຟາມຈຳນວນຫຼາຍພັນຟາມ (ມີໝົດທຸກຂະໜາດນ້ອຍ-ໃຫຍ່) ໃນທົ່ວປະເທດ ທີ່ລ້ຽງໝາຫຼາຍສາຍພັນ ເຊິ່ງໝາຕ້ອງທົນກັບການເປັນຢູ່ອັນຍາກລຳບາກ” ກ່າວໂດຍ ເຄັນລີ້ ໂອເມຣາ (Kelly O’Meara), ຮອງປະທານ companion animal campaigns ຂອງ HSI. “ຍ້ອນຄົນມີຄວາມຕ້ອງການກິນຊີ້ນໝາໜ້ອຍລົງ ເຈົ້າຂອງຟາມໝາກໍເລີຍເຫັນສັນຍານຂອງອຸດສາຫະກຳນີ້ທີ່ກໍາລັງຈະດັບລົງ ພວກເຂົາເລີຍໃຫ້ຄວາມຮ່ວມມືກັບ HSI ເພື່ອຊອກຫາວິທີທາງທີ່ຈະຊ່ວຍໃຫ້ພວກເຂົາ ແລະ ໝາທີ່ຍັງເຫຼືອ ໄດ້ມີໂອກາດມີຊີວິດໃໝ່. ຍ້ອນໄດ້ຮັບການຮ່ວມມືຈາກເຈົ້າຂອງຟາມໝາ ແລະ ການສະໜັບສະໜຸນຂອງສັງຄົມ ພວກເຮົາຈຶ່ງຫວັງວ່າ ລັດຖະບານ ສ.ເກົາຫຼີຈະຮັບຮອງເອົາວິທີການນີ້ເພື່ອຊ່ວຍຢຸດຕິລົບລ້າງການກິນຊີ້ນໝາໄປເທື່ອລະກ້າວ”.

ໝາສ່ວນໃຫຍ່ທີ່ໄດ້ຮັບການຊ່ວຍເຫຼືອ ຈະຖືກສົ່ງໄປ ວໍຊິງຕັນ ດີຊີ ແລະ ອາດຈະໄດ້ໄປຢູ່ສະຖານທີ່ລ້ຽງໃນເມືອງນັ້ນ ຫຼື ສະຖານທີ່ລ້ຽງແບບຊົ່ວຄາວ ທີ່ HSI ແລະ the Animal Rescue Team of the Humane Society of the United States ໄດ້ສ້າງຂຶ້ນໂດຍໄດ້ຮັບການຊ່ວຍເຫຼືອຈາກ RedRover (ອົງການຊ່ວຍເຫຼືອສັດ). ສ່ວນທີ່ເຫຼືອ ແມ່ນຈະຖືກສົ່ງໄປສະຖານທີ່ລ້ຽງສັດຊົ່ວຄາວຢູ່ ມົງເທຣອານ, ການາດາ ກ່ອນທີ່ຈະຖືກຈັດສັນໃຫ້ໄປຢູ່ກັບ partners ຂອງ HSI ທີ່ຢູ່ພຸ້ນ.

ໝາ-ເກືອບ-200-ໂຕ-ຖືກຊ່ວຍເຫຼືອ

ໝາທຸກໂຕຈະຕ້ອງຖືກປະເມີນ, ຈະໄດ້ຮັບການຮັກສາທີ່ຈຳເປັນ ແລະຈະມີບ່ອນນອນອຸ່ນໆ ທັງໄດ້ຮັບອາຫານທີ່ມີຄຸນປະໂຫຍດ ເປັນເທື່ອທຳອິດໃນຊີວິດພວກມັນ, ກ່າວໂດຍ HSI. ໝາທີ່ອາໄສຢູ່ ສະຖານທີ່ລ້ຽງສັດຊົ່ວຄາວຂອງ HSI/HSUS ຈະຄ່ອຍໆຖືກທະຍອຍສົ່ງໄປທີ່ຢູ່ໃໝ່ທີ່ເປັນ partners ຂອງ HSI ຢູ່ທົ່ວສະຫະລັດອາເມລິກາໃນເດືອນທີ່ຈະມາເຖິງນີ້.

HSI ຍັງໃຫ້ຮູ້ອີກວ່າ ຟາມລ້ຽງໝາຢູ່ ແຮມີ ເປັນຟາມທີ 17 ທີ່ໂຄງການ HSI ໄດ້ປິດລົງຢ່າງຖາວອນ. “ການຮັບລ້ຽງໝາຢູ່ ສ.ເກົາຫຼີ ຍັງເປັນເລື່ອງທີ່ບໍ່ຖືກຍອມຮັບຢ່າງກວ້າງຂວາງເທື່ອ ເຖິງແນວໃດກໍດີ ອົງການ HSI ກໍຫວັງວ່າ ສິ່ງທີ່ເຂົາເຈົ້າໄດ້ເຮັດເພື່ອຊີ້ໃຫ້ເຫັນເຖິງຜົນດີຂອງການຮັບລ້ຽງສັດ ແລະ ການໂຄສະນາເລື່ອງລາວຜົນສຳເລັດຂອງການຮັບລ້ຽງສັດຢູ່ຕ່າງປະເທດນັ້ນ ຈະຊ່ວຍໃຫ້ຄົນພາຍໃນປະເທດຍອມຮັບລ້ຽງໝາຫຼາຍຂຶ້ນ.”

ປະເທດ ສ.ເກົາຫຼີ ເປັນປະເທດດຽວທີ່ຍັງລ້ຽງໝາຢ່າງຫຼວງຫຼາຍເພື່ອການບໍລິໂພກ ໂດຍມີປະມານ 2 ລ້ານໂຕຕໍ່ປີ. ແບບສອບຖາມ ທີ່ເຮັດຂຶ້ນໂດຍ Nielsen ໄດ້ສະແດງໃຫ້ເຫັນວ່າ 84% ຂອງປະຊາກອນ ບອກວ່າ ເຂົາເຈົ້າບໍ່ກິນຊີ້ນໝາ ຫຼື ຈະບໍ່ກິນຊີ້ນໝາ ແລະ ເກືອບ 60% ສະໜັບສະໜູນໃຫ້ມີຂໍ້ກົດໝາຍເພື່ອສັ່ງຫ້າມການຄ້າຂາຍຊີ້ນໝາ.

HSI ກ່າວອີກວ່າ “ຄົນ ສ.ເກົາຫຼີ ສ່ວນຫຼາຍບໍ່ບໍລິໂພກຊີ້ນໝາ ແລະ ພົນລະເມືອງທີ່ເຫັນໝາເປັນພຽງສັດຄູ່ກາຍກໍມີເພີ່ມຫຼາຍຂຶ້ນ. ການທີ່ຄົນຄຶດວ່າ ໝາເປັນຄືກັນກັບໝູ່ ໂດຍສະເພາະໃນກຸ່ມໄວໜຸ່ມເກົາຫຼີ ໄດ້ຊ່ວຍລົດຜ່ອນການຍອມຮັບເລື່ອງການບໍລິໂພກຊີ້ນໝາໃນສັງຄົມ.”

ທີ່ມາ: https://abcnews.go.com/US/200-dogs-rescued-south-korea-dog-meat-farm/story?id=73874196